ກອງທັບປະຊາຊົນຫວຽດນາມ ມອບອຸປະກອນການແພດ ຕ້ານພະຍາດໂຄວິດ -19 ໃຫ້ ກອງທັບປະຊາຊົນລາວ

ກົມໃຫຍ່ພະລາທິການ ແລະ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຊ່ວຍແນະນໍາ, ປຶກສາຫາລືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ -19, ພ້ອມທັງມອບເຄື່ອງອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດລາວ, ຢູ່ທີ່ ຄ້າຍທະຫານຊາຍແດນ ນໍ້າພາວ (ແຂງບໍລິຄໍາໄຊ)-ເກົ໋າແຈ່ວ (ແຂວງຮ່າຕິງ).

ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ຜ້າອັດປາກຕ້ານພະຍາດ 100.000 ອັນ, ແຜອັດປາກແພດ 30.00 ອັນ, ຊຸດປ້ອງກັນໂຄວິດ 2.000 ຊຸດ, ນໍ້າຢາລ້າງມື 2.000 ຂວດ, ຖັງສິດດ້ວຍມື Semco 10 ອັນ, ຈັກສິດຢາຂ້າເຊື້ອ 05 ອັນ, Clorin 500 Kg, ປຶ້ມຄໍາຖາມ-ຕອບ ພະຍາດໂຄວິດ -19 ຈໍານວນ 2.000 ຫົວ, ປຶ້ມຫຼັກການປ້ອງກັນໂຄວິດ -19 ຈໍານວນ 10 ຫົວ, ລວມມູນຄ່າເປັນເງິນ 1 ຕື້ກວ່າກີບ.

ເຊິ່ງໃຫ້ກຽດຕາງໜ້າມອບໂດຍສະຫາຍ ພົ.ວ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັງປະຊາຊົນຫວຽດນາມ ແລະ ຕາງໜ້າຮັບໂດຍ ສະຫາຍ ພົ.ວ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືຶອງ ກອງທັບປະຊາຊົນລາວ.ສະຫາຍ ພົ.ວ ວໍລະສານ ວິລັດດາວົງ ໄດ້ຕາງໜ້າໃຫ້ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນໃນຄັ້ງນີ້ ເພື່ອມາຊ່ວຍ ສປປ ລາວ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,