Thursday, May 15, 2025
Kbank Laos โอน รับ จ่าย

ແຈ້ງການ! ງົດຈັດງານປະເພນີບຸນສັງຂານ ປີໃໝ່ລາວ ທີ່ມີການຊຸມນຸມຂອງປະຊາຊົນ

ພາບປະກອບ

ຫນັງສືແຈ້ງການ ນະມັດສະການ: ພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ທີ່ເຄົາຣົບຢ່າງສູງ.

ເລື່ອງ: ການໃຫ້ງົດຈັດງານບຸນປະເພນີຮົດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ.

– ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 (coVID-19).

-ອີງຕາມ: ມະຕິຕົກລົງຂອງຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປລາວ ຄັ້ງວັນທີ 30 ມີນາ 2020.

ຫ້ອງການບໍລິຫານງານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງ ການມາ ຍັງພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ ເນື່ອງດ້ວຍສະຖານະ ການໃນປັດຈຸບັນພະຍາດໂຄວິດ 19 (COVID-19) ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສໍາລັບຢູ່ ສປປ ລາວ ເຖິງ ແມ່ນ ວ່າລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະກັນການແຜ່ລະບາດພະຍາດນີ້ຢ່າງຈິງຈັງ ໃນໄລຍະທີ່ຜ່ານ ມາແຕ່ມາເຖິງໃນປັດຈຸບັນ ກໍ່ໄດ້ກວດພົບຜູ້ຕິດເຊື້ອຢູ່ ແລະມີຄວາມສ່ຽງທີ່ຈະແຜ່ລະບາດໃນທົ່ວປະເທດ.

ພາບປະກອບ

ດັ່ງນັ້ນ ເພື່ອປະຕິບັດຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ໃນການຍົກລະດັບການສະກັດກັ້ນ ແລະກັນ ການລະບາດ ບໍ່ໃຫ້ແຜ່ລາມອອກໄປໄວ ແລະເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພຣະສົງ ສາມະເນນ ພຸດທະສາ ສະນິກະຊົນລາວບັນດາເຜົ່າ ໄດ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ມີປະສິດທິພາບ ແລະປະສິດທິຜົນ

ພາບປະກອບ

ຈົ່ງນະມັດສະການແຈ້ງການມາຍັງພຣະຫຼັກຄໍາ ໄດ້ນໍາພາ ແລະແຈ້ງການລົງໄປຫາ ອພສ ເມືອງ, ເຂດ ແລະ ວັດ ເພື່ອໃຫ້ພຣະສົງ-ສາມະເນນ ພຸດທະສາສະນິກະຊົນ ພາຍໃນແຕ່ລະວັດ ບ້ານຂອງຕົນ ໄດ້ງົດການຈັດງານບຸນປະເພນີຮົດສົງພຣະປີໃຫມ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດ ພິທີຣົດສົ່ງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ ຕາມທາງຄວນດ້ວຍເທີ້ນ.

ແຫຼ່ງຂໍ້ມູນ: ສາທາຣະນູປະກາຣ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້