Sunday, May 25, 2025
Kbank Laos โอน รับ จ่าย

ດີແທ້! ເດືອນໜ້າລັດຖະບານ ປັບລົງຄ່າໄຟ 2-35% ສ່ວນນໍ້າປະປາ 5%

ເພື່ອເປັນການບັນເທົາຄວາມເດືອດຮ້ອນປະຊາຊົນຫຼັງຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ປັບລົງລາຄາໄຟຟ້າ 2-35% ສ່ວນນໍ້າປະປາກໍປັບລົງເຊັ່ນດຽວກັນ 5% ໂດຍມີຜົນປະຕິບັດນັບແຕ່ເດືອນໜ້າເປັນຕົ້ນໄປ. 

ອີງຕາມບົດລາຍງານຂອງໜ່ວຍງານ ນະໂຍບາຍທີ່ຕິດພັນກັບພາກປະຊາຊົນ ແລະສັງຄົມຂອງຄະນະຕິດຕາມຜົນກະທົບ ແລະຜັນຂະຫຍາຍມາດຕາການດ້ານເສດຖະກິດເພື່ອແກ້ໄຂຜົນກະທົບຈາກໂຄ ວິດ-19 ຮູ້ວ່າ:

ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ອອກແຈ້ງການສະບັບເລກທີ 438/ພບ ລົງວັນທີ 8 ເມສາ 2020 ກ່ຽວກັບການປັບລົງລາຄາໄຟຟ້າໂດຍຜູ້ຊົມໃຊ້ແຕ່ລະປະເພດຈະໄດ້ຮັບສ່ວນຫຼຸດ 2-35% ຂອງລາຄາເດີມໃນນີ້ພາກທີ່ຢູ່ອາໄສຜ່ານມາໄດ້ແບ່ງອອກເປັນ 6 ຂັ້ນຄື:

ລາຄາ 348 ກີບ ແລະ 414 ກີບຕໍ່ກິໂລວັດຕໍ່ຊົວໂມງແມ່ນປັບລົງເປັນລາຄາດຽວ 355 ກີບຕໍ່ກິໂລ ວັດຕໍ່ຊົວໂມງ ສ່ວນລາຄາ 799 ກີບ, 880 ກີບ, 965 ກີບ ແລະ 999 ກີບ ແມ່ນໄດ້ເປັບລົງເປັນລາຄາດຽວ 710 ກີບຕໍ່ ກິໂລວັດຕໍ່ຊົວໂມງ,  ປະເພດລູກຄ້າທີ່ບໍ່ແມ່ນທີ່ຢູ່ອາໄສຄື:

ຜູ້ຊົມໃຊ້ເກົ່າທີ່ກໍາລັງໃຊ້ ແລະເປີດກິດຈະການໃໝ່, ເຮັດສັນຍາໃໝ່ ຫຼືລູກຄ້າໃໝ່ຕ່າງກໍໄດ້ຮັບສ່ວນຫຼຸດ 2-35% ນອກນັ້ນຍັງມີນະໂຍບາຍການເລື່ອນເວລາໄລຍະຊຳລະເພີ່ມ 15 ວັນເຊັ່ນ:

ພາກບໍ່ແມ່ນທີ່ຢູ່ ອາໄສຜູ້ຊົມໃຊ້ທົ່ວໄປ (ບໍ່ມີສັນຍາ)ຈາກເດີມ 7-15 ວັນ ເລື່ອນເປັນ 7-30 ວັນ, ຜູ້ຊົມໃຊ້ກະແສໄຟຟ້າທີ່ມີສັນຍາອະນຸຍາດໃຫ້ເພີ່ມເວລາຊຳລະຕື່ມອີກ 15 ວັນ ພິເສດການປະຕິບັດນະໂຍບາຍຕໍ່ກັບພະນັກງານແພດໝໍທີ່ເຮັດວຽກປະຈຳການຕານພະຍາດໂຄວິດ-19 ຈະ ໄດ້ຮັບສ່ວນຫຼຸດ 15% ໃນສາມເດືອນເມສາ-ມິຖຸນາ 2020 ກ່ອນຫັກອາກອນ.

ສຳລັບນໍ້າປະປາຜູ້ຊົມໃຊ້ປະເພດຄົວເຮືອນກວມເອົາຫຼາຍກວ່າ 90% ແມ່ນຫຼຸດ 5% ໃນເດືອນພຶດສະພາ-ກໍລະກົດ 2020 ສ່ວນລູກຄ້າປະເພດທຸລະກິດສິນຄ້າ (ປະເພດ2) ເຊັ່ນ:

ໂຮງງານນໍ້າດື່ມ, ນໍ້າກ້ອນ ແລະອື່ນໆຈະບໍ່ໄດ້ຮັບສ່ວນຫຼຸດ ແລະອາກອນບໍ່ໄດ້ຮັບການຍົກເວັ້ນພຽງແຕ່ໄດ້ຮັບນະໂຍບາຍການເລື່ອນຊຳລະຈາກໜຶ່ງ ເດືອນມາເປັນສອງເດືອນ, ປະເພດລູກຄ້າທຸລະກິດສິນຄ້ານຳໃຊ້ນໍ້າປະປາເປັນວັດຖຸດິບ (ປະເພດ3) ເຊັ່ນ:

ນຳໃຊ້ຢູ່ບັນດາໂຮງຈັກ, ໂຮງງານ, ໂຮງແຮມ, ເຮືອນພັກ ແລະອື່ນໆຈະບໍໄດ້ຮັບສ່ວນຫຼຸດແຕ່ສະເໜີໃຫ້ຫຼຸດອາກອນຊົມໃຊ້ 10% ແລະເລື່ອນການຊຳລະຈາກໜຶ່ງເດືອນມາເປັນສອງເດືອນ.  ສຳລັບລາຄາໃໝ່ໄຟຟ້າ ແລະນໍ້າປະປາແມ່ນຈະເລີ່ມຈັດຕັ້ງປະຕິບັດວັນທີ 1 ພຶດສະພາ 2020 ເນື່ອງຈາກການຕີພິມອອກໃບບິນເກັບເງິນຂອງເດືອນເມສາ 2020 ແມ່ນໄດ້ດໍາເນີນການໄປແລ້ວ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.