ຄະນະຊ່ຽວຊານແພດ ກອງທັບປົດປ່ອຍປະຊາຊົນຈີນ ມອບເຄື່ອງຊ່ວຍເຫຼືອ ໃຫ້ກອງທັບປະຊາຊົນລາວ

ຄະນະຊ່ຽວຊານແພດ ກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍ ສະຫາຍ ພັນເອກພິເສດ ຖີສິນຢຸຍ ຫົວໜ້າພະແນກລະບົບຫາຍໃຈໂຮງໝໍເລກ 1 ມະຫາວິທະຍາໄລແພດ ທະຫານອາກາດກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຕ້ານພະຍາດ ໂຄວິດ -19 ມາມອບໃຫ້ກອງທັບປະຊາຊົນລາວຢູ່ທີ່ສະໜາມບິນສາກົນວັດໄຕ

ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດວ້ຍຄະນະ.ເຄື່ອງ ແລະ ອຸປະກອນຕອບຕ້ານພະຍາດໂຄວິດ-19 ທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ:

ນ້ຳຢາກວດຫາເຊື້ອພະຍາດໂຄວິດ-19 (PCR), ຜ້າປິດປາກປ້ອງກັນທາງການແພດ ລຸ້ນ(KN 95), ຜ້າປິດປາກທາງການແພດສໍາລັບເຂດນອກ, ແວ່ນຕາປ້ອງກັນທາງການແພດ, ສົບມືທາງການແພດ, ໝວກໃສສຳລັບຜ່າຕັດ, ຊຸດນຸ່ງປ້ອງກັນ, ເຄື່ອງວັດອຸນຫະພຸມ (ລຸ້ນແສງອິນຟາເເລດ), ເຈວລ້າງມືຂ້າເຊື້ອ, ຖັງຂີ້ເຫຍື້ອທາງການແພດ, ຕຽງນອນທາງການແພດ.

ໂອກາດດັ່ງກ່າວ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງຫນ້າຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ເພື່ອຕອບຕ້ານພະຍາດ ໂຄວິດ 19 ຈາກກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃນຄັ້ງນີ້.

ພ້ອມທັງກ່າວວ່າ: ສອງປະເທດ ລາວ-ຈີນ ເປັນບ້ານໄກ້ເຮືອນຄຽງທີ່ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາແຕ່ດົນນານ ບໍ່ວ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາພັດທະນາປະເທດຊາດ ລະຫວ່າງສອງພັກ-ສອງລັດ ສອງກອງທັບ ລາວ-ຈີນ ກໍ່ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນເຂົ້າສູ່ລວງເລິກ.

ພັກ-ລັດ, ກອງທັບ ແລະ ປະຊາຊົນຈີນ ອ້າຍນ້ອງຍາມໃດກໍ່ໃຫ້ການສະຫນັບສະຫນູນ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະແມ່ນໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານ, ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ລັດຖະບານ, ກໍ່ຄືປະຊາຊົນລາວ ຈຶ່ງໄດ້ນຳຄະນະຊ່ຽວຊານການແພດ ແລະ ວັດຖຸອຸປະກອນຕ່າງໆ ມາຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ເພື່ອຮັບມື ແລະ ໂຕ້ຕອບກັບການລະບາດຂອງພະຍາດໂຄວິດ 19 ສິ່ງນີ້ມັນສະແດງເຖິງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບບເພື່ອນມິດສະຫາຍທີ່ໃກ້ຊິດ.

ພ້ອມທັງຕີລາຄາສູງຕໍ່ໄມຕີຈິດມິດຕະພາບ ແລະ ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃນຄັ້ງນີ້ ແລະ ຈະນໍາໃຊ້ບັນດາອຸປະກອນດັ່ງກ່າວເຂົ້າໃນວຽກງານຕົວຈິງຢ່າງມີປະສິທິຜົນ.

ແຫຼ່ງຂໍ້ມູນ: ໂດຍ: ເພັດ ສົມນໍວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.