Wednesday, July 9, 2025
Kbank Laos โอน รับ จ่าย

ລັດມີແຜນກຽມຄວາມພ້ອມເປີດການທ່ອງທ່ຽວຫຼັງການລະບາດຂອງ ໂຄວິດ-19 ຢຸດເຊົາ!

ລັດຖະບານ ມີແຜນກຽມຄວາມພ້ອມໃນຂະແໜງການຕ່າງໆ ເພື່ອເປີດບໍລິການຄືນໃໝ່ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດສັງຄົມ.

ເພື່ອເປັນການຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຄືນໃໝ່ ໃນດ້ານຕ່າງໆ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນໃນໂອກາດ ຮ່ວມກອງປະຊຸມທາງໄກ (Video Conference) ສະໄໝສາມັນປະຈໍາເດືອນ ຂອງລັດຖະບານ ໃນວັນທີ 23 ເມສາ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ.

ເຊິ່ງລັດຖະບານໄດ້ແນະນໍາ ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດ ພາຍຫຼັງວັນທີ 03 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວ ເມື່ອການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ. ພ້ອມນັ້ນ ກໍ່ໃຫ້ວາງແຜນໃນການປັບປຸງ ຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.

ໃນໂອກາດດຽວກັນ ກໍ່ແນະນໍາໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດ ເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດ ບໍ່ມີຄວາມສ່ຽງ (ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ)

ພ້ອມທັງກຳນົດແຈ້ງວ່າມາດຕະການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດ ຕ້ອງເຮັດແນວໃດ, ເຂດທີ່ມີຄວາມ ສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມຄືແນວໃດ?, ຈາກນັ້ນອອກຄຳແນະນໍາ ໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ.

ພ້ອມດຽວກັນນີ້ ກໍ່ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງ ຖິ່ນ ແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຊາຍແດນ, ໃຫ້ຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າ ອັ່ງອໍ ແລະ ເໜົ່າເສຍ ຍ້ອນອຸປະສັກໃນການຂົນສົ່ງເດັດຂາດ, ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19.

ນອກຈາກນີ້ ລັດຖະບານ ຍັງໄດ້ຮຽກຮ້ອງໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນບັນດາເຜົ່າ ອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.