ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຊ່ວຍກັນບໍລິຈາກເລືອດເພື່ອຊ່ວຍສັງຄົມ!

ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຮ່ວມໃຈກັນບໍລິຈາກເລືອດ ເພື່ອເປັນຄັງແຮສະສົມໄວ້ ສໍາລັບຊ່ວຍສັງຄົມໃນເວລາສຸກເສີນຕ່າງໆ ແລະ ກຽມພ້ອມໃນການຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.   

ອີງຕາມການລາຍງານຂອງສູນເລືອດແຫ່ງຊາດໃນມື້ນີ້ ໃຫ້ຮູ້ວ່າປະຈຸບັນ ຖົງເລືອດຢູ່ສູນເລືອດແຫ່ງຊາດ ຍັງເຫຼືອປະມານ 100 ກວ່າຖົງເທົ່ານັ້ນ, ແຕ່ຄວາມຕ້ອງຈາກຄົນເຈັບຢູ່ໂຮງໝໍຕ່າງໆແມ່ນ 100 ຖົງຕໍ່ມື້ ຖືວ່າບໍ່ພຽງພໍກັບຄວາມຕ້ອງການ.

ພ້ອມດຽວກັນ ສູນເລືອດແຫ່ງຊາດ ກໍ່ແຈ້ງໃຫ້ຊາບວ່າ ຖ້າຫາກທ່ານໃດຕ້ອງການບໍລິຈາກເລືອດໃນໄລຍະນີ້ ສາມາດບໍລິຈາກໄດ້ທີ່ສູນເລືອດແຫ່ງຊາດ ແລະ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີໂທລະສັບ 021 214763.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...