ອົດທົນໄປພ້ອມກັນ ຍັງອີກ 5 ວັນເທົ່ານັ້ນ! ໝົດເຂດປະຕິບັດ ຄໍາສັ່ງ ເລກທີ 06/ນຍ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເປີດເຜີຍ ເວລາ 14:30 ຂອງວັນທີ່ 28/4/2020 ວ່າ:

16 ມື້ແລ້ວ! ທີ່ບໍ່ມີຜູ້ຕິດເຊື້ອໃຫມ່, ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງຫມໍແລ້ວ 07 ຄົນ ແລະ ຍັງເຫຼືອ 12 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມ ອາການຢ່າງໃກ້ຊິດ.

ສະພາບການລະບາດຜ່ອນຄາຍລົງຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ນຍ,

ແຕ່ພວກເຮົາ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງ ຈໍາກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ.

ສໍາລັບຜູ້ທີ່ຈະເດີນທາງຜ່ານຊາຍແດນເຂົ້າມາໃຫມ່ ຈະຕ້ອງໄດ້ປະຕິບັດມາດຕະການ ເລີ່ມແຕ່ປະເທດຕົ້ນທາງ ເຂົ້າມາຜ່ານຊາຍແດນ ແລະ ເວລາເຂົ້າມາ ເຖິງປະເທດລາວ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.

ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນໍາຕ່າງໆຢ່າງ ຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 03 ພຶດສະພາ 2020.

ພັກ ແລະ ລັດຖະບານໄດ້ເປັນຫ່ວງເປັນໄຍ ຕໍ່ການຄວບຄຸມ ແລະ ການແກ້ໄຂການລະບາດຢູ່ປະເທດຂອງພວກເຮົາ ໄດ້ວາງມາດຕະການ ແລະ ຂໍ້ແນະນໍາຕ່າງໆ ອອກ ຊຶ່ງກໍ່ຊາບດີວ່າມີຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ກໍ່ຄືກະທົບຕໍ່ການດໍາເນີນທຸລະກິດ ແຕ່ກໍ່ຂໍໃຫ້ຮຽກຮ້ອງບັນດາທ່ານໃຫ້ມີຄວາມອົດທົນ ພ້ອມກັນຜ່ານຜ່າວິກິດນີ້, ຂໍໃຫ້ບັນດາທ່ານ ຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...