ຂ່າວເດັ່ນ ສຳນັກຂ່າວມີເດຍລາວ ປະຈຳວັນທີ 18 ກຸມພາ 2021

ພາກລັດ ແລະ ພາກທຸລະກິດ ແຂວງຄໍາມ່ວນລະດົມແນວຄວາມຄິດກ່ຽວກັບການພັດທະນາເສດຖະກິດ

ກອງປະຊຸມດັ່ງກ່າວໄດ້ມີການນຳ ແລະ ຜູ້ທີ່ກ່ຽວຂ້ອງຫຼາຍທ່ານເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ລະດົມແນວຄວາມຄິດໃນການພັດທະນາເສດຖະກິດແຂວງຄໍາມ່ວນ

ເຊິ່ງບົດລາຍງານປະກອບມີ 02 ພາກຄື : ການຕີລາຄາສະພາບການພັດທະນາເສດຖະກິດ , ການສົ່ງເສີມດ້ານການຄ້າ ແລະ ການລົງທຶນໃນໄລຍະຜ່ານມາ ແລະ ທິດທາງການພັດທະນາເສດຖະກິດ , ການສົ່ງເສີມການຄ້າ ແລະ ການລົງທຶນໃນຊຸມປີຕໍ່ໜ້າ…ອ່ານຕໍ່

ກອງທັບໃຫຍ່ 642 ເປີດບັ້ນອົບຮົມຫັດແອບ ປະຈຳປີ 2021

ເຊິ່ງປະທານໃນຄັ້ງນີ້ແມ່ນ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 642 ເຊິ່ງແຜນການອົບຮົມ-ຫັດແອບ ຈະໄດ້ແບ່ງອອກເປັນ 4 ພາກຄື ພາກການເມືອງ, ການທະຫານ, ພາກພະລາທິການ ແລະ ເຕັກນິກວິຊາສະເພາະ

ພາກການທະຫານ ຈະໄດ້ອົບຮົມດ້ານສິນລະປະຍຸດ-ຍຸດທະວິທີທະຫານຮາບ ແລະ ວິຊາສະເພາະເຫຼົ່າຮົບປ້ອງກັນອາກາດ, ດ້ານລະບຽບແບບແຜນ, ດ້ານກີລາກາຍະກໍາ ແມ່ນຈະໄດ້ອົບຮົມ-ຫັດແອບກໍາລັງແຮງກາຍ ຄື: ຫັດກາຍ 2 ບົດ 24 ຈັງຫວະ, ຫັດກາຍແທງກະບີ່ 28 ຈັງຫວະ, ຫັດກາຍມວຍ 16 ຈັງຫວະ ແລະ ຫັດກາຍມືເປົ່າ ແລະ ການອົບຮົມ-ຫັດແອບ ແມ່ນຈະໃຊ້ເວລາທັງໝົດ 160 ວັນ…ອ່ານຕໍ່

ພັນເອກ ມອບວັດຖຸອຸປະກອນຊ່ວຍເຫຼືອໂຮງຮຽນ ໃຫ້ກັບໂຮງຮຽນປະຖົມບ້ານໂພນໄຊ

ຄອບຄົວຂອງ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າ ການເມືອງກອງພົນທີ 2 ໄດ້ນໍາເອົາເຄື່ອງວັດຖຸກໍ່ສ້າງຈຳນວນໜື່ງ ເຊິ່ງປະກອບມີ ສັງກະສີ ຈຳນວນ 100 ແຜ່ນ ແລະ ເຫຼັກຕະປູ ຈຳນວນ 50 ກັບ ເພື່ອຊ່ວຍເຫຼືອໃຫ້ໂຮງຮຽນປະຖົມ ບ້ານໂພນໄຊ (ຫຼັກ18) ໄປນໍາໃຊ້ເຂົ້າໃນການພັດທະນາໂຮງຮຽນໃຫ້ດີຂຶ້ນກວ່າເກົ່າ…ອ່ານຕໍ່

ຈັດຝຶກອົບຮົມເຕັກນິການງ້ຽງສັດໃຫຍ່ໃຫ້ ເມືອງທ່າພະບາດ

ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມ ເຕັກນິກການລ້ຽງສັດໃຫຍ່ ໃຫ້ແກ່ເຈົ້າຂອງຟາມ ແລະ ພໍ່-ແມ່ ປະຊາຊົນ ຜູ້ທີ່ລ້ຽງສັດໃຫຍ່ ພາຍໃນເມືອງ ມີ ຄູຝຶກວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍນັກສໍາມະນາກອນຈໍານວນ 24 ທ່ານ

ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບເຕັກນິກການລ້ຽງສັດໃຫຍ່, ການຄັດເລືອກແນວພັນສັດ, ການຈັດການທົ່ງຫຍ້າ ແລະ ວິທີການເຮັດຫຍ້າໝັກ, ເຟືອງໝັກ ແລະ ກ້ອນແຮ່ທາດ, ພ້ອມດຽວກັນນີ້ ກໍ່ໄດ້ນໍາພານັກສໍາມະນາກອນ ລົງທັດສະນະສຶກສາຢູ່ຟາມລ້ຽງງົວທອມ…ອ່ານຕໍ່

ຝຶກອົບຮົມເຕັກນິກການປູກຜັກອິນຊີ ໃຫ້ແກ່ກຸ່ມປູກຜັກບ້ານນາຫາດ

ແຂວງບໍລິຄຳໄຊ ໄດ້ຈັດພິທີປິດບັ້ນຝຶກອົບຮົມເຕັກນິກ ແລະ ຂັ້ນຕອນການປູກຜັກອິນຊີ ໃຫ້ແກ່ກຸ່ມປູກຜັກ ໃນໄລຍະການຝຶກອົບຮົມ ແມ່ນໃຊ້ເວລາຢູ່ 5 ວັນ ມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ ໂດຍໄດ້ປະຕິບັດຢູ່ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.

ຫົວຂໍ້ທີ່ນໍາມາຝຶກໃນພາກປະຕິບັດຕົວຈິງ ມີ: ມາດຕະຖານກະສິກໍາອິນຊີ, ການຜະລິດນໍາສະກັດຊີວະພາບ, ການຜະລິດສະໝູນໄພໄລ່ແມງໄມ້, ການຜະລິດຝຸ່ນບົ່ມຊີຫວະພາບ, ເຕັກນິກການປູກຜັກລະດູແລ້ງ ແລະ ລະດູຝົນ…ອ່ານຕໍ່

ມອບເຄື່ອງຊຸກຍູ້ວຽກງານຈະລາຈອນ 4.310.000 ກີບ ໃຫ້ກັບ ປກສ ແຂວງບໍລິຄຳໄຊ

ຜູ້ອຳນວຍການບໍລິສັດ BM ການຄ້າຂາເຂົ້າ-ຂາອອກ ຈຳກັດ ໄດ້ນຳເອົາເຄື່ອງປີ່ນເຕີ 1 ໜ່ວຍ, ຈວຍສະທ້ອນແສງ 10 ໜ່ວຍ ແລະ ກະບອງໄຟ 3 ອັນ ລວມມູນຄ່າ 4,310,000 ກີບ ມາມອບໃຫ້ກອງຈະລາຈອນ ປກສ ແຂວງບໍລິຄຳໄຊ

ການນຳເອົາອຸປະກອນ ມາມອບໃຫ້ໃນຄັ້ງນີ້ ກໍ່ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນ ໃນການປະຕິບັດໜ້າທີ່ວຽກງານຂອງພະແນກຕຳຫຼວດຈະລາຈອນ…ອ່ານຕໍ່

ໂຮງຮຽນ ມສ ໄຊຍະເພັດ ຈັດກິດຈະກໍາແຂ່ງຂັນພາລະສຶກສາ ແລະ ສິລະປະສຶກສາປະຈຳປີ 2021

ທີ່ໂຮງຮຽນ ມສ ໄຊຍະເພັດ ໄດ້ຈັດກິດຈະກໍາການແຂ່ງຂັນພາລະສຶກສາ ແລະ ສິລະປະສຶກສາປະຈໍາປີຂື້ນ ສໍາລັບກິລາທີ່ແຂ່ງຂັນກໍ່ມີປະເພດ ກິລາດຶງເຊືອກຍິງ-ຊາຍ,ຍ່າງສາມຂາຍິງ-ຊາຍ,ແຂ່ງຂັນພາຍເຮືອບົນບົກຍິງ-ຊາຍ

ກ່ອນຈະເຂົ້າສູ່ພິທີຢ່າງເປັນທາງການ ຍັງໄດ້ຮັບຊົມການສວນສະໜາມຈາກບັນດານ້ອງນັກຮຽນ ເຊິ່ງມີທັງໝົດ 10 ກ້ອນກໍາລັງ…ອ່ານຕໍ່

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: