Tuesday, March 18, 2025

ເຄີຍເຫັນຄົບແລ້ວບໍ່ ? ເງິນກີບລາວໃນແຕ່ລະຍຸກສະໄໝ

ຖ້າເວົ້າເຖິງເງິນ ເປັນຄຳທີ່ຄຸ້ນຫູ ແລະ ຄຸ້ນເຄີຍກັນໃນຍຸກປັດຈຸບັນ ເພາະການດຳລົງຊີວິດໃນຍຸກນີ້ຖືວ່າ ເປັນຍຸກກ້າວກະໂດດໃນການພັດທະນາ ຊຶ່ງມັນເປັນສິ່ງຈຳເປັນໃນຫຼາຍໆດ້ານ ທັງການຫາຄວາມຮູ້, ອິນເຕີເນັດ, ອາຫານ, ເຄື່ອງນຸ່ງຫົ່ມ ແລະ ການຢູ່ອາໄສ

ເງິນກີບລາວກໍເປັນສິ່ງທີ່ພັດທະນາມາພ້ອມກັບປະເທດ ໃນແຕ່ລະຍຸກແຕ່ລະສະໄໝ ເຊິ່ງຈະປ່ຽນໄປຕາມການປົກຄອງຂອງສະໄໝນັ້ນໆ

ເຮົາຈະມາທຳຄວາມຮູ້ຈັກກັບເງິນກີບລາວ ໃນແຕ່ລະຍຸກແຕ່ລະສະໄໝວ່າ ເງິນກີບລາວໄດ້ຜ່ານມາແລ້ວຈັກຍຸກຈັກສະໄໝ ກ່ອນທີ່ຈະມາເປັນເງິນກີບລາວໃນຍຸກປັດຈຸບັນ

ໃນສະໄໝອານາຈັກລາວລ້ານຊ້າງ ປີ ຄ.ສ 1373 – ປີ ຄ.ສ 1478 ມີ: ເງິນຫອຍ, ເງິນລາດ, ເງິນຮ້ອຍ, ເງິນໝາກຄໍ້, ເງິນກ້ອນ, ເງິນຕູ້, ເງິນຮາງ

ສະໄໝອິນດູຈີນ-ຝຣັ່ງເສດ ປີ ຄ.ສ 1875 – ປີ ຄ.ສ 1954 ມີ: ເງິນຫຼຽນເຮັດດ້ວຍໂລຫະ, ເງິນບີ່, ເງິນກີບຫົວໜາມ, ຫຼຽນສະຕາງແດງ ( ເຮັດດ້ວຍທອງແດງ) , ຫຼຽນສະຕາງ, ຫຼຽນສະຕາງແດງ ( ເຮັດດ້ວຍທອງສຳລິດ ), ເງິນກີບຫົວໂລ້ນ, ຫຼຽນນິແກນ, ເງິນສົດໜຶ່ງເບ້ຍ, ເງິນເຈ້ຍ ( ທະນະບັດ ),

ສະໄໝປະເທດລາວປະກາດເປັນເອກະລາດຈາກຝຣັ່ງເສດ ໃນປີ 1945 ມີ: ເງິນກີບລາວອິດສະຫຼະ ( 10ອັດ, 50ອັດ, 10ກີບ )

ສະໄໝພະຣາຊະອານາຈັກລາວ ປີ ຄ.ສ 1952 ມີ: ຫຼຽນອັດ ( 10ອັດ, 20ອັດ, 50ອັດ )

ສະໄໝສົງຄາມການເມືອງລະຫວ່າງລັດຖະບານຣາຊະອານາຈັກລາວ ແລະ ປະເທດລາວ ປີ ຄ.ສ 1957 ມີ: ເງິນຣາຊະອານາຈັກລາວ ( 1ກີບ, 5ກີບ, 10ກີບ, 20ກີບ, 50ກີບ, 100ກີບ, 500ກີບ )

ສະໄໝລັດຖະບານວຽງຈັນ ( ລັດຖະບານວຽງຈັນຄື: ລັດຖະບານປະສົມ 3 ຝ່າຍຄື ຝ່າຍແນວລາວຮັກຊາດ, ຝ່າຍເປັນກາງຮັກຊາດ, ຝ່າຍຣາຊະອານາຈັກລາວ ) ປີ ຄ.ສ 1962 – ປີ ຄ.ສ 1963 ມີ ເງິນຂອງລັດຖະບານວຽງຈັນ ( 1ກີບ, 5ກີບ, 20ກີບ, 50ກີບ ) , ເງິນຕາ ( 1ກີບ, 5ກີບ, 20ກີບ, 50ກີບ, 200ກີບ, 1.000ກີບ ), ເງິນກີບຄັງໄຂ ( 1ກີບ, 5ກີບ, 20ກີບ, 50ກີບ )

ໄລຍະປີ ຄ.ສ 1968 – ປີ ຄ.ສ 1979 ມີ: ເງິນກີບປົດປ່ອຍ ( 1ກີບ, 5ກີບ, 10ກີບ, 20ກີບ, 50ກີບ, 100ກີບ, 200ກີບ, 500ກີບ ) ແລະ ເງິນຫຼຽນ ປີ ຄ.ສ 1980 ( 10ອັດ, 20ອັດ, 50ອັດ )

ເງິນຕາ ສະໄໝຣາຊະອານາຈັກລາວ ປີ ຄ.ສ 1974 – ປີ ຄ.ສ 1975 ມີ: ທະນະບັດ ( 10ກີບ, 100ກີບ, 500ກີບ, 1.000ກີບ, 5.000ກີບ )

ແລະ ໄລຍະສຸດທ້າຍເຊິ່ງເປັນໄລຍະ ຫຼັງມີການສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( ສປປ ລາວ ) ເງິນກີບປັດຈຸບັນ ໄດ້ຈັດພິມມີ: ເງິນກີບ ປີ ຄ.ສ 1979 ( 1ກີບ, 5ກີບ, 10ກີບ, 20ກີບ, 50ກີບ ), ເງິນກີບ ປີ ຄ.ສ 1988 ( 500 ກີບ ), , ເງິນກີບ ປີ ຄ.ສ 1997 ( 2.000 ກີບ ເກົ່າ ),ເງິນກີບ ປີ ຄ.ສ 1998 ( 1.000ກີບ ), ເງິນກີບປີ ຄ.ສ 2003 ( 5.000ກີບ, 10.000ກີບ, 20.000ກີບ ), ເງິນກີບ ປີ ຄ.ສ 2004 ( 50.000 ກີບ, 100.000ກີບ )

ແລະ ເງິນທີ່ພິມອອກມາເພື່ອເປັນທີ່ລະນຶກຄົບຮອບ 450 ປີ ນະຄອນຫຼວງວຽງຈັນ ເງິນກີບ ( ໃບ 100.000 ກີບ )

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.