Monday, April 21, 2025

ເອກະຊົນໄທພ້ອມ! ເຈລະຈາ ແລະ ຫາທາງອອກຊ່ວຍ ໃນການຈ່າຍຄ່າໄຟຟ້າຂອງລາວ

ສຳນັກຂ່າວ Bangkok Biznews ໄດ້ລາຍງານວ່າ: ຈາກກໍລະນີບໍລິສັດ ຜະລິດໄຟຟ້າ-ລາວ ມະຫາຊົນ (EDL-Gen) ເຊິ່ງເປັນຜູ້ຮັບຊື້ໄຟຟ້າ ໄດ້ສົ່ງໜັງສືແຈ້ງເຖິງຜູ້ຜະລິດໄຟຟ້າທີ່ຂາຍໃຫ້ກັບລາວ ໂດຍຈະຂໍປັບປ່ຽນການຈ່າຍເງິນຄ່າໄຟຟ້າໃໝ່ ເນື່ອງຈາກລັດຖະບານປະສົບບັນຫາບໍ່ມີເງິນມາຈ່າຍໃຫ້ ແລະ ຂໍໃຫ້ພິຈາລະນາຢູູ່ 2 ເງື່ອນໄຂດັ່ງນີ້: ໂດຍໄລຍະສັ້ນ ແມ່ນ ຊະລໍການຈ່າຍເງີນ ແລະ ຂໍປ່ຽນມາຈ່າຍເງິນກີບແທນການຈ່າຍເງິນໂດລາ, ໄລຍະຖັດໄປ ແມ່ນຂໍໃຫ້ຫຼຸດຜົນຕອບແທນລົງທຶນລົງ ແລະ ລົດລາຄາ ປ່ຽນມາຊື້ໃນລາຄາຖືກແທນ

ບັນດາບໍລິສັດທີ່ລົງທຶນຜະລິດໄຟຟ້າ ໃນ ສປປ ລາວມີ: ບໍລິສັດ ຜະລິດໄຟຟ້າ ຈຳກັດມະຫາຊົນ ( EGCO ), ບໍລິສັດ ຊີເຄ ພາວເວີ້ ຈຳກັດມະຫາຊົນ ( CKP ), ບໍລິສັດ ຣາດ ກຸບ ຈຳກັດມະຫາຊົນ ( RATCH ), ບໍລິສັດ ໂກບອນ ເພົາເວີ້ ຊິນເນີຍີ່ ຈຳກັດມະຫາຊົນ ( GPSC ), ບໍລິສັດ ບີຊີພີຈີ ຈຳກັດມະຫາຊົນ ( BCPG ), ບໍລິສັດ ບໍ.ກຣິມ ເພົາເວີ້ ຈຳກັດມະຫາຊົນ ( BGRIM )

ທາງຜູ້ບໍລິຫານຂອງແຕ່ລະບໍລິສັດ ໄດ້ພິຈາລະນາໃນເງື່ອນໄຂການ ຊະລໍການຈ່າຍເງິນໃນຄັ້ງນີ້ຢ່າງຮັດກຸມ ແລະ ຫາທາງອອກທີ່ດີທີ່ສຸດ ເພາະມັນຈະເຮັດໃຫ້ເກີດຜົນກະທົບບໍ່ໜ້ອຍກໍ່ຫຼາຍໃນບາງບໍລິສັດ ເຊິ່ງບໍລິສັດສ່ວນໃຫຍ່ ກໍແມ່ນບໍ່ມີບັນຫາໃນການທີ່ຈະຊະລໍການຈ້ານເງິນ ເພາະເຖິງຢ່າງໃດ ກໍ່ໄດ້ມີການຈ່າຍເງິນທຸກງວດຢູ່ແລ້ວ ແລະ ເງິນທີ່ໄດ້ຮັບເປັນກີບ ກໍ່ຈະເອົາໄປບໍລິຫານຈັດການໃນໂຄງການທີ່ຢຸ່ໃນ ສປປ ລາວ

ສ່ວນບັນດາ ບໍລິສັດທີ່ໄດ້ຮັບຜົນກະທົບໂດຍກົງ ກໍ່ໄດ້ມີການຫານທາງອອກໂດຍການ ພິຈາລະນາ ແລະ ເຈລະຈາເງື່ອນໄຂເພື່ອໃຫ້ມີບັນຫາໜ້ອຍທີ່ສຸດ ເຊັ່ນ ການຂໍສິດປະໂຫຍກອື່ນຊົດເຊີຍ ແລະ ຕໍ່ສັນຍາ ເປັນຕົ້ນ

ຂໍ້ມູນຈາກ: bangkokbiznews

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.