Friday, March 21, 2025

ເລື່ອງໜ້າສົນໃຈ ຂອງວິສາຫະກິດລາວ 2020

ສູນສະຖິຕິແຫ່ງຊາດ ເປີດເຜີຍຂໍ້ມູນກ່ຽວກັບວິສາຫະກິດໃນລາວ ໂດຍລະບຸວ່າ 94% ຂອງວິສາຫະກິດທີ່ຈົດທະບຽນໃນລາວ ເປັນວິສາຫະກິດຊຸມຊົນ ແລະ ຈຳນວນນີ້ ມີພຽງແຕ່ 8.7% ເທົ່ານັ້ນ ທີ່ໃຊ້ບໍລິການແຫຼ່ງເງິນທຸນຈາກທະນາຄານ ນອກຈາກນີ້ ຍັງມີລາຍລະອຽດອື່ນໆ ທີ່ກ່ຽວຂ້ອງ ໂດຍອິນໄຊລາວນຳມາສະຫຼຸບເປັນ 5 ເລື່ອງໄດ້ ດັ່ງນີ້

1. ຜ່ານໄປ 6 ປີ ມີຈຳນວນເພີ່ມຂຶ້ນ 7.3%

ໂດຍຈາກຂໍ້ມູນໃນປີ 2019-2020 ສະແດງໃຫ້ເຫັນວ່າ ລາວມີຈຳນວນວິສາຫະກິດທີ່ຈົດທະບຽນລວມທັງໝົດ 133,997 ແຫ່ງ ເພີ່ມຂຶ້ນ 9,124 ແຫ່ງເມື່ອທຽບກັບປີ 2013 ຫຼືຄິດໄລ່ເປັນອັດຕາສ່ວນໄດ້ 7.3%

2. ປະມານ 94.2% ເປັນວິສາຫະກິດຊຸມຊົນ

ໃນບັນດາວິສາຫະກິດທັງໝົດ ປະມານ 94.2% ເປັນວິສາຫະກິດຊຸມຊົນ ຫຼື ຄິດໄລ່ເປັນຈຳນວນທັງໝົດ ແມ່ນ 126,168 ແຫ່ງ ສ່ວນອີກ 4.9% ເປັນວິສາຫະກິດຂະໜາດນ້ອຍ ແລະ 0.7% ເປັນວິສາຫະກິດຂະໜາດກາງ ຂະນະທີ່ອີກບໍ່ຮອດ 0.2% ທີ່ເປັນວິສາຫະກິດຂະໜາດໃຫຍ່

ປະເພດທຸລະກິດ ຂາຍສົ່ງ-ຂາຍຍ່ອຍ ແລະ ທຸລະກິດແປງລົດ-ລົດຖີບ ແມ່ນປະເພດທຸລະກິດທີຫຼາຍທີສຸດ ໂດຍມີຈຳນວນລວມກັນເຖິງ 61.2% ຂອງປະເພດທຸລະກິດທີ່ມີການຈົດທະບຽນທັງໝົດ ຂະນະທີ່ທຸລະກິດໂຮງງານແປຮູບມີພຽງ 14.7% ແລະ ທຸລະກິດບໍລິການມີ 10.6%

3. ເກືອບທັງໝົດ ຢູ່ໃນເມືອງ

ວິສາຫະກິດຂະໜາດໃຫຍ່ ມັກຈະຕັ້ງຢູ່ໃນແຂວງເສດຖະກິດຂອງປະເທດ ເຊັ່ນ ແຂວງຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ແລະເຊັ່ນດຽວກັນກັບວິສາຫະກິດອື່ນໆ ທີສ່ວນໃຫຍ່ ຈະຕັ້ງຢູ່ໃຈກາງເມືອງ ແຕ່ມີບ້າງບາງແຫ່ງ ທີ່ຈັດຕັ້ງຢູ່ໃນພື້ນທີ່ຊົນນະບົດຫ່າງໄກ ຂອງພາກໃຕ້ ເຊິ່ງຍັງບໍ່ມີຖະໜົນເຂົ້າເຖິງ

4. ສ້າງວຽກເຮັດງານທຳ ເກືອບ 500,000 ຕໍາແໜ່ງ

ໃນປີທີ່ຜ່ານມາ ວິສາຫະກິດທັງປະເທດ ສ້າງລາຍໄດ້ລວມກັນປະມານ 107,584,000 ລ້ານກີບ ສ້າງອັດຕາການຈ້າງວຽກ 490,373 ຕໍາແໜ່ງ ໂດຍ 50.1% ເປັນຜູ້ຍິງ

ຢ່າງໃດກໍ່ດີ ມີວິສາຫະກິດຫຼາຍກວ່າ 120,000 ແຫ່ງ ຫຼື ຄິດເປັນ 90.6% ຂອງທັງໝົດ ມີພະນັກງານພຽງແຕ່ 1-5 ຄົນ

5. 91.3% ເຮັດທຸລະກິດດ້ວຍທຶນສ່ວນຕົວ

ຂໍ້ມູນລະບຸວ່າ ວິສາຫະກິດທີ່ມີອັດຕາສ່ວນການກູ້ເງິນຈາກທະນາຄານຫຼາຍທີ່ສຸດ ແມ່ນວິສາຫະກິດຂະໜາດກາງ ໂດຍຄິດໄລ່ເປັນສັດສ່ວນ 29.7% ຂອງຈຳນວນວິສາຫະກິດຂະໜາດກາງທັງໝົດ ໃນຂະນະທີ່ ວະສາຫະກິດຂະໜາດໃຫຍ່ ມີອັດຕາສ່ວນໃນການໃຊ້ບໍລິການເງິນກູ້ທະນາຄານ 27% ແລະ ວິສາຫະກິດຂະໜາດນ້ອຍ ໃຊ້ບໍລິການເງິນກູ້ທະນາຄານ 24.6%

ສຳລັບວິສາຫະກິດຊຸມຊົນ ແມ່ນກຸ່ມທີ່ໃຊ້ເງິນທືນຕົນເອງຫຼາຍສຸດ ໂດຍມີອັດຕາສ່ວນໃນການໃຊ້ບໍລິການທາງການທະນາຄານພຽງ 8.7%

ແຕ່ຫາກຄິດໄລ່ເປັນຈຳນວນຫົວໜ່ວຍທຸລະກິດທີ່ມີການກູ້ຍືມເງິນຈາກທະນາຄານແລ້ວ ວິສາຫະກິດຊຸມຊົນ ຍັງແມ່ນກຸ່ມທີ່ໃຫຍ່ສຸດ ໂດຍມີເຖິງ 10,977 ແຫ່ງ ຮອງລົງມາແມ່ນທຸລະກິດຂະໜາດໜ້ອຍ 1,624 ແຫ່ງ ຂະໜາດກາງ 283 ແຫ່ງ ແລະ ໃຫຍ່ 75 ແຫ່ງ ຕາມລຳດັບ

ໃນຈຳນວນຂ້າງເທິງນີ້ ຫາກຄິດໄລ່ເປັນຈຳນວນວຶິສາຫະກິດທີ່ກູ້ຍືມເງິນ ແລະໄມ່ກູ້ຍືມເງິນ ຈາກທະນາຄານແລ້ວ ຈະພົບວ່າ ເປັນພຽງ 9.7% ຂອງຈຳນວນວິສາຫະກິດທັງໝົດເທົ່ານັ້ນ ຫຼືອາດກ່າວໄດ້ວ່າ ວິດສາຫະກິດລາວຈຳນວນເຖິງ 91.3% ນັ້ນ ເຮັດທຸລະກິດດ້ວຍທຶນສ່ວນຕົວ

ສຳລັບຜົນການສຳຫຼວດເທື່ອນີ້ ທ່ານ ນາງ ພອນສາລີ ສຸກສະຫວັດ ຫົວໜ້າສູນສະຖະຕິແຫ່ງຊາດ ກ່າວວ່າ ຈະເປັນຂໍ້ມູນອ້າງອີງທີ່ມີປະໂຫຍດ ສຳລັບຜູ້ມີໜ້າທີ່ກຳນົດນະໂຍບາຍໃຫ້ວິສາຫະກິດທຸກລະດັບ ລວມເຖິງນັກວິໄຈ, ນັກຮຽນ ແລະ ຜູ້ເຮັດວຽກອື່ນໆ ທີ່ກ່ຽວຂ້ອງດ້ວຍ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່