Thursday, March 20, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚ 9 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຢູນີເຊັບ ຮ່ວມກັບ ຄະນະວິທະຍາສາດສັງຄົມ ເປີດໂຄງການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ



ຈຸດປະສົງຂອງໂຄງການຮ່ວມມືແມ່ນເພື່ອປະເມີນ ແລະ ປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະຂອງຄະນະວິທະຍາສາດສັງຄົມ ໂດຍພິຈະລະນາມາດຖານສັງຄົມສົງເຄາະອາຊຽນແລະສາກົນເພີ່ອສຶກສາຄວາມເພິ່ງພໍໃຈຂອງນັກສຶກສາສາຂາສັງຄົມສົງເຄາະ

ເຊິ່ງໄລຍະເວລາການຮ່ວມມືຂອງໂຄງການແມ່ນ 1 ປີ ຊຶ່ງໄດ້ເລີ່ມມາແຕ່ເດືອນທັນວາ ປິ2020 ຫາເດືອນທັນວາ ປິ 2021…ອ່ານຕໍ່

ເມືອງໄຊຍະບູລີ ປະກາດເອົາ 14 ຫ້ອງການເປັນກົມກອງວັດທະນະທຳ



ກ່ອນທີ່ຈະປະກາດ 14 ຫ້ອງການຂຶ້ນເປັນກົມກອງວັດທະນະທຳໄດ້ປະຕິບັດທັງໝົດຕາມ 5 ບາດກ້າວ, ຜ່ານການປະເມີນຕາມ 6 ມາດຖານໃນການ ສ້າງຄົນ, 4 ມາດຖານໃນການສ້າງກົມກອງວັດທະນະທໍາແມ່ນເຫັນວ່າ 14 ກົມກອງ ແມ່ນຄົບຕາມເງື່ອນໄຂ

ເຊິ່ງເມືອງໄຊຍະບູລີ ມີກົມກອງທັງໝົດ 29 ກົມກອງ ເຄື່ອນໄຫວຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງອົງຄະນະພັກເມືອງ…ອ່ານຕໍ່


More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.