Saturday, January 25, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 9 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ອັດຕະປື ເລີ່ມສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ



ອັດຕະປື ໄດ້ຈັດພິທີສັກຢາວັກຊີນຂຶ້ນທີ່ໂຮງໜໍແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປທ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ມີອໍານວຍການໂຮງໝໍ ພ້ອມດ້ວຍພະນັກງານແພດ-ໝໍເຂົ້າຮ່ວມ ເຊິ່ງແຂວງອັດຕະປື ມີເປົ້າໝາຍເບື້ອງຕົ້ນຈະໄດ້ຮັບວັກຊິນມີທັງໝົດ 4 ພັນຄົນ

ວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ…ອ່ານຕໍ່

ເຈົ້າເມືອງອາດສະພອນ ລົງສຳຫຼວດເສັ້ນທາງແຕ່ບ້ານຜັກຂະຍ່າຫາບ້ານສົ້ມໂຮງ



ເສັ້ນທາງດັ່ງກ່າວນີ້ແມ່ນເສັ້ນທາງປູດ້ວຍດິນແດງ ຜ່ານຈຸດບ້ານຕ່າງໆຄື ບ້ານຜັກຂະຍ່າ, ໜອງເດີ່ນ, ໜອງບົວ, ກຸດຊຸງ, ສົ້ມໂຮງ ມີຄວາມຍາວທັງໝົດປະມານ 10 ພັນກວ່າແມັດ, ກ້ວາງ 5 ແມັດແລະໄດ້ກໍ່ສ້າງມາຫຼາຍປີ ເຊິ່ງໃນແຕ່ລະປີພໍ່ແມ່ປະຊາຊົນກໍ່ໄດ້ບົວລະບັດຮັກສາພ້ອມກັນສ້ອມແປງໃນທຸກໆປີ

ການສຳຫຼວດໃນຄັ້ງນີ້ແມ່ນໄດ້ກຳນົດຂອບເຂດຄວາມຮັບຜິດຊອບໃຫ້ກັບແຕ່ລະບ້ານຮັບຜິດຊອບສ້ອມແປງ ໂດຍການຕົກລົງຮ່ວມກັນໃນ 5ບ້ານ, ແມ່ນມອບໃຫ້ ທ່ານ ບຸນລັບ ວໍລະວົງ ເປັນຜູ້ຮັບເໝົາສ້ອມແປງທັງໝົດໃນງົບປະມານເບື້ອງຕົ້ນ 40 ກວ່າລ້ານກີບ ເຊິ່ງເປັນທຶນຂອງພໍ່ແມ່ປະຊາຊົນໃນ 5ບ້ານດັ່ງກ່າວ..ອ່ານຕໍ່

ກອງປະຊຸມປຶກສາຫາລືປະກອບຄຳເຫັນປັບປຸງປື້ມຄູ່ມືສື່ມວນຊົນກັບສິດທິເດັກ 



ທ່ານ ປີ່ນປາຖະໜາ ພັນທະມາລີ ຮອງຫົວໜ້າສະມາຄົມນັກຂ່າວ ແຫ່ງ ສປປລາວ ແລະ ພາກອີກຫຼາຍພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລືການປ່ຽນແປງເອກະສານ ແລະ ປັບປຸງປຶ້ມຄູ່ມືສື່ມວນຊົນກັບສິດທິເດັກ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອແນໃສ່ຮັບປະກັນໃຫ້ແກ່ການປົກປ້ອງ ແລະ ສົ່ງເສີມສິດທິເດັກຢູ່ປະເທດເຮົາ ຕາມແນວທາງນະໂຍບາຍຂອງພັກເຮົາ ກ່ຽວກັບວຽກງານສື່ມວນຊົນ ໂດຍສະເພາະວຽກງານປົກປ້ອງສິດທິເດັກ ເພື່ອໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບການປະຈຸບັນ…ອ່ານຕໍ່

ສາທາລະນະສຸກ ແຂວງອັດຕະປື ກໍານົດ 9 ວຽກບຸລິມະສິດສໍາຄັນ ໃນປີ 2021



ພາຍໃນປີ 2021 ແຂວງອັດຕະປື ໄດ້ກໍານົດ 9 ວຽກງານບຸລິມະສິດສໍາຄັນ ຄື: ພັດທະນາພະນັກງານດ້ານປະລິມານ ແລະ ຄຸນນະພາບ, ແຈກຢາຍ ແລະ ຄຸ້ມຄອງ ຢ່າງມີຫຼັກການໃຫ້ສອດຄ່ອງກັບຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ, ສ້າງຄວາມສາມາດສຸມໃສ່ແກ້ໄຂສາຍເຫດ

ເພື່ອຫຼຸດຜ່ອນການຕາຍຂອງແມ່ ແລະ ເດັກ ໂດຍສະເພາະປ້ອງກັນການຂາດສານອາຫານ ຍົກລະດັບຄຸນນະພາບບໍລິການສຸກຂະພາບຂອງແມ່ ແລະ ຂອງເດັກ ແລະ ເດັກເກີດໃໝ່ ສ້າງຄວາມສາມາດ ແລະ ເງື່ອນໄຂທີ່ຄົບຖ້ວນທາງດ້ານບຸກຄະລາກອນອຸປະກອນທີ່ຈໍາເປັນ ງົບປະມານ ແລະ ອື່ນໆ…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ