Monday, April 21, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 11 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືດ້ານວິຊາການ



ຈຸດປະສົງ ໃນການເຊັນບົດບັນທຶກ ການຮ່ວມມື ໃນຄັ້ງນີ້ ເພື່ອພັດທະນານັກສຶກສາຂອງວິທະຍາໄລເຕັກນິກສັບພະວິຊາ ແລະ ພະນັກງານວິຊາການຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໃຫ້ມີຄວາມຮູ້-ຄວາມສາມາດ ມີເຕັກນິກວິຊາສະເພາະສູງຂຶ້ນ ແລະ ເພື່ອຍົກສູງຄຸນນະພາບ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ ສ່ວນໄລຍະເວລາການຮ່ວມມືກັນແມ່ນ 5 ປີ

ໃນບັນດາວຽກງານທີ່ທັງສອງໄດ້ຮ່ວມມືກັນດ້ານວິຊາການ ຕົ້ນຕໍປະກອບມີ ຈະໄດ້ຮ່ວມກັນສ້າງ ແລະ ພັດທະນາຫລັກສູດການຮຽນ-ການສອນໃໝ່…ອ່ານຕໍ່

ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານ – ນັກຮົບທີ່ເສຍຊີວິດ



ກອງພົນທີ 4 ໄດ້ຈັດພິທີມອບເງິນອຸດໜູນໃຫ້ແກ່ຄອບຄົວພະນັກງານ-ນັກຮົບ ທີ່ເສຍຊີວິດ ສໍາລັບການມອບເງິນໃນຄັ້ງນີ້ມີຈໍານວນ 9 ຄອບຄົວ, ພະນັກງານ 8 ຄອບຄົວ ແລະ ນັກຮົບ 1 ຄອບຄົວ ລວມເງິນທັງໝົດ 654. 247. 120 ກີບ

ໂອກາດນີ້ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ໄດ້ມີຄໍາເຫັນໂອ້ລົມຕໍ່ຄອບຄົວພະນັກງານ – ນັກຮົບ ທີ່ເສຍຊີວິດໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ – ລັດ…ອ່ານຕໍ່

ລົງກວດກາໂຄງການກໍສ້າງເສັ້ນທາງ ແຕ່ບ້ານແຟນຫາບ້ານຫົວນ້ຳບາກ ເມືອງໄຊແຂວງອຸດົມໄຊ



ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປລາວ ພ້ອມດ້ວຍ ຮອງເຈົ້າແຂວງໆອຸດົມໄຊ ພ້ອມກັບທີມງານລົງເຄື່ອນໄຫວກວດກາໂຄງການຄັ້ງນີ້ ກໍເພື່ອໄດ້ຢ້ຽມຊົມບັນດາກິດຈະກຳການຜະລິດພຶດລະດູແລ້ງຢູ່ບ້ານກັດ ແລະ ບ້ານ ຫ້ວຍຊາງ ເຊິ່ງທັງສອງບ້ານຈະສຸມໃສ່ປູກພຶດລະດູແລ້ງ

ຈານັ້ນດໍເດີນທາງໄປກ້ວຍນໍ້າບາກ ເພື່ອພົບປະພໍ່ແມ່ປະຊາຊົນແລະ ຄະນະພັກເຂດຫົວນ້ຳບາກ ສຳລັບໂຄງການກໍສ້າງເສັ້ນທາງເສັ້ນດັ່ງກ່າວ ແມ່ນມີຄວາມຍາວ 19,10ກິໂລແມັດ ມູນຄ່າການກໍ່ສ້າງຫຼາຍກວ່າ 11,6 ຕື້ກີບ ໂດຍແມ່ນ ທືນຊ່ວຍເຫຼືອຈາກທະນາຄານໂລກ…ອ່ານຕໍ່

ລະມາມ ມອບເງິນນະໂຍບາຍໃຫ້ຜູ້ທີ່ມີປົນງານ ແລະ ຄຸນງາມຄວາມດີ ຮັບໃຊ້ການປະຕິວັດຊາດ



ລະມາມໄດ້ຈັດພິທີມອບ-ຮັບ ເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ທີ່ຫ້ອງປະຊຸມ ຫ້ອງການແຮງງານ ແລະ ສະຫວັດດີການເມືອງ ພ້ອມຜ່ານລາຍຊື່ຜູ້ທີ່ໄດ້ຮັບນະໂຍບາຍ ຕໍ່ຜູ້ເສຍສະຫຼະຊີວິດ ຈຳນວນ 11 ສະຫາຍ ແລະ ຍັງມີຊີວິດ ຮັບອຸດໜູນເທື່ອດຽວ ຈຳນວນ 3 ສະຫາຍ

ລວມເປັນເງິນນະໂຍບາຍທັງໝົດ 364.332.600 ກີບ ເຊິ່ງໃຫ້ກຽດຂື້ນມອບໂດຍທ່ານ ໂພທອງ ສີລັນດອນ ຮອງເຈົ້າເມືອງ ແລະ ທ່ານ ນາງ ໝອນສະໄໝ ບຸນຄ່ອງ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.