Thursday, November 13, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚ 12 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ສະມາຄົມສຽງແຄນລາວ ຈະຈັດຕັ້ງສົ່ງເສີມແຄນລາວ ແລະ ສຽງແຄນລາວ



ສະມາຄົມສຽງແຄນລາວ ຊຶ່ງເປັນເຈົ້າຂອງລິຂະສິດແຄນໄດ້ເຊັນສັນຍາກັບ ບໍລິສັດລາວຈະເລີນສິນຈຳກັດ ແລະ ສວນອາຫານມັງກອນທອງ ໃນການຮ່ວມມືກັນກຽ່ວກັບໂຄງການຮ່ວມມືຜະລິດ ແລະ ຈຳໜ່າຍ ຜະລິດຕະພັນແຄນລາວ

ໂຄງການດັ່ງກ່າວນີ້ແມ່ນເພື່ອສົ່ງເສີມແຄນລາວ ແລະ ສຽງແຄນລາວຊຶ່ງເປັນດົນຕີປະຈໍາຊາດລາວໃຫ້ເປັນທີ່ເອກອ້າງສົມກັບເປັນມໍລະດົກໂລກ ທັງເປັນການສົ່ງເສີມດົນຕີພື້ນເມືອງລາວ ຊຶ່ງສຽງແຄນເປັນສິລະປະວັດທະນະທໍາລາວທີ່ຕິດພັນກັບການທ່ອງທ່ຽວ ແລະເປັນການໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຄວາມເປັນເອກະລັກຂອງແຄນທີ່ເປັນດົນຕີພື້ນເມືອງລາວ…ອ່ານຕໍ່

ນັກລົງທຶນຈີນ ຈະສຳປະທານດິນລັດ 7.8 ເຮັກຕາ ເພື່ອສ້າງໂຮງງານແປຮູບຢາງພາລາ



ເຊິ່ງເນື້ອທີ່ຈະສຳປະທານມີເນື້ອທີ່ປູກຢາງພາລາແລ້ວເກືອບ 5.000 ເຮັກຕາ, ໃນນັ້ນ ສາມາດກີດຢາງໄດ້ແລ້ວ 3.560 ເຮັກຕາ ແລະ ປູກໃໝ່ມີ 220 ເຮັກຕາ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ລົງກວດກາຈຸດທີ່ຈະກໍ່ສ້າງໂຮງງານດັ່ງກ່າວ ຊຶ່ງທ່ານໄດ້ກ່າວວ່າ: ການສ້າງໂຮງງານດັ່ງກ່າວຕ້ອງຮັບປະກັນຮັກສາສິ່ງແວດລ້ອມເປັນຫຼັກ, ຕ້ອງຮັບປະກັນບໍ່ໃຫ້ສົ່ງກິ່ນເໝັນ, ຕ້ອງມີໜອງບໍາບັດນໍ້າເປື້ອນ ສິ່ງສໍາຄັນຕ້ອງສົ່ງເສີມປະຊາຊົນທ້ອງຖິ່ນມີວຽກເຮັດງານທໍາ ແລະ ເກັບຊື້ຢາງພາລານໍາປະຊາຊົນໃນລາຄາທີ່ເໝາະສົມ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.