Thursday, July 9, 2026
Kbank Laos โอน รับ จ่าย
-->

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 12 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ນະຄອນ ໄກສອນ ພົມວິຫານ ເປີດໃຫ້ວັກຊີນກັນພະຍາດໂຄວິດ-19 ໃຫ້ກຸ່ມສ່ຽງ ຮອບທີ 1



ນະຄອນໄກສອນ ພົມວິຫານ ເປັນນະຄອນໜຶ່ງ ຊຶ່ງມີທີຊາຍແດນຕິດກັບປະເທດໄທ ປັດຈຸບັນກໍ່ໄດ້ມີແຮງງານລາວກັບມາໃນແຕ່ລະວັນເປັນຈຳນວນຫຼາຍ 100 ຄົນ, ສະນັ້ນເພື່ອເປັນການປ້ອງກັນຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ ທາງນະຄອນຈຶ່ງໄດ້ຈັດວັກຊີນໃຫ້ກັບຫ້ອງການສາທາລະນະສຸກນະຄອນ ໄກສອນ ພົມວິຫານເພື່ອນຳມາສັກໃຫ້ກັບກຸ່ມທີ່ມີສ່ຽງສູງໃນຮອບທີ 1 ຈຳນວນ 103ໂດສ

ໂດຍຈະຊັກໃຫ້ສະເພາະກຸ່ມທີ່ມີຄວາມສ່ຽງຕໍ່ການແຜ່ເຊື້ອ ເປັນຕົ້ນແມ່ນ ພະນັກງານແພດໝໍທີ່ເຮັດໜ້າທີ່ປີ່ນປົວຄົນເຈັບ, ເຈົ້າໜ້າທີ່ຢູ່ສູນຈໍາກັດບໍລິເວນ, ເຈົ້າໜ້າທີ່ ເຮັດໜ້າທີ່ກວດກາຄົນເຂົ້າ-ອອກເມືອງຕາມດ່ານຕ່າງໆ ແລະ ຄະນະສະເພາະກິດແຕ່ລະຂັ້ນ,ພະນັກງານອະນາໄມຕາມໂຮງໝໍ,ພະນັກງານສະຖານີລົດໂດຍສານ,ພະນັກງານບໍລິການຕາມຮ້ານອາຫານ,ຮ້ານບັນເທີງ ລວມທັງຮ້ານຂາຍຢາເອກະຊົນບ່ອນທີ່ມີຄວາມສ່ຽງ…ອ່ານຕໍ່

ເມືອງໂຂງ ແຂວງຈຳປາສັກ ເລີ່ມສັກວັກຊີນປ້ອງກັນພະຍາດໂຄວິດ-19 ຮອບທຳອິດ


ເມືອງ ໂຂງ ແຂວງຈຳປາສັກ ໄດ້ມີພິທີສັກວັກຊີນປ້ອງກັນພະຍາດ ໂຄວິດ -19 ຮອບທີ 1 ເຊິ່ງໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງນີ້ທັງໝົດ 2.007 ໂດສ ຈາກຈີນ ເຊິ່ງແມ່ນວັກຊີນ ຊີໂນຟຣາມ (Sinopharm Vaccine)

ເຊິ່ງສັກກຸ່ມທໍາອິດໃຫ້ກັບກຸ່ມທີ່ມີຄວາມສ່ຽງສູງ ເປັນຕົ້ນ: ການນຳຂັ້ນເມືອງ, ພະນັກງານຫ້ອງການອ້ອມຂ້າງເມືອງ ຫຼື ຜູ້ທີ່ເປັນດ່ານຫນ້າທີ່ມີຄວາມສ່ຽງຕໍ່ຕິດເຊື້ອຈາກການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ລົງຕິດຕາມໂຄງການລົງທຶນຂອງລັດ



ເຊິ່ງຈະມີໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ເທດສະບານເມືອງອະນຸວົງ ຫາ ບ້ານວຽງທອງ ເມືອງທ່າໂທມ, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ເທດສະບານເມືອງອະນຸວົງ ຫາ ບ້ານອ່າວໄຕ້ ເມືອງອະນຸວົງ, ໂຄງການກໍ່ສ້າງເສັ້ນທາງເບຕົງ ຖະໜົນເພຍຫຼວງ, ຖະໜົນໄຊຊະນະ ແລະ ຖະໜົນອະນຸວົງ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຈັ້ງ ຊ່ວງທີ 1, ຊ່ວງທີ 2 ແລະ ໂຄງການກໍ່ສ້າງຕຶກອາຄານຫ້ອງວ່າການ ແຂວງໄຊສົມບູນ

ນຳໂດຍ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ລົງຊຸກຍູ້ແລະຕິດຕາມໂຄງການລົງທຶນຂອງລັດໃນຄັ້ງນີ້
ອ່ານຕໍ່

ແຂວງຄໍາມ່ວນ ເລີ່ມສັກວັກຊີນໂຄວິດ-19 ໃຫ້ 3 ກຸ່ມສ່ຽງ



ແຂວງຄໍາມ່ວນ ໄດ້ຮັບວັກຊີນປ້ອງກັນການນຕິດເຊື້ອພະຍາດໂຄວິດ-19 ຈຳນວນ 13.600 ໂດສ, ສາມາດສັກໄດ້ທັງໝົດ 6.800 ຄົນ ເຊິ່ງໃນການສັກວັກຊີນ ແຕ່ລະຄົນ ແມ່ນຈະໄດ້ສັກຈໍານວນ 2 ເຂັມ ເຊິ່ງການສັກເຂັມທີ 2 ແມ່ນມີໄລຍະຫ່າງ 28 ວັນ

ເຊິ່ງໃນຊຸດທໍາອິດແມ່ນຈະເລີ່ມສັກໃຫ້ແກ່ 03 ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອເປັນຕົ້ນແມ່ນ: ບັນດາເຈົ້າໜ້າທີ່ ແລະ ພະນັກງານທີ່ປະຈຳຢູ່ແຕ່ລະດ່ານ, ພະນັກງານທີ່ປະຕິບັດໜ້າທີ່ຢູ່ບັນດາສູນກັກກັນ ແລະ ພະນັກງານ ແພດ-ໝໍ ທີ່ເຮັດໜ້າທີ່ປິ່ນປົວທີ່ໄດ້ສຳພັດກັບຄົນເຈັບ…ອ່ານຕໍ່

ເມືອງທ່າແຕງ ໄດ້ເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ



ເມືອງທ່າແຕງ ແຂວງເຊກອງ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ທັງໝົດ 900 ໂດຼສ ເປັນວັກຊິນທີ່ລັດຖະບານລາວຊ່ວຍເຫຼືອ

ເຊິ່ງຮອບທຳອິດໄດ້ສັກຢາວັກຊີນ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ 450 ຄົນ ເຊິ່ງຈະມີຄະນະນໍາຂອງເມືອງ, ພະນັກງານພະນັກງານແພດ-ໝໍ, ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວ, ເຈົ້າຂອງເຮືອນພັກ, ໂຮງແຮມ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານເຂົ້າ-ອອກເມືອງ…ອ່ານຕໍ່

ເມືອງທ່າປາງທອງ ເລີ່ມໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19



ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຮັບການແບ່ງປັນວັກຊິນ ຈາກພະແນກສາທາລະນະສຸກແຂວງ ຈຳນວນ 88 ໂດສ ແລະ ໄດ້ເລີ່ມ ສັກວັກຊິນ ໃຫ້ກັບກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຊິ່ງການສັກວັກຊິນແມ່ນຈະໄດ້ປະຕິບັດ 2 ໄລຍະຄື: ໄລຍະທີ່ 1 ຈະສັກທັງໝົດ 88 ໂດສ ແລະ ໄລຍະທີ່ 2 ຈະສັກຕື່ມໃນວັນທີ 8 ເມສາ 2021, ເມືອງທ່າປາງທອງແມ່ນໄດ້ກຳນົດເອົາ ໂຮງໝໍເມືອງເປັນບ່ອນສັກວັກຊິນ…ອ່ານຕໍ່

ເມືອງເຊໂປນເລີ່ມ ເປີດການສັກຢາວັກຊິນປ້ອງກັນໂຄວິດ 19 ຮອບທີ່ 1



ທ່ານ ດຣ ຄໍາຕູ່ນ ອຸານລຽນວົງສັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ໃຫ້ຮູ້ວ່າ: ເມືອງເຊໂປນ ເປັນເມືອງທີ່ມີຊາຍແດນຕິດກັບປະເທດຫວຽດນາມສະນັ້ນຈຶ່ງມີຄວາມຈໍາເປັນທີ່ສຸດຕໍ່ການປ້ອງກັນໂຄວິດ19 ໃຫ້ບຸກຄະລາກອນ ແລະ ບຸກຄົນທີ່ມີຄວາມສ່ຽງສູງກ່ອນ

ເຊິ່ງຈະມີ ພະນັກງານແພດໝໍ ແລະ ພະນັກງານປະຈໍາຢູ່ດ່ານສາກົນລາວ-ຫວຽດນາມ,ທະຫານ,ຕຳຫຼວດ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ-ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ໂຮງຮຽນ 46 ແຫ່ງ ໃນເມືອງອຸທຸມພອນໄດ້ຮັບອຸປະກອນການຮຽນ,ເຄື່ອງນຸ່ງຫົ່ມ ຈາກອົງການຊ່ວຍເຫຼືອເດັກສາກົນ



ທ່ານ ນາງ Deborah Leaver ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຊ່ວຍເຫຼືອທັງໝົດ 46 ແຫ່ງ ເພື່ອຟື້ນຟູການສຶກສາທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໂດຍຈະເນັ້ນໃສ່ໃຫ້ການຊ່ວຍເຫຼືອທາງດ້ານເຄື່ອງນຸ່ງຫົ່ມ,ອຸປະກອນການຮຽນສໍາລັບນັກຮຽນ,ອຸປະກອນຮັກສາສຸຂະອະນາໄມ ແລະ ແນະແນວຮັກສາສຸຂະອະນາໄມໃຫ້ແກ່ໂຮງຮຽນ

ນອກຈາກນີ້ ກໍ່ຍັງຝຶກອົບຮົມໃຫ້ແກ່ ພໍ່ແມ່ຜູ້ປົກຄອງເດັກ ກ່ຽວກັບການປ້ອງກັນການໃຊ້ຄວາມຮຸນແຮງພາຍໃນຄອບຄົວ…ອ່ານຕໍ່

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.