Tuesday, March 18, 2025

ລາວ ພົບຜູ້ຕິດເຊື້ອເພີ່ມ 1ຄົນ (ຄົນທີ 49)

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ໃນວັນທີ 12 ມີນາ 2021 ໄດ້ກວດຫາຜູ້ຕິດເຊື້ອທັງໝົດ 466 ຄົນ ແລະ ພົບວ່າມີໜຶ່ງຜູ້ຕິດເຊື້ອໂຄວິດ-19

ເປັນເພດຊາຍ ອາຍຸ 53 ປີ ສັນຊາດອິນໂດເນເຊຍ ເຊິ່ງເຮັດວຽກຢູ່ ສປປ ລາວ ແລະ ທາງຄະນະສະເພາະກິດບໍ່ໄດ້ເປີດເຜີຍທັງຊື່ຄົນ ແລະ ຊື່ບໍລິສັດ ເຊິ່ງກ່ອນຜູ້ກ່ຽວຈະມາ ສປປ ລາວ ກໍ່ໄດ້ກວດເບິ່ງພະຍາດ ແຕ່ກໍ່ບໍພົບເຊື້ອໂຄວິດ-19

ໃນວັນທີ 10 ມີນາ 2021 ຜູ້ກ່ຽວໄດ້ເດີນຈາກປະເທດອິນໂດເນເຊຍ ຜ່ານປະເທດມາເລເຊຍ ແລະ ຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍທ່ຽວບິນ Ak7554 ຫຼັງຈາກນັ້ນວັນທີ 12 ຜູ້ກ່ຽວກໍ່ໄດ້ກວດເຊື້ອອີກຄັ້ງ ແລະ ຜົນກວດກໍພົບເຊື້ອ ປັດຈຸບັນໄດ້ນໍາຜູ້ກ່ຽງໄປປິ່ນປົວຢຸ່ ໂຮງໝໍມິດຕະພາບ ທີ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ທີ່ມານຳຖ້ຽວບິນນັ້ນມີທັງໝົດ 25 ຄົນ ກວດທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ

ເຊິ່ງປັດຈຸບັນ ສປປ ລາວ ຍັງມີຜູ້ທີ່ຕິດເຊື້ອທັງໝົດ 7 ຄົນ: ນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນນະເຈດ 2ຄົນ ແລະ ຈຳປາສັກ 1ຄົນ ເຊິ່ງທັງໝົດຍັງສຸຂະພາບແຂງແຮງດີ ບໍ່ມີອາການຍັງ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.