Monday, April 21, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 15 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເກີດອຸບັດຕິເຫດໃນເດືອນກຸມພາ ສູງເຖິງ 683 ຄັ້ງ



ກົມ​ຕຳຫຼວດ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້ໃຫ້ຮູ້ວ່າ: ໃນເດືອນກຸມພາ 2021 ພາຫະນະທີ່ຮ່ວມກໍ່ເຫດເກີດອຸບັດເຫດຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດຈັກ 122 ຄັ້ງ, ຮອງລົງມາ ລົດຈັກຕໍາລົດໃຫຍ່ 210ຄັ້ງ, ລົດໃຫຍ່ຕໍາລົດໃຫຍ່ 109 ຄັ້ງ, ລົດຈັກຕໍາລົດບັນທຸກ 16 ຄັ້ງ ແລະ ອື່ນໆ

ເຮັດໃຫ້ມີ​ອຸບັດເຫດ​ເກີດ​ຂຶ້ນ​ທັງ​ໝົດ 683 ຄັ້ງ ແລະ ມີຜູ້ເສຍຊີວິດເຖິງ 103 ຄົນໃນທົ່ວ​ປະເທດ ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ມາຈາກການດື່ມສິ່ງມຶນເມົາ, ການໃຊ້ຄວາມໄວ, ບໍ່ປ່ອຍສິດ, ປ່ຽນທິດທາງ…ອ່ານຕໍ່

ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບມູນຄ່າຫຼາຍກວ່າ 21 ຕື້



ເຊິ່ງໂຄງການສູບນໍ້າຂອງບໍລິສັດນໍ້າປະປາ DKLS ຕັ້ງຢູ່ບ້ານນາແກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສາມາດບັນຈຸຈັກສູບນໍ້າດິບທີ່ມີກຳລັງແຮງໃນການສູບນໍ້າຈາກນໍ້າຂອງ ມາຜະລິດເປັນນໍ້າປະປາໄດ້ຫຼາຍເຖິງ 43,2 ລ້ານລິດຕໍ່ວັນ

ພິທີປະມູນໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດນໍ້າປະປາ DKLS ໂດຍມີສາມບໍລິສັດທີ່ເຂົ້າຮ່ວມປະມູນໃນຄັ້ງນີ້…ອ່ານຕໍ່

ແຂວງສະຫວັນນະເຂດ ເລີ່ມສັກວັກຊີນປ້ອງກັນພະຍາດໂຄວິດ-19 ຮອບທຳອິດ



ພະແນກສາທາລະນະສຸກ ແຂວງສະຫວັນນະເຂດໄດ້ເລີ່ມການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດໃຫ້ກຸ່ມເປົ້າໝາຍ ຫຼື ກຸ່ມສ່ຽງທີ່ແຂວງສະຫວັນນະເຂດທີ່ ໂຮງໝໍແຂວງສະຫວັນນະເຂດ ຈຳນວນ 22.200 ໂດສ

ທ່ານ ດຣ ແສງດາວ ຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໃຫ້ຮູ້ຕື່ມວ່າ: ແຂວງສະຫວັນນະເຂດເປັນແຂວງທີ່ໃຫຍ່ມີປະຊາກອນຫຼາຍກວ່າ 1 ລ້ານຄົນ ເປັນແຂວງທີ່ມີຄວາມສ່ຽງສູງ ຍ້ອນວ່າປະຊາຊົນສ່ວນຫຼາຍແມ່ນໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງໃນແຕ່ລະວັນມີຄົນກັບມາປະມານ 100 ຄົນ/ວັນ…ອ່ານຕໍ່


More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.