Thursday, January 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 15 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ບໍລິສັດຊ່ວງໄຊ ຈະຂະຫຍາຍເນື້ອທີ່ປູກມອນ-ລ້ຽງມອນໃຫ້ປະຊາຊົນແຂວງອຸດົມໄຊ 500 ເຮັກຕາ



ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການສົ່ງເສີມການປູກມອນ-ລ້ຽງມ້ອນ ຂອງບໍລິສັດຊວງໄຊພັດທະນາກະສິກຳ ຈຳກັດ ຢູ່ແຂວງອຸດົມໄຊ ໄດ້ສະຫຼຸບວຽກງານ ແລະ ວາງແນວທາງຂອງໂຕງຄງການຂອງປີ 2021

ໂດຍບໍລິສັດຈະສູ້ຊົນຂະຫຍາຍເນື້ອທີ່ປູກຂອງປະຊາຊົນໃນ 6 ເມືອງໃຫ້ໄດ້ 500 ເຮັກຕາ ໂດຍໂຄງການມີຈຸດປະສົງເປັນພື້ນຖານຄໍ້າປະກັນໃນການຕອບສະໜອງວັດຖຸດິບໃຫ້ແກ່ໂຮງງານຜະລິດໄໝມ້ອນໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະປີ

ເຊິ່ງຍັງເປັນການສ້າງວຽກເຮັດງານທໍາທີ່ເປັນອາຊີບທີ່ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ…ອ່ານຕໍ່

ເມືອງທ່າແຕງ ເນັ້ນ 7ວຽກງານສຳຄັນສຳລັບການລົງທຶນ



ຫ້ອງການແຜນການ ແລະ ການລົງທຶນ ແລະ ຫ້ອງການ-ການເງິນເມືອງ ທ່າແຕງ ແຂວງ ເຊກອງ ຕ້ອງເລັ່ງຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງເຂັ້ມງວດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ

ສຳລັບການລົງທຶນຕ້ອງເອົາໃຈໃສ່ 7 ວຽກຄື:

1.ຕ້ອງຊຸກຍູ້ແຮງການຜະລິດ,ການບໍລິການ,ການປັບປຸງໂຄງສ້າງເສດຖະກິດທີ່ຫຼາກຫຼາຍ, ສົ່ງເສີມການລົງທຶນ

2. ເອົາໃຈໃສ່ປະຕິບັດກົດໝາຍການລົງທຶນຂອງລັດຢ່າງເຂັ້ມງວດ

3. ດຶງດູດເອົາທຶນຊ່ວຍເຫຼືອທາງການພັດທະນາ

4. ຫ້ອງການ, ເຂດຈຸດສຸມພັດທະນາ, ອົງການປົກຄອງບ້ານຕ້ອງເພີ່ມທະວີປະສານສົມທົບກັນຢ່າງແໜ້ນແຟ້ນ

5. ເອົາໃຈໃສ່ປັບປຸງ,ຟື້ນຟູພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກທີ່ໄດ້ຮັບຜົນເສຍຫາຍຈາກໄພທໍາມະຊາດ

6. ຫ້ອງການອອ້ມຂ້າງເມືອງ, ເຂດຈຸດສຸ່ມພັດທະນາ, ບ້ານ ອີງໃສ່ເປົ້າໝາຍ, ວຽກຈຸດສຸ່ມ, ທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 3 ສະໄໝທີ VI

7. ຊອກທຸກເງື່ອນໄຂ,ວິທີການຕ່າງໆໃນການກະຕຸກຊຸກຍູ້ເສດຖະກິດຂັ້ນບ້ານໃຫ້ມີການຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້…ອ່ານຕໍ່

ການກວດກາ ໂຄງການພັດທະນາຊົນນະບົດ,ເສັ້ນທາງແຕ່ຕາດສະແລນ ຫາ ຈຸດສຸມລາໂກ ເມືອງເຊໂປນ



ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ມີການກວດກາມອບ-ຮັບຊົ່ວຄາວການກໍ່ສ້າງ ແລະ ສ້ອມແປງທາງ ຈາກຕາດສະແລນ ຫາ ຈຸດສຸມລາໂກ ເມືອງໂຊໂປນ ແຂວງສະຫວັນນະເຂດ ລວງຍາວປະມານ 16,44 ກິໂລແມັດ, ມູນຄ່າ 13,5 ຕື້ກີບ, ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ທະນາຄານພັດທະນາ KfW

ເຊິ່ງໂຄງການພັດທະນາຊົນນະບົດ ທະນາຄານ Kfw ໄດ້ຊ່ວຍເງືອມາຕັ້ງແຕ່ປີ 2017 ທັງໝົດຫຼາຍກວ່າ 42 ຕື້ກີບ ໃນນັ້ນລັດຖະບານລາວປະກອບສ່ວນທຶນສົມທົບ 664,000 ເອີໂຣ, ໂດຍສະເລ່ຍແລ້ວ ລັດຖະບາຍເຢຍລະມັນ 85% ແລະ ລັດຖະບານລາວ 15 %…ອ່ານຕໍ່

ເມືອງອາດສະພອນ ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ຮອບທຳອິດ



ທີ່ໂຮງໝໍເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ມີການຈັດຂະບວນການໃຫ້ວັກຊິນກັນພະຍາດ COVID-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ຮອບທີ 1 ໃນຈຳນວນ 75 ໂດຣ

ການໃຫ້ວັກຊິນໃນຄັ້ງນີ້ ເພື່ອເປັນການປ້ອງກັນຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ກໍາລັງແຜ່ລະບາດຢ່າງຫຼວງຫຼາຍໃນທົ່ວໂລກ ສ່ວນການຊີດວັກຊິນອີກໃນຮອບທີ 2 ແມ່ນກຳລັງກະກຽມຂຶ້ນແຜນ…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ