ປະຈຳວັນ ⠚ 16 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:
ກຳແພງຍັກບູຮານຍາວ 15 ກິໂລແມັດ ແຫຼ່ງທ່ອງທ່ຽງ ເມືອງທ່າແຂກ ທີຍັງບໍ່ມີຜູ້ພັດທະນາ
ເປັນກຳແພງຫີນສູງໃຫຍ່ ແລະ ຕັ້ງຍາວໄປຕາມແລວທາງ 13 ໃຕ້ ເຊິ່ງສັນນິຖານວ່າສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ ກໍາແພງຍັກບູຮານດັ່ງກ່າວ ຖືວ່າເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ຍັງບໍ່ມີນັກລົງທຶນໄປພັດທະນາ
ລວງສູງສະເລ່ຍແລ້ວປະມານ 10-16 ແມັດ ໂດຍຕັ້ງຢູ່ເປັນຈຸດບໍ່ຕິດກັນ ສະເພາະເຂົ້າທ່ຽວຊົມນັ້ນແມ່ນບໍ່ໄດ້ເສຍຄ່າ ຊຶ່ງມີເສັ້ນທາງເຂົ້າໄປຫ່າງຈາກເສັ້ນທາງ 13 ໃຕ້ປະມານ 1 ກິໂລແມັດ…ອ່ານຕໍ່
ການແຂ່ງຂັນບານເຕະທົ່ວປະເທດ ຈະເລີ່ມຂຶ້ນທ້າຍເດືອນນີ້
ການແຂ່ງຂັນບານເຕະຍິງ-ຊາຍ ທົ່ວປະເທດ ລາຍການ COPA Coca-Cola 2021 ຈະເລີ່ມຂຶ້ນໃນທ້າຍເດືອນນີ້ ຊຶ່ງການແຂ່ງຂັນຮອບຄັດເລືອກຈັດຢູ່ 3 ພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ແລະ ຮອບສຸດທ້າຍຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ
ພາກເໜືອມີທັງໝົດ 14ທີມ, ພາກກາງ 134ທີມ ແລະ ພາກໃຕ້ມີທັງໝົດ 14ທິມ ເຊິ່ງຈະຄັດເລືອດເອົາເທື່ອລະພາກເພື່ອເຂົ້າໄປແຂ່ງໃນຮອບສຸດທ້າຍ…ອ່ານຕໍ່
ເທດສະການສາຍຮູບເງົາດີເດັ່ນລາວ- ຈີນ ຈະເປັນເວທີແຫ່ງການສົ່ງເສີມການພົວພັນຂອງສອງຊາດ
ໃນປີ 2021 ນີ້ ໄດ້ມີການຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ຂຶ້ນມາບໍ່ດົນນີ້ ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ
ຮູບເງົາທີ່ນຳມາສາຍປະກອບມີ 4 ເລື່ອງຄື: ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40 ປີຂອງພວກເຮົາ ແລະ ບວກກັບຮູບເງົາດີເດັ່ນຂອງລາວອີກຈຳນວນໜຶ່ງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸສາກົນແຫ່ງ ປະເທດຈີນ (CRI) ປະຈຳລາວ ແລະ ພາກສ່ວນທີ່ກຽ່ວຂ້ອງ…ອ່ານຕໍ່
ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B
ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B ແຕ່ສາມແຍກຂົວນໍ້າຍອນ ຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້
ງ ແຂວງໄຊສົມບູນ
ໂຄງການດັ່ງກ່າວ ມີຄວາມຍາວທັງໝົດ 66,18 ກິໂລແມັດ, ຄວາມກວ້າງ 7 ປະຈຸບັນ ສາມາດປະຕິບັດໄດ້ທັງໝົດ 4,62% ເຊິ່ງມີບໍລິສັດ ລາວ-ເອອີຊີ ຄອນຊາວຕິງ ຈຳກັດ ເປັນບໍລິສັດທີ່ປຶກສາ…ອ່ານຕໍ່
ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ
ທ່ານ ໄຊສົມພອນ ພ້ອມດ້ວຍຄະນະ ແລະ ການນຳແຂວງຫຼວງພະບາງ ໄດ້ລົງຢ້ຽມຢາມສະຖາຍທີ່ກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ແຂວງຫຼວງພະບາງ ຊຶ່ງຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະ ເມືອງປາກອູ
ການກໍ່ສ້າງຂົວຂ້າມນ້ຳຂອງກວ້າງ 9 ແມັດ, ຍາວ 500 ແມັດ ຈະໃຫ້ສໍາເລັດໃນຕົ້ນປີ 2022, ສຳເລັດການກໍ່ສ້າງທ່າເຮືອຊົ່ວຄາວຢູ່ບ້ານຄົກແສງສຸລິຍາ ເມືອງປາກອູ ລວມທັງບ້ານມ່ວງແກ້ວ ແລະ ບ້ານຖີ່ນໂຮງ ເມືອງຈອມເພັດ…ອ່ານຕໍ່