Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 16 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ອາດີດນາຍົກລັດຖະມົນຕີ ມອບເຄື່ອງມືຊ່ວຍເຫຼືອໃຫ້ບັນດາທະຫານ ແລະ ປກສ ແຂວງໄຊສົມບູນ

ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີ ພ້ອມກັບຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງມືໃຫ້ແກ່ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ

ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີ 6 ຊຸດ, ປິ່ນເຕີ 2 ເຄື່ອງ, ປຶ້ມຂຽນ, ບິກ, ຜ້າຫົ່ມ, ບານເຕະ, ເຈວລ້າງມື ແລະ ຜ້າປິກປາກ ລວມມູນຄ່າທັງໝົດ 100 ລ້ານກວ່າກີບ ຊຶ່ງເຄື່ອງຈຳນວນດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກຫຼາຍບໍລິສັດເປັນປູ້ສະໜອງທຶນໃຫ້…ອ່ານຕໍ່

ຝຶກອົບຮົມ ການບໍລິການ ແລະ ເອົາໃຈໃສ່ລູກຄ້າໃຫ້ພາກທຸລະກິດ ທົ່ວເມືອງທ່າແຕງ



ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງມີຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນຄັ້ງທໍາອິດຂອງແຂວງ ໂດຍແນໃສ່ການຍົກລະດັບຄຸນນະພາບຂອງການບໍລິການ

ການເອົາໃຈໃສ່ລູກຄ້າໃນຂະແໜ່ງການບໍລິການ ແລະ ການທ່ອງທ່ຽວ ໂດຍສະເພາະເນັ້ນໃສ່ລະດັບຜູ້ຈັດການ ແລະ ເຈົ້າຂອງກິດຈະການທີ່ປິ່ນອ້ອມທຸລະກິດການທ່ອງທ່ຽວ

ໃຫ້ພາກທຸລະກິດໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານ,ທັງເປັນການປັບປຸງວຽກງານການທ່ອງທ່ຽວໃຫ້ມີການຂະຫຍາຍຕົວນັບມື້ນັບດີຂຶ້ນ ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ…ອ່ານຕໍ່

ຄຳມ່ວນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາ ແລະ ກິລາ



ການສຶກສາພາກເອກະຊົນ ແມ່ນໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ມາຮອດປະຈຸບັນມີນັກຮຽນພາກເອກະຊົນກວມເອົາ 13,3%, ມີໂຮງຮຽນຊັ້ນປະຖົມທັງໝົດ 650 ແຫ່ງ, ມີຈຳນວນນັກຮຽນ 44.711 ຄົນ, ອັດຕາການເຂົ້າຮຽນໃໝ່ສຸດທິ ປໍ 1 ເພີ່ມຂຶ້ນຈາກ 92,4% ເປັນ 94% ສ່ວນອັດຕາປະລະຊັ້ນປະຖົມຫຼຸດລົງຈາກ 5,7% ຍັງເຫຼືອ 5%

ໂຮງຮຽນຊັ້ນມັດທະຍົມສຶກສາທັງໝົດປະກອບມີ 138 ແຫ່ງ, ມີນັກຮຽນທັງໝົດ 33.096 ຄົນ, ອັດຕາປະລະການຮຽນຊັ້ນມໍຕົ້ນຫຼຸດລົງຈາກ 12,4% ເປັນ 11,1% ແລະ ຊັ້ນມໍປາຍ ເພີ່ມຂຶ້ນຈາກ 7,9% ເປັນ 8,9%…ອ່ານຕໍ່

ເມືອງໄຊພູທອງ ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ



ເມືອງໄຊພູທອງ ແຂວງສະຫວັນນເຂດໄດ້ເປີດຂະບວນສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຜູ້ທີ່ມີຄວາມສ່ຽງໃນຮອບທີ1 ເຊິ່ງວັກຊີນດັ່ງກ່າວແມ່ນໄດ້ມາຈາກການຊ່ວຍເຫຼືອລ້າຈາກ ສປ ຈີນ

ໂດຍຈະສັກໃຫ້ຜູ້ທີ່ມີຄວາມສ່ຽງເປັນຕົ້ນພະນັກງານແພດໝໍ, ຜູ້ທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນ, ຜູ້ເຮັດວຽກຢູ່ສູນຈຳກັດບໍລິເວນ, ການນໍາເມືອງ, ຄະນະສະເພາະກິດຕ້ານໂຄວິດ -19 ຈຳນວນທີ່ສັກໃນຄັ້ງນີ້ແມ່ນ 81 ໂດສ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້