Sunday, January 19, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 17 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ສ່ວຍສາອາກອນແຂວງອັດຕະປື ເລັ່ງໃຫ້ພະນັກງານລັດຖະກອນຈ່າຍຄ່າທາງ ແລະ ທີ່ດິນ ເປັນແບບຢ່າງ

ທ່ານ ສຸລິພອນ ຟອງສະໜຸດ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງອັດຕະປື ໄດ້ແນະນຳແຈ້ງການຂອງເຈົ້າແຂວງ ກ່ຽວກັບການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນ

ເພິ່ນໄດ້ເລັ່ງໃສ່ບັນດາອົງການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນຕ້ອງເປັນແບບຢ່າງ ໃນການຊຳລະຄ່າທຳນຽມທາງ ແລະ ພາສີທີ່ດິນຢ່າງຕັ້ງໜ້າ, ຮັບປະກັນໃນການຄຸ້ມຄອງເກັບລາບຮັບໃຫ້ບັນລຸ ຕາມທິດ ທາງແຜນການທີ່ກຳນົດໄວ້ ດ້ວຍການມີສ່ວນຮ່ວມໃນການຊຸກຍູ້,ປິ່ນອ້ອມຈາກ ທຸກພາກສ່ວນທີ່ກ່ຽວຂ້ອງ

ການຊຳລະຄ່າທຳນຽມທາງປະຈຳປີ 2021 ຈະໝົດເວລາໃນການຊໍາລະໃນວັນທີ 31 ມີນາ 2021 ນີ້ ແລະ ການຊຳລະພາສີທີ່ດິນ ຄາດໝາຍຈະໃຫ້ສຳເລັດກ່ອນວັນທີ 30 ມິຖຸນາ 2021…ອ່ານຕໍ່

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ໄດ້​ເປີດຢ່າງເປັນທາງການ​ແລ້ວ

ສູນກວດສຸຂະພາບແຫ່ງນີ້ ແມ່ນເນັ້ນໃສ່ກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ-ທັນສະໄໝອີກແຫ່ງໜຶ່ງ ແລະ ເພື່ອອໍານວຍ ຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ

ສູນແຫ່ງນີ້ ໄດ້ຮັບການສະໜັບສະໜູນຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ…ອ່ານຕໍ່

ສປປ ລາວ ຍັງເຫຼືອຜູ້ຕິດເຊື່ອໂຄວິດ-19 ທີ່ກຳລັງປິ່ນປົວພຽງແຕ່ 4 ຄົນ

ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 4 ຄົນ ນະຄອນຫຼວງ 3ຄົນ ແລະ ສະຫວັນນະເຂດ 1ຄົນ ເຊິ່ງທຸກຄົນຍັງມີສຸຂະພາບດີ ແລະ ບໍ່ມີອາການຂັດສົນຫຍັງ

ມາດຕະການປ້ອງກັນພະຍາດໂຄວິດ-19 ຍັງເປັນສິ່ງສຳຄັນທີ່ເຮົາຕ້ອງຕັ້ງໜ້າປະຕິບັດ ຫຼີກລ້ຽງບ່ອນຄົນແອອັດ ໃສ່ຜ້າປິດປາກ-ດັງ ເພື່ອປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຂຶ້ນພາຍໃນປະເທດ..ອ່ານຕໍ່

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: