Wednesday, March 26, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 17 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:


ແຂວງບໍລິຄຳໄຊ ສົ່ງອອກສິນຄ້າໄດ້ 78ລ້ານກວ່າໂດລາ

ພາຍໃນກອງປະຊຸມກອງປະຊຸມ ວຽກງານອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ປະຈຳປີ 2020 ແລະ ທິດທາງແຜນການ 2021 ມີລາຍວ່າ

ການເຄື່ອນຍ້າຍສິນຄ້າພາຍໃນປະເທດຈໍານວນໜື່ງ ເປັນຕົ້ນແມ່ນຜະລິດຕະພັນໄມ້ແປຮູບ ບໍລິມາດ 120 ແມັດກ້ອນ ລວມມູນຄ່າ 103 ລ້ານກວ່າກີບ, ມູນຄ່າການສົ່ງອອກ ບັນລຸໄດ້ 78 ລ້ານກວ່າໂດລາ ແລະ ມູນຄ່າການນໍາເຂົ້້າ 311 ລ້ານກ່ວາໂດລາ 

ໃນ 1ປີຕໍ່ໜ້າຈະສືບຕໍ່ກວດກາສະພາບການເໜັງຕີງຂອງລາຄາ ແລະ ແນະນຳຜູ້ປະກອບການຕິດປ້າຍລາຄາເປັນເງິນກີບ ພາຍໃນເທດສະບານ ເມືອງປາກຊັນ, ລົງກວດກາລາຄາສິນຄ້າຕາມທ້ອງຕະຫຼາດຢ່າງເປັນປົກກະຕິອາທິດລະ 3 ຄັ້ງ…ອ່ານຕໍ່

ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະລົງມອບອຸປະກອນສະໜັບສະໜູນ

ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພັນລະຍາ ໄດ້ລົງຢ້ຽມຢາມພະນັກງານຫລັກແຫລ່ງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພ້ອມມອບເຄື່ອງສະໜັບສະໜູນ

ເຊິ່ງເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້ປະກອບມີ: ຄອມພິວເຕີ 3 ຊຸດ, ເຈ້ຍ A4 10 ແກັດ, ປຶ້ມຂຽນ, ຜ້າຫົ່ມ, ເຈວລ້າງມື, ຜ້າປິດປາກ, ຊຸດກິລາ, ໝາກບານ ແລະ ໝາກກາຕໍ້…ອ່ານຕໍ່

ບ້ານວັງແນກ ຮັບໂທລະໂຄ່ງ 1ຊຸດຈາກໂຄງການ ຢູປາ



ທ່ານ ຊົງກາ ຈິດຕະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໂດຍມີພະນັກງານຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມພາກສ່ວນທີ່ກ່ຽວເຂົ້າຮ່ວມເປັນສັກຂີພິຍານໃນການມອບ

ອຸປະກອນລະບົບໂທລະໂຄ່ງທີ່ມອບໃນຄັ້ງນີ້ປະກອບມີ ແອັມ ຫຼື ເຄື່ອງຂະຫຍາຍສຽງ 1 ໜ່ວຍ, ໄມສາຍ 1 ອັນ, ປາກເລີ ຫຼື ດອກໂທລະໂຄ່ງ 1 ໜ່ວຍ ແລະ ເປັນທຶນສະໜັບສະໜູນຈາກໂຄງການ ຢູປາ…ອ່ານຕໍ່

ບໍລິສັດເບຍລາວຊ່ວຍເຫຼືອ 200ລ້ານກີບ ໃຫ້ແຂວງສະຫວັນນະເຂດ ເພື່ອປະກອບສ່ວນປ້ອງກັນໂຄວິດດ-19



ພິທີມອບ – ຮັບໃນຄັ້ງນີ້ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ພ້ອມທ່ານຮອງເຈົ້າແຂວງ ແລະ ຄະນະຫ້ອງວ່າການປົກຄອງແຂວງ ໃຫ້ກຽດມອບຂອງທ່ານ ເຮັນຣິກ ຈູຣແອວ ແອນເດີເຊັນ ຜູ້ອຳນວຍການໃຫ່ຍບໍລິສັດເບຍລາວ

ບໍລິສັດເບຍລາວຈຳກັດເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຈິ່ງໄດ້ນຳເອົາເງີນຈຳນວນ 200 ລ້ານກີບ ແລະ ເພື່ອປືກສາຫາລືໃນດ້ານການພັດທະນາການວາງຈຳໜ່າຍບັນດາຜະລິດຕະພັນຕ່າງໆຂອງທາງບໍລິສັດເບຍລາວຈຳກັດ…ອ່ານຕໍ່


ສູນວັດທະນະທຳເດັກ ແຂວງໄຊສົມບູນ ລົງເຄື່ອນໄຫວກິດຈະກຳສຳລັບເດັກນ້ອຍໂຮງຮຽນປະຖົມ



ສຳລັບກິດຈະກຳຄັ້ງນີ້ ປະກອບມີກິດຈະກຳຮ້ອງເພງປະກອບທ່າທາງ, ເກມຫຼິ້ນຢາຍປ໋ອງແປ້ງ, ສອນພັບເຈ້ຍ, ເລົ່ານິທານ ແລະ ອື່ນໆ ໂດຍການນຳພາຂອງ ທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມກັບຄະນະ

ທັງນີ້ ກໍເພືຶ່ອປູກຈິດສຳນຶກໃຫ້ນ້ອງນ້ອຍນັກຮຽນ ໄດ້ມີຄວາມມັກຮັກໃນການອ່ານ, ການຂຽນ, ການປາກເວົ້າ, ການຝຶກແອບກິລາ ແລະ ສິລະປະ-ປະເພດຕ່າງໆ ເພື່ອສືບທອດ ພ້ອມຮັກສາມູນມໍລະດົກທາງວັດທະນະທຳຂອງຊາດໃຫ້ຍືນຍົງ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ