Monday, February 17, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 18 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໂຮງໝໍທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໃກ້ຈະສຳເລັດແລ້ວ ມູນຄ່າກໍ່ສ້າງຫຼາຍກວ່າ 839 ຕື້ກີບ

ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1 ຄາດວ່າຈະສຳເລັດໃນເດືອນ ພຶດສະພາ 2021 ຫຼັງຈາກກໍ່ສ້າງສຳເລັດແລ້ວກໍ່ຈະມີການຍົກຍ້າຍຄົນເຈັບ ແລະ ແພດໝໍຂຶ້ນມາໃຊ້ຕຶກໃໝ່ ແລະ ຈະທຸບຕຶກເກົ່າ ເພື່ອດໍາເນີນການກໍ່ສ້າງໄລຍະທີ 2

ໂຄງການນີ້ເປັນໂຄງການ ຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ມີມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 839,6 ຕື້ກີບ ພາຍຫຼັງທີ່ສ້າງສໍາເລັດຈະເປັນໂຮງໝໍທີ່ທັນສະໄໝມີ 600ຕຽງ ແລະໃຫຍ່ທີ່ສຸດໃນລາວ…ອ່ານຕໍ່

ແຂວງ ສາລະວັນ ກຽມຫັນວຽກຂອງລັດ ໄປສູ່ລະບົບດີຈີຕອນ

ໃນກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຂໍ້ມູນພື້ນຖານ ໃນການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ແນວຄວາມຄິດການນຳໃຊ້ໂປຣແກຣມ, ຊອບແວຣ໌ຕ່າງໆ, ຫັນເປັນທັນສະໄໝເຂົ້າໃນວຽກງານລັດ

ເພື່ອເຮັດໃຫ້ການບໍລິຫານ, ຈັດການວຽກງານຕ່າງໆພາຍໃນປະເທດ ໄດ້ຢ່າງສະດວກ, ວ່ອງໄວ, ມີຄຸນນະພາບ, ປະຢັດເວລາ ແລະ ມີຄວມປອດໄພ ພ້ອມກັນນັ້ນ ຍັງໄດ້ສົນທະນາ, ແລກປ່ຽນຄວາມຮູ້, ຄຳຄິດເຫັນ ກ່ຽວກັບການນຳໃຊ້, ວິທີ, ຂັ້ນຕອນຕ່າງໆ ໃນການນຳໃຊ້ລະບົບບໍລິຫານເອກະສານຂອງລັດ…ອ່ານຕໍ່

ນັກຮຽນຊັ້ນປະຖົມ 46 ແຫ່ງເມືອງ ອຸທຸມພອນ ຈະໄດ້ຮັບການຊ່ວຍເຫຼືອເພື່ອຟື້ນຟູການສຶກສາ

ອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ຈະມອບຊຸດນັກຮຽນ, ອຸປະກອນການສຶກສາ ແລະ ອຸປະກອນຮັກສາສຸຂະອະນາໄມໃຫ້ແກ່ນັກຮຽນຊັ້ນ​ປະ​ຖົມ 46 ແຫ່ງ ຢູ່ເມືອງ​ອຸ​ທຸມ​ພອນ ແຂວງສະຫວັນນະເຂດ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ເພື່ອຊ່ວຍເຫຼືອຟື້ນຟູວຽກງານການສຶກສາ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.