ປະຈຳວັນທີ ⠚ 18 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ຖວທ ຈັດກອງປະຊຸມ ເພື່ອສະເໜີຟ້ອນລຳວົງ ເຂົ້າເປັນມໍລະດົກໂລກ

ເປີດກອງປະຊຸມປຶກສາຫາລືເປັນເອກະພາບ ຮັບຮອງເອົາທ່າຟ້ອນລໍາວົງລາວ ຢູ່ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫລວງວຽງຈັນ ກົມສິລະປະການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເພື່ອສະເໜີໃຫ້ ອົງການ ອຸຍເນັສໂກ (UNESCO) ຮັບຮອງເຂົ້າເປັນມໍລະດົກໂລກ
ໃນກອງປະຊຸມ ບັນດາຄູອາຈານ ກໍຄືນັກວິຊາການທີ່ເຂົ້າຮ່ວມ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນເຂົ້າ ໃສ່ທ່າບົດຟ້ອນທັງ 18 ລາຍການ(ແບບຟ້ອນ) ມີຄື: ຟ້ອນລຳວົງທ່າເຊີນຊວນ, ລໍາຄອນສະຫວັນ, ລໍາສີພັນດອນ, ລໍາມະຫາໄຊ, ລໍາຕັ່ງຫວາຍ, ລໍາສາລະວັນ, ລໍາຜູ້ໄທ, ຂັບທຸ້ມຫລວງພະບາງ, ຂັບຊໍາເໜືອ, ຂັບເມີ້ຍ, ຂັບງື່ມ, ຂັບຊຽງຂວາງ, ຈັງຫວະສະຫລົບ, ຈັງຫວະສະລັບຟັນປາ, ຈັງຫວະຣິມໂບຣ໋ອກ, ຈັງຫວະເພງສາວຊຽງຂວາງທັງງາມທັງເກັ່ງ, ຈັງຫວະສ້ອນກຸ້ງ ແລະ ຈັງຫວະຟ້ອນໃສ່ເພງປາຄໍ່ໃຫຍ່…ອ່ານຕໍ່
ທະຫານ ແຂວງສະຫວັນນະເຂດມອບເງິນອຸດໜູນນະໂຍບາຍ ໃຫ້ຄອບຄົວພະນັກງານບຳນານທີ່ເສຍຊິວິດ

ກອງບັນຊາການທະຫານ ແຂວງ ສະຫວັນະເຂດ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວພະນັກງານບຳນານທີ່ເສຍຊິວິດ ເຊິ່ງເງິນອຸດໜູນທີ່ມອບໃນຄັ້ງນີ້ມີຈຳນວນ 287.334.264 ກີບ, ມອບໃຫ້ 4 ຄອບຄົວ
ກ່າວມອບໂດຍ ສະຫາຍ ພັນໂທ ຄຳຜົງ ພັດທະນາ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ແຂວງ ສະຫວັນະເຂດ ແລະ ຕາງໜ້າທັງສີ່ຄອບຄົວກໍ່ໄດ້ສະແດງຄວາມຂອບອົກຂອບໃຈນຳພັກ-ລັດ…ອ່ານຕໍ່
ບໍລິສັດນໍ້າຕານມິດລາວ ຈໍາກັດມອບນໍ້າຕານມູນຄ່າ 3.000.000ກີບ ເພື່ອປະກອບສ່ວນເຂົ້າໃນກິດຈະກໍາລາວທ່ຽວລາວ

ຕາງໜ້າບໍລິສັດນໍ້າຕານມິດລາວ ຈໍາກັດ ໄດ້ນໍາເອົານໍ້າຕານຈໍານວນ 500 ກິໂລກຣາມ ລວມມູນຄ່າ 3.000.000ກີບ ມອບໃຫ້ກັບ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເພື່ອມອບຕໍ່ໃຫ້ກັບ ປະຊາຊົນໃນຂະບວນຄາຣາວານທ່ອງທ່ຽວຄັ້ງນີ້ຢ່າງທົ່ວເຖິງ ໂດຍການໃຫ້ກຽດ ຮັບຂອງທ່ານ ນາງ ດາວວອນ ໄຊສຸລຽນ ກໍາມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ສະຫວັນນະເຂດ…ອ່ານຕໍ່
ຈັດກອງປະຊຸມທົບທວນສະພາບ ການຕ້ານ ແລະ ສະກັດກັ້ນ ຂາຍສັດປ່າທີ່ຜິດກົດໝາຍ

ກອງປະຊຸມທົບທວນຄືນສະພາບຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານຂອງຄະນະປະສານງານການບັງຄັບໃຊ້ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ເຊິ່ງໄດ້ມີການຮ່ວມມືກັບປະເທດເພື່ອບ້ານ ຂັ້ນແຂວງ ຫຼື ພີເວນ (p-wen)
ແລະ ຍັງເນັ້ນໃຫ້ເອົາໃຈໃສ່ປະຕິບັດກົດໝາຍ ກ່ຽວກັບສັດນ້ຳ-ສັດປ່າ ແລະ ກົດໝາຍລຸ່ມນິຕິກຳທີ່ແຂວງອຸດົມໄຊກຳນົດອອກ, ຂັ້ນແຂວງ, ເມືອງ ຕ້ອງປະສານງານກັນຢ່າງເປັນປົກກະຕິ ເພື່ອແກ້ໄຂບັນຫາການລັກລອບຄ້າ-ຂາຍ ສັດນ້ຳ-ສັດປ່າ…ອ່ານຕໍ່
ເຮືອຊ່ວງຫ້ອງການກະສິກຳຕັ້ງເປົ້າຄວ້າແຊ້ມ ໃນງານຊ່ວງເຮືອ ເມືອງດາກຈຶງ ແຂວງເຊກອງ

ງານຊ່ວງເຮືອດາກຈຶງປີນີ້ ທີມຫ້ອງການກະສິກຳ-ປ່າໄມ້ແມ່ນສົ່ງປະເພດເຮືອກາບເຂົ້າຮ່ວມການແຂ່ງຂັນ 2 ທີມ,ມີທີມ A ແລະ ທິມ B ປະຈຸບັນແມ່ນໄດ້ນຳເຮືອລົງຝຶກຊ້ອມແລ້ວ ແລະ ເຫັນວ່ານັກສີພາຍແມ່ນມີຄວາມພ້ອມເກືອບ100% ໃນການເຂົ້າແຂ່ງຂັນເພື່ອຍາດເອົາໄຊຊະນະໃນປີນີ້
ງານບຸນຊ່ວງເຮືອແພ ແລະ ບຸນປະເພນີ 4ເຜົ່າເມືອງດາກຈຶງ ແຂວງເຊກອງ ທີ່ຈະຈັດຂຶ້ນໃນທ້າຍເດືອນ ມີນາ 2021ນີ້ ເຊິ່ງທີມສີພາຍເຮືອຊ່ວງຫ້ອງການກະສິກຳ-ປ່າໄມ້ເມືອງຕັ້ງເປົ້າຄວ້າແຊ້ມໜ້ານ້ຳຫ້ວຍປຼີງໃນປະເພດເຮືອກາບ 7 ສີ…ອ່ານຕໍ່
ເມືອງວິລະບູລີ ແຂວງສະຫວັນນະເຂດ ຈະເນັ້ນການແກ້ໄຂຄວາມທຸກຍາກໃນວິໄສທັດ 5ປີ ຮອດປີ 2030

ວິໄສທັດຮອດປີ 2030 ທີ່ໄດ້ວາງໄວ້ນັ້ນເປັນບູລິມະສິດໃຫຍ່ແມ່ນສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເຊິ່ງເນື່ອງຈາກໃນໄລຍະຜ່ານມາເມືອງວິລະບູລີເປັນເມືອງໜຶ່ງທີ່ຖືກຜົນກະທົບຈາກໄພທຳມະຊາດ
ທາງເມືອງກໍ່ໄດ້ວາງແຜນຍຸດທະສາດຫັນໄປສູ່ການຜະລິດໃໝ່ໂດຍການປູກພືດໄລຍະສັ້ນ,ມາຮອດປີນີ້ສາມາດຜະລິດເຂົ້ານາແຊງປູກໄດ້ລື່ນຄາດໝາຍໄດ້ 226 ເຮັກຕາ,ແຜນທີ່ວາງໄວ້ 200 ເຮັກຕາ…ອ່ານຕໍ່
ອົງການແຮງງານສາກົນ ILO ລົງເຜີຍແຜ່ຂໍ້ມູນ-ຂ່າວສານ ໃຫ້ແກ່ແຮງງານທີ່ມາຈາກຕ່າງປະເທດ
ຈຸດປະສົງໃນການລົງຢ້ຽມຢາມ ແລະ ຕິດຕາມກຸ່ມແຮງງານເຄື່ອນຍ້າຍທີ່ກັບມາຈາກຕ່າງປະເທດໃນຄັ້ງນີ້ ແມ່ນແນໃສ່ແນະນຳ ແລະ ເກັບກຳເອົາຂໍ້ມູນປະສົບການຕ່າງໆ ທີ່ແຮງງານເລົ່ານັ້ນໄດ້ພົບໃນເວລາໄປອອກແຮງງານຢູ່ຕ່າງປະເທດ
ເພື່ອໃຫ້ເຂົາເຈົ້າໄດ້ມາຖ່າຍທອດບົດຮຽນໃຫ້ແກ່ແຮງງານເຄື່ອນຍ້າຍຄົນອື່ນໆ ໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານ ແລະ ຜົນກະທົບຕ່າງໆ ໃນເວລາລັກລອບໄປອອກແຮງງານແບບບໍ່ຖືກຕ້ອງຕາມກົດໝາຍເຊັ່ນ: ການຖືກນາຍຈ້າງກົດຂີ່ຂູດຮີດທາງດ້ານແຮງງານ, ຍຶດໜັງສືເດີນທາງ, ກັກບໍລິເວນ, ທຸບຕີທໍລະມານ ແລະ ອື່ນໆ…ອ່ານຕໍ່