Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚ 19 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ວິທະຍາໄລຄູດົງຄຳຊ້າງ ຮ່ວມມືກັບ JDB ເຊັນສັນຍາ ໂຄງການ ເງິນກູ້ເພື່ອການສຶກສາ

ທະນາຄານຮ່ວມພັດທະນາ (JDB) ແລະ ວິທະຍາໄລຄູດົງຄຳຊ້າງ ນະຄອນຫຼວງວຽງຈັນ ເຊັນສັນຍາຮ່ວມມືກ່ຽວກັບໂຄງການເງີນກູ້ ເພື່ອການສຶກສາ ລວມທັງ ອອກບັດ ATM Healthy ໃຫ້ນັກສຶກສາ ສາມາດນໍາໃຊ້ໃນການຖອນເງິນຈາກຕູ້ ATM ເປັນບັດປະກັນໄພອຸບັດເຫດຢູ່ໃນໃບດຽວກັນ

ໂຄງການດັ່ງກ່າວ ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ນັກສຶກສາຜູ້ທີ່ຂາດເຂີນທຶນຮອນ ທີ່ຢາກສຶກສາຮໍ່າຮຽນໃນ ວິທະຍາໄລຄູດົງຄຳຊ້າງ…ອ່ານຕໍ່

ວາງສີລາຈາລຶກ ໂຄງການກໍ່ສ້າງໂຮງງານປຸງແຕ່ງໄມ້ປູກ ຄົບວົງຈອນ ເມືອງຫີນບູນ ແຂວງຄຳມ່ວນ

ການສ້າງຕັ້ງໂຮງງານຂອງບໍລິສັດ ເພື່ອເຮັດໃຫ້ປະຊາຊົນບັນດາແຂວງໃນເຂດເປົ້າໝາຍຂອງໂຄງການໄດ້ນຳໃຊ້ເນື້ອທີ່ດິນເປົ່າຫວ່າງປູກໄມ້, ສ້າງວຽກເຮັດງານທຳ, ສ້າງລາຍຮັບທີ່ໝັ້ນຄົງ

ເພື່ອແກ້ໄຂຊີວິດການເປັນຢູ່ແກ່ພໍ່ແມ່ປະຊາຊົນໃນເຂດໃກ້ຄຽງ ເພື່ອເພີ່ມມູນຄ່າໄມ້ໃຫ້ສູງຂຶ້ນ ຕາມຈຸດປະສົງ ແລະ ນະໂຍບາຍຫຼັກຂອງລັດຖະບານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງພາຍໃນທ້າຍປີ 2021 ນີ້ມີມູນຄ່າການກໍ່ສ້າງທັງໝົດ 12 ລ້ານໂດລາສະຫະລັດ…ອ່ານຕໍ່

ລັດຖະບານລາວ ຮ່ວມມືກັບສອງບໍລິສັດ ເພື່ອຂຸດຄົ້ນຫີນປູນຢູ່ 5 ບ້ານ

ການຮ່ວມມືຂອງ 2 ບໍລິສັດ ກັບລັດຖະບານລາວໃນຄັ້ງນີ້ ແມ່ນເປັນການຕອບສະໜອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍຈະມີການຂຸດຄົ້ນຫີນປູນ-ດິນໜຽວຢູ່ 5 ບ້ານຊຶ່ງປະກອບມີ ບ້ານໂພນໄຊ, ບ້ານພູພຽງ, ບ້ານນາທູນ, ບ້ານໜອງປໍ ແລະ ບ້ານນໍ້າ​ປຸ່ງ

ເຊິ່ງເປັນການຮ່ວມມືລະຫວ່າງ ລັດຖະບານລາວ ກັບ ບໍລິສັດ ວຽງຈັນຄອນຊີມັງ ຈຳກັດ ແລະ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ເພື່ອຂຸດຄົ້ນ ແລະ ປຸງແຕ່ງຫີນປູນ-ດິນໜຽວຢູ່ເມືອງເຟືອງ ແຂວງວຽງຈັນ…ອ່ານຕໍ່

ສປປ ລາວ ຍັງເປັນປະເທດທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: 10 ປະເທດອາຊຽນຍັງມີແຕ່ປະເທດລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19, ປັັດຈຸບັນຢູ່ລາວ ມີພຽງ 4 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ ເຊິ່ງໃນນີ້ 3 ຄົນ ຢູ່ໂຮງໝໍມິດຕະພາບນະຄອນຫຼວງວຽງຈັນ ແລະ ອີກ 1 ຄົນຕິດຕາມປິ່ນປົວ ຢູ່ໂຮງໝໍແຂວງສະຫວັນນະເຂດ

ທົ່ວປະເທດມີຜູ້ຖືກຈຳກັດບໍລິເວນຢູ່ສູນ​ 3.441 ຄົນ, ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 124.069 ຕົວຢ່າງ, ກວດພົບເຊື້ອສະສົມ ຫຼື ຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 49 ຄົນ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້