ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 29 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງສາລະວັນ ເສຍຫາຍຫຼາຍຕື້ ຈາກໄພພິບັດ 136 ຄັ້ງໃນ 5ປີທີ່ຜ່ານມາ



5 ປີ ຜ່ານມາທົ່ວແຂວງສາລະວັນ ມີໄພພິບັດເກີດຂື້ນທັງໝົດ 136 ຄັ້ງ ແລະໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນມີ 171.552 ຄົນ, ເສຍຊີວິດ 7 ຄົນລວມມູນຄ່າເສຍຫາຍທັງໝົດຫຼາຍກວ່າ 1,060ຕື້ ກີບ

ອໍານາດການປົກຄອງແຕ່ລະຂັ້ນຕະຫຼອດຮອດພາກສ່ວນຕ່າງໆ, ບັນດາທ່ານ ຜູ້ປະກອບການຫົວໜ່ວຍທຸລະກິດ, ອົງການຈັດຕັ້ງຕ່າງໆ, ແຂວງໄກ້ຄຽງ ແລະປະເທດເພື່ອນບ້ານກໍ່ໄດ້ເອົາໃຈໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ

ເພື່ອເປັນການແກ້ໄຂສຸກເສີນ, ບັນເທົາທຸກ ແລະປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເທື່ອລະກ້າວ…ອ່ານຕໍ່

ບຸນປະເພນີຊ່ວງເຮືອແພ ແລະບຸນປະເພນີ 4 ເຜົ່າປະຈໍາປີ 2021 ຈັດຂຶ້ນຢ່າງຄຶກຄື້ນ



ທີ່ເມືອງດາກຈຶງແຂວງເຊກອງໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ມີນາ 2021 ທີ່ອ່າງນໍ້າຫ້ວຍປຣິງ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 20 ລໍາ, ໃນນີ້ເຮືອແພ 13 ລໍາ ແລະເຮືອກາບ 7 ລໍາ

ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນເຜົ່າ ແລະຕິດພັນກັບການທ່ອງທ່ຽວ ເພື່ອກະຕຸ້ນ ແລະປະກອບສ່ວນທາງດ້ານເສດຖະກິດທີ່ໄດ້ນໍາເອົາຜົນປະໂຫຍດໂດຍກົງໃຫ້ແກ່ພໍ່ແມ່ປະຊາຊົນ ແລະສັງຄົມ

ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ; ພ້ອມນີ້ ກໍມີການນໍາຂັ້ນແຂວງ-ເມືອງ, ແຂກຖືກເຊີນ, ຫົວໜ່ວຍບໍລິສັດລັດວິສາຫະກິດ ແລະປະຊາຊົນເຂົ້າຮ່ວມ…ອ່ານຕໍ່

ທ່ານ ປອ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ລາຍງານຫຍໍ້ສະພາບລວມຂອງແຂວງວຽງຈັນດັ່ງນີ້

ແຂວງວຽງຈັນ ຂະຫຍາຍຕົວຕໍ່ເນື່ອງສະເລ່ຍ 7,3%ຕໍ່ປີ

ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີ (2016-2020) ຂອງແຂວງ ສາມາດເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7,3% ຕໍ່ປີ

ສຳລັບ ປີ 2020 ບັນລຸໄດ້ພຽງ 4,3% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 8.261 ຕື້ກວ່າກີບ, ສະ ເລ່ຍໃສ່ຫົວຄົນໄດ້ 17,64 ລ້ານກວ່າກີບ, ຫຼືເທົ່າກັບ 1.959 ໂດລາສະຫະລັດ

ການປ່ຽນແປງໂຄງປະກອບເສດຖະກິດ 5 ປີຜ່ານມາ, ຂະແໜງກະສິກຳ ຂະຫຍາຍຕົວ 3,7% ກວມ 34,1% ຂອງ GDP ທຽບໃສ່ປີ 2016 ຫຼຸດລົງ 3,33%; ຂະແໜງອຸດສາຫະກຳ 11,2% ກວມເອົາ 33%…ອ່ານຕໍ່

ພາກລັດ ແລະ ພາກທຸລະກິດຮ່ວມຈັດຄາຣາວານ ລາວທ່ຽວລາວ ທີ່ຕາດສະດີ ເມືອງເຊໂປນ



ຈຸດປະສົງຂອງການຈັດຂະບວນຄາຣາວາยທ່ອງທ່ຽວ “ລາວທ່ຽວລາວ” ໃນຄັ້ງນີ້ ກໍ່ເພື່ອເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວພາຍໃນປະເທດ

ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ອີກຢ່າງໜຶ່ງກໍ່ເພື່ອເປັນການກະຕຸກຊຸກຍູ້ ແລະສ້າງລາຍຮັບທາງດ້ານເສດຖະກິດໃຫ້ຜູ້ປະກອບການທາງດ້ານທຸລະກິດລວມທັງປະຊາຊົນ

ໃຫ້ມີລາຍຮັບເພີ່ມຂຶ້ນຈາກການທ່ອງທ່ຽວ ທັງເປັນການໂຄສະນາແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະທຳມະຊາດຂອງແຂວງສະຫວັນນະເຂດ…ອ່ານຕໍ່

ແຂວງຈຳປາສັກ ລົງເຄື່ອນໄຫວຊຸກຍູ້ວຽກງານຄັງສົງເຄາະການເສຍຊີວິດຂອງນາຍບ້ານ

ເຊິ່ງຕິດພັນກັບການມອບ-ຮັບອຸປະກອນຮັບໃຊ້ວຽກງານຄັງສົງເຄາະການເສຍຊີວິດຂອງນາຍບ້ານຢູ່ຫ້ອງການພາຍໃນເມືອງ ພ້ອມທັງໄດ້ມອບ ຄອມພີວເຕີ ຕັ້ງໂຕະ ຍີ່ຫໍ້ລີໂນໂວຈຳນວນ1ເຄື່ອງໃຫ້ຫ້ອງການພາຍໃນເມືອງ ແລະກ່າວຮັບຂອງທ່ານ ສຸລິວົງ ແກ້ວວັນເພັງ ຫົວໜ້າຫ້ອງການພາຍໃນເມືອງສຸຂຸມາ

ພ້ອມໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຄັງສົງເຄາະການເສຍຊີວິດຂອງນາຍບ້ານໂດຍຫໍ້ຍໄລຍະຜ່ານເຊີງໄດ້ເຄື່ອນໄຫວຕາມສິດ,ພາລະບົດບາດແລະໜ້າທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ…ອ່ານຕໍ່

ພະນັກງານສູນ MRC ເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ການສຶກສາອົບຮົມຜູ້ອອກແຮງງານເຄື່ອນຍ້າຍພາຍໃນປະເທດ



ສະຫະພັນກຳມະບານ ແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມປຶກສາຫາລື, ສົນທະນາ ແລະ ການມີສ່ວນຮ່ວມຫຼາຍຝ່າຍ ເພື່ອປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແຮງງານເຄື່ອນຍ້າຍໂດຍສະເພາະແຮງງານເຄື່ອນຍ້າຍເພດຍິງ ຂຶ້ນຢ່າງເປັນທາງການ

ໃນໂອກາດດັ່ງກ່າວພະນັກງານສູນ MRC ກໍ່ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາ, ທີ່ຕັ້ງ, ສິດ ແລະເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ການສຶກສາອົບຮົມຜູ້ອອກແຮງງານເຄື່ອນຍ້າຍພາຍໃນປະເທດ ໃຫ້ມີການເຄື່ອນຍ້າຍທີ່ຖືກຕ້ອງຕາມກົດໝາຍເພື່ອຫຼີກເວັ້ນຈາກການຖືກກົດຂີ່ຂູດຮີດທາງດ້ານແຮງງານ ແລະ ການຕົກເປັນເຫຍື່ອຂອງການຄ້າມະນຸດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...