Monday, June 23, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 30 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ອົງການກາແດງ ສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ທີ່ຮັບຜົນກະທົບຈາກໄພທຳມະຊາດ

ອົງການກາແດງລາວ ປະຈໍາ ແຂວງ ສະຫວັນນະເຂດ ສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ວິລະບູລີ

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນໃນຈໍານວນ 11 ບ້ານ ຂອງ ເມືອງ ວິລະບູລີ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນປີຜ່ານມາ

ໂດຍມີເຄື່ອງໃຊ້ໃນຄົວເຮືອນມາມອບໃຫ້ ເປັນຕົ້ນແມ່ນ: ໝໍ້,ບ່ວງ,ມີດ,ຈອກ ແລະ ອື່ນໆ ເຊິ່ງໄດ້ມາຈາກການຊ່ວຍເຫຼືອຂອງ ອົງການກາແດງ ຂອງປະເທດ ເກົາຫຼີ ລວມມີທັງໝົດ 562 ຊຸດ…ອ່ານຕໍ່

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບຄ່າຊັບພະຍາກອນແຮ່ທາດຫຼາຍກວ່າ 3ລ້ານໂດລາສະຫະລັດ

ຕ່າງໜ້າໃຫ້ກະຊວງການເງິນ ເປັນຜູ້ຮັບຄ່າຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງຂອງໄຕຼມາດທີ 4 ປີ 2020 ຈໍານວນ US$3.438.220,28

ຍອດລາຍຈ່າຍຄ່າພາສີຊັບພະຍາກອນແຮ່ທາດ ທີ່ໃຫ້ແກ່ລັດຖະບານ ທັງໝົດຂອງສົກປີ 2020 ແມ່ນເທົ່າກັບ US$14,5 ລ້ານ ນອກຈາກພັນທະອື່ນໆ ທີ່ໄດ້ມອບເຂົ້າເປັນລາຍຮັບຂອງລັດຖະບານເປັນຕົ້ນ ອາກອນກຳໄລ, ອາກອນນ້ຳມັນເຊື້ອໄຟ ແລະ ອາກອນລາຍໄດ້…ອ່ານຕໍ່

ບ້ານຜັກຂະຍ່າ ກໍ່ສ້າງເສັ້ນທາງເບຕົງສຳເລັດ ເກີນຄາດໝາຍ

ເສັ້ນທາງເບຕົງຜ່ານບ້ານຜັກຂະຍ່າ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ກຸມພາ 2021 ໃນແຜນການກໍ່ສ້າງເບື້ອງຕົ້ນແມ່ນມີລວງຍາວ 630 ແມັດ, ກ້ວາງ 5 ແມັດ,ໜາ 15-18 ຊັງຕີແມັດ, ສາມາດຮັບນຳ້ໜັກໄດ້ 12 ໂຕນ

ເຊິ່ງຮອດປັດຈຸບັນ ແມ່ນສຳເລັດການກໍ່ສ້າງໃນໄລຍະທີ 1 ແມ່ນ 630 ແມັດ ແລະ ໄດ້ລົງມືກໍ່ສ້າງຕື່ມອີກໄລຍະທີ 2 ໄລຍະທາງ 170 ແມັດ, ລວມທັງໝົດເປັນ 800 ແມັດ

ສຳລັບທຶນຮອນໃນທີ່ນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຂອງພໍ່ແມ່ພີ່ນ້ອງລູກຫຼານຊາວບ້ານຜັກຂະຍ່າ…ອ່ານຕໍ່

ເມືອງ ວິລະບູລີ ມອບຄູກັ້ນນໍ້າ ຫຼື ກະຕ່າຫີນ ໃຫ້ອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນບ້ານຫ້ວຍຫອງ

ສໍາລັບຄູກັນນໍ້າ ຫຼືກະຕ່າຫີນດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນກຸມພາຜ່ານມາ ເຊິ່ງມີຄວາມຍາວປະມານ 20 ແມັດ, ກວ້າງ 4 ແມັດ

ທັງນີ້ກໍ່ແມ່ນເພື່ອເຮັດໃຫ້ການສັນຈອນໄປມາ, ການແລກປ່ຽນຊື້ຂາຍຂອງພໍ່ແມ່ປະຊາຊົນໃນເສັ້ນທາງດັ່ງກ່າວ ໄດ້ຮັບຄວາມສະດວກ

ຈາກນັ້ນ, ທ່ານເຈົ້າເມືອງວິລະບູລີ ກໍ່ໄດ້ເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນ ບ້ານ ຫ້ວຍຫອງ ໃຫ້ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາຄຸ້ມຄອງຢ່າງເຂັ້ມງວດ…ອ່ານຕໍ່

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.