Monday, November 17, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 6 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ພຣະອາຈານ ບຸນມີ ປຸນຍະມະໂນ ມອບເຄຶ່ອງກອງນໍ້າ ໃຫ້ໂຮງໝໍທະຫານ 9 ເຄື່ອງ



ທັງນີ້ກໍ່ເພື່ອຢາກໃຫ້ ອອກຕົນຍາດໂຍມທີ່ມາປິ່ນປົວພະຍາດຢູ່ໂຮງໝໍທະຫານ ແຂວງ ສະຫວັນນະເຂດ ໃຫ້ໄດ້ດື່ມນ້ຳສະດວກສະບາຍ, ເພາະເປັນເຄື່ອງກອງນ້ຳ ທີ່ຜ່ານການຂ້າເຊື່ອ ແລະ ກັ່ນຕອງດ້ວຍລະບົບ ອາໂອ ທີ່ທັນສະໄຫມ

ພຣະອາຈານ ບຸນມີ ປຸນຍະມະໂນ ຜູ້ນຳພາກໍ່ສ້າງ ວັດປ່າທຳມະຣົມ ພ້ອມດ້ວຍສິດສານຸສິດ ຈຶ່ງໄດ້ປະກອບສ່ວນອຸປະຖຳເຄື່ອງກອງນ້ຳ ອາໂອ ຈຳນວນ 12 ເຄື່ອງມອບໃຫ້ໂຮງໝໍທະຫານ ແຂວງ ສະຫວັນນະເຂດ 9 ເຄື່ອງ ແລະ ມອບໃຫ້ໂຮງໝໍ 6 ມິຖຸນາ 3 ເຄື່ອງ ລວມມູນຄ່າທັງໝົດຫຼາຍດວ່າ 32ລ້ານກີບ…ອ່ານຕໍ່

ສະມາຄົມແບ່ງປັນນໍ້າໃຈ ພາຍໃນແຂວງອັດຕະປື ໄດ້ນໍາເອົາເຄື່ອງຊ່ວຍເຫລືອທະຫານຝຶກແອບ



ສະມາຄົມແບ່ງປັນນໍ້າໃຈ ພາຍໃນແຂວງອັດຕະປື ໄດ້ນໍາເອົາເຄື່ອງຊ່ວຍເຫລືອ ປະກອບມີ ນ້ຳດື່ມ 100 ແກັດ, ສະບູກ້ອນ 3 ແກັດ ລວມມູນຄ່າ 4,5 ລ້ານກີບ ໄປມອບໃຫ້ພະນັກງານນັກຮົບຝຶກຊ້ອມ ຂອງແຂວງອັດຕະປື

ແລະພະນັກງານນັກຮົບຝຶກຊ້ອມ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອມາຍັງ ຄອບຄົວການນໍາຂອງແຂວງ ແລະ ສະມາຄົມແບ່ງປັນນໍ້າໃຈ ທີ່ໄດ້ປຸກລະດົມຂົນຂວາຍເຄື່ອງມາຊ່ວຍເຫລືອ…ອ່ານຕໍ່

ຮອງເຈົ້າແຂວງເຊກອງ ນຳສະເໜີແຜນພັດທະນາໃນປີ 2021



ສຳລັບການພັດທະນາໃນປີ 2021 ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໄດ້ເວົ້າວ່າ: ແຂວງໄດ້ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.863 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 4%

ມູນຄ່າ (GDP) ຕໍ່ຫົວຄົນໃຫ້ໄດ້ 14,26ລ້ານກີບ ຫຼື ເທົ່າກັບ 1.761ໂດລາຕໍ່ຄົນຕໍ່ປີ, ໃນນັ້ນຜະລິດຕະພັນກະສິກໍາ-ປ່າໄມ້ເພີ່ມຂຶ້ນ 7% ກວມເອົາ 41%

ຂະແໜງອຸດສາຫະກໍາເພີ່ມຂຶ້ນ 4,5% ກວມເອົາ 23% ແລະຂະແໜງບໍລິການເພີ່ມຂຶ້ນ 3,2% ກວມເອົາ 36% ຂອງ GDP…ອ່ານຕໍ່

ເມືອງທ່າແຕງ ແຂວງເຊກອງ ສາມາດສົ່ງອອກສິນຄ້າ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 59,7%



ການນໍາເຂົ້າ ແລະ ສົ່ງອອກ ຢູ່ເມືອງທ່າແຕງບັນລຸ 157 ຕື້ 758 ລ້ານກວ່າກີບ ມູນຄ່າການສົ່ງອອກສິນຄ້າບັນລຸປະມານ 99 ຕື້ກວ່າກີບ ແລະ ການນໍາເຂົ້າສິນຄ້າຫຼາຍກວ່າ 58 ຕື້ກີບ ເຊິ່ງສິນຄ້າທີ່ສົ່ງອອກສ່ວນໃຫຍ່ແມ່ນສິນຄ້າກະສິກຳ

ມູນຄ່າການສົ່ງອອກຢູ່ເມືອງທ່າແຕງເພີ່ມຂຶ້ນ ຍ້ອນລັດຖະບານໄດ້ມີການຊຸກຍູ້ສົ່ງເສີມ, ປະຊາຊົນໄດ້ຫັນມາສູ່ການຜະລິດເປັນສິນຄ້າຫຼາຍຂຶ້ນ, ຫ້ອງການອຸດສາຫະກຳ ແລະ ການຄ້າກໍຄືໜ່ວຍງານທີ່ກ່ຽວຂ້ອງໄດ້ສ້າງທຸກເງື່ອນໄຂ…ອ່ານຕໍ່

ອຸທິຍານພູຜາສຸກ ແຂວງສາລະວັນ ໄດ້ປັບປຸງອະນາໄມສະຖານທີ່ຕ້ອນຮັບປີໃຫມ່



ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແຂວງສາລະວັນ ໃນໄລຍະບຸນປີໃໝ່ລາວ ທີ່ຈະມາເຖີງນີີ້ ກໍ່ໄດ້ປັບປຸງທາງຍ່າງພາຍໃນຖ້ຳ, ສ້ອມແປງຂັນໃດ, ຕິດດອກໄຟ, ຕິດປ້າຍຕ່າງໆ

ນອກນັ້ນຍັງໄດ້ສ້າງຈຸດຊົມວິວ, ຈຸດຖ່າຍຮູບ, ສະຖານທີ່ພັກຜ່ອນ ແລະອະນາໄມສະຖານທີ່ອື່ນໆ ເຊິ່ງປັດຈຸບັນມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຫຼາຍຂຶ້ນເລື້ອຍໆ ເພີ່ມອາທິດໜຶ່ງຫຼາຍກວ່າ 500 ຄົນ

ນອກນັ້ນຍັງໄດ້ສ້າງຈຸດຊົມວິວ, ຈຸດຖ່າຍຮູບ, ສະຖານທີ່ພັກຜ່ອນ ແລະອະນາໄມສະຖານທີ່ອື່ນໆ…ອ່ານຕໍ່

ຄະນະ ອພສ ເມືອງບາຈຽງຈະເລີນສຸກ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຫ້ອງການສາທາລະນະສຸກເມືອງ



ໃຫ້ກຽດຕ່າງໜ້າຮັບໂດຍທ່ານ ສົມລິດ ປັນທະບົວ ເລຂາພັກເມືອງ ເຈົ້າເມືອງໆ ບາຈຽງຈະເລີນສຸກ ມີຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ-ທ່ອງທ່ຽວເມືອງ, ຫົວໜ້າຫ້ອງການສາທາລະສຸກເມືອງ ພ້ອມຄະນະ ແລະ ແພດໝໍເຂົ້າຮ່ວມເປັນສັກຂີ່ພະຍານ

ເຊີ່ງເຄື່ອງນໍາມາມອບໃຫ້ປະກອບມີ: ຕຽງ 12 ໜ່ວຍ, ເຊື່ອ 30 ຜືນ, ສາດ 30 ຜືນ, ຜ້າອັດປາກ 50 ກ່ອງ,ນໍ້າດື່ມຫົວເສືອ 20 ແກັດ ແລະ ເຂົ້າໜົມຈໍານວນໜື່ງ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.