ຕາມການລາຍງານຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 6 ຄົນ ເຊິ່ງແຕ່ລະກໍລະນີມີລາຍລະອຽດດັ່ງລຸ່ມນີ້:
ກໍລະນີຢັ້ງຢືນທີ 89
ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທ, ທີ່ຢູ່ປະຈຸບັນ ເມືອງອຸທຸມພອນ, ແຂວງສະຫວັນນະເຂດ ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19
ປະຫວັດການເຄື່ອນໄຫວ
- ວັນທີ 19 ເມສາ 2021 ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ
- ວັນທີ 20 ເມສາ 2021 ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ, ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ), ຜູ້ກ່ຽວແມ່ນບໍ່ມີອາການຫຍັງ ແລະ ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19
- ວັນທີ 21 ເມສາ 2021 ຜົນກວດວິເຄາະພົບເຊື້ອ COVID-19 ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ກໍລະນີຢັ້ງຢຶນທີ 90
ເພດຊາຍ ,ອາຍຸ: 31 ປີ , ສັນຊາດລາວ , ອາຊີບພະນັກງານ, ທີ່ຢູ່ປະຈຸບັນ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ປະຫວັດການເຄື່ອນໄຫວ
- ວັນທີ 13 ເມສາ 2021 ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ
- ວັນທີ 15 ເມສາ 2021 ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ
- ວັນທີ 18 ເມສາ 2021 ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ
- ວັນທີ 19 ເມສາ 2021 ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)
- ວັນທີ 20 ເມສາ 2021 ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້, ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ
- ວັນທີ 21 ເມສາ 2021 ອາການດີຂື້ນ, ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4, ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ
- ວັນທີ 22 ເມສາ 2021 ຜົນກວດວິເຄາະພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ກໍລະນີຢັ້ງຢຶນທີ 91
ເພດຊາຍ, ອາຍຸ 28 ປີ , ສັນຊາດລາວ, ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ເປັນກໍລະນີສຳຜັດ ກັບກໍລະນີທີ 85
ປະຫວັດການເຄື່ອນໄຫວ
- ວັນທີ 19 ເມສາ 2021 ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ
- ວັນທີ 20 ເມສາ 2021 ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້
- ວັນທີ 21 ເມສາ 2021 ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
- ວັນທີ 22 ເມສາ 2021 ຜົນກວດວິເຄາະພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ກໍລະນີຢັ້ງຢຶນທີ 92
ເພດຍິງ ,ອາຍຸ 22 ປີ , ສັນຊາດລາວ, ອາຊີບຂາຍເຄື່ອງອອນລາຍ, ທີ່ຢູ່ປະຈຸບັນບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຊິ່ງເປັນກໍລະນີສຳຜັດ ກັບກໍລະນີທີ 59
- ວັນທີ 15 ເມສາ 2021 ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ
- ວັນທີ 16 ເມສາ 2021 ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ
- ວັນທີ 17 ເມສາ 2021 ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ
- ວັນທີ 19 ເມສາ 2021 ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ, ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)
- ວັນທີ 20 ເມສາ 2021 ເລີ່ມມີອາການເຈັບຫົວ,ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ
- ວັນທີ 21 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ
ກໍລະນີຢັ້ງຢືນທີ 93
ເພດຊາຍ, ອາຍຸ 25 ປີ , ສັນຊາດລາວ, ອາຊີບປະຊາຊົນ, ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ກໍລະນີສຳຜັດກັບກໍລະນີທີ 58
ປະຫວັດການເຄື່ອນໄຫວ
- ວັນທີ 13 ເມສາ 2021 ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ, ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ, ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
- ວັນທີ 13-16 ເມສາ 2021 ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ
- ວັນທີ 17 ເມສາ 2021 ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)
- ວັນທີ 17-20 ເມສາ 2021 ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ, ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ), ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ
- ວັນທີ 21 ເມສາ 2021 ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)
- ວັນທີ 22 ເມສາ 2021 ຜົນກວດອອກມາພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ
ກໍລະນີຢັ້ງຢືນທີ 94
ເພດຊາຍ, ອາຍຸ 18 ປີ, ສັນຊາດລາວ, ອາຊີບຫວ່າງງານ, ທີ່ຢູ່ປະຈຸບັນບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ປະຫວັດການເຄື່ອນໄຫວ
- ວັນທີ 6-7 ເມສາ 2021 ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ
- ວັນທີ 13 ເມສາ 2021 ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ
- ວັນທີ 14 ເມສາ 2021 ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ
- ວັນທີ 16 ເມສາ 2021 ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ
- ວັນທີ 19 ເມສາ 2021 ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ
- ວັນທີ 21 ເດືອນເມສາ 2021 ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ
- ວັນທີ 22 ເດືອນເມສາ 2021 ຜົນກວດອອກມາພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ
ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ.