ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 28 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວວຽກງານຕ້ານໂຄວິດ-19 ຢູ່ເມືອງມຸນລະປາໂມກ



ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງມຸນລະປາໂມກ ໂດຍສະເພາະ ແມ່ນວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID -19 ໂດຍໄດ້ຈັດຕັ້ງປະຕິບັດ ບັນດານິຕິກຳຕ່າງໆ ທີ່ຂັ້ນເທິງວາງອອກແຕ່ລະໄລຍະ

ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດຢູ່ຂັ້ນບ້ານ ພ້ອມທັງກຳນົດຈຸດກວດກາຄົນເຂົ້າ-ອອກບ້ານສຳເລັດ 36 ບ້ານ ແລະ ກຳນົດຈຸດກວດກາ – ວັດແທກອຸນຫະພູມທີ່ເປັນຂອງເມືອງ ເພື່ອແນໃສ່ຈຳກັດການເດີນທາງລະຫວ່າງບ້ານຫາບ້ານ, ເມືອງຫາເມືອງ, ເມືອງຫາແຂວງ…ອ່ານຕໍ່

ສະຫວັນນະເຂດໄດ້ຮັບການຊ່ວຍເຫລືອຕຽງນອນຄົນໄຂ້ຈຳນວນ 32 ໜ່ວຍ



ແຂວງ ສະຫວັນນະເຂດ ໄດ້ຮັບການຊ່ວຍເຫລືອຈາກສະມາຄົມຈີນ ແລະ ຊາວຈີນແຂວງ ສະຫວັນນະເຂດທີ່ໄດ້ນຳເອົາມອບຕຽງນອນຄົນໄຂ້ຈຳນວນ 30 ໜ່ວຍມູນຄ່າ 100 ລ້ານກີບ ແລະ ທ່ານ ອານຸຊາ – ທ່ານ ນ ດວງມວງຕາ ທົງແສນເຍືອງ ແລະ ທ່ານ ສຸພີ – ທ່ານ ນ ໄພລິນ ສຸລິຍາພັນ ມອບຕຽງຄົນໄຂ້ ຈຳນວນ 2 ໜ່ວຍ ມູນຄ່າ 6 ລ້ານ 6 ແສນກີບ ໃຫ້ແຂວງ ສະຫວັນນະເຂດ

ເພື່ອເປັນການຊຸກຍູ້ ແລະ ຊ່ວຍເຫລືອວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ 19 ໃຫ້ແກ່ໂຮງໝໍແຂວງ ນຳໃຊ້ເຂົ້າໃນວຽກງານປິ່ນປົວຄົນເຈັບ ເຊິ່ງເຫັນວ່າປະຈຸບັນຕຽງນອນຄົນເຈັບແມ່ນຍັງບໍ່ພຽງພໍ…ອ່ານຕໍ່

ເມືອງສອງຄອນ ແຂວງສະຫວັນນະເຂດ ປູກຕົ້ນໄມ້ 90 ເຮັກຕາໃຫ້ເປັນປ່າ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ



ປະຈຸບັນທາງເມືອງສອງຄອນກໍ່ຫຍັງມີການເຜົ້າລະວັງກ່ຽວກັບການລະບາດຂອງພະຍາດໂຄວິດ 19 ທີ່ພວມແຜ່ລະບາດໃນປະຈຸບັນ ແຕ່ເຖິງຢ່າງໃດກໍ່ຕາມທາງເມືອງກໍ່ຍັງເຫັນໄດ້ຄວາມສຳຄັນຂອງການປູກຕົ້ນໄມ້ເພື່ອໃຫ້ເປັນປ່າ ແລະພ້ອມກັນອະນຸລັກຮັກສາປ່າໄມ້ ແລະ ພຶດພັນຕ່າງໆເພື່ອໃຫ້ເກີດປະໂຫຍດ

ເມືອງສອງຄອນ ໄດ້ກຳນົດເນື້ອທີ່ປູກໄມ້ຈຳນວນ 90 ເຮັກຕາ , ເບ້ຍໄມ້ທີ່ນຳມາປູກມີຈຳນວນ 27 ພັນເບ້ຍ , ເປັນປະເພດໄມ້ດູ່ , ໄມ້ດູ່ລາຍ , ໄມ້ແຕ້ຄ່າ , ໄມ້ແດງ , ໄມ້ສັກ ແລະ ໄມ້ຍາງ ເຊິ່ງມາຮອດປະຈຸບັນສາມາດກຽມຄວາມພ້ອມໄດ້ແລ້ວ 70% ແລະໄດ້ກຳນົດເອົາ 6 ຈຸດໃນທົ່ວເມືອງ…ອ່ານຕໍ່

ເຊກອງ ເກັບກ່ຽວເຂົ້ານາແຊງສໍາເລັດແລ້ວ 100%



ຫົວໜ້າຫ້ອງພະແນກກະສິກໍາ ແລະປ່າໄມ້ ແຂວງເຊກອງ ໄດ້ໃຫ້ຮູ້ວ່າ ປະຈຸບັນເກັບກ່ຽວເຂົ້ານາແຊງສໍາເລັດ 100%, ສະມັດຕະພາບ 14,74 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 5.624 ໂຕນ

ຊຶ່ງແນວພັນປູກສ່ວນໃຫຍ່ແມ່ນຂອງປະຊາຊົນເອງ ກວມເອົາ 93%; ການປູກພືດຜັກໃນລະດູຝົນ ມີເນື້ອທີ່ແຜນການ 26,673 ເຮັກຕາ, ຄາດຄະເນຜົນຜະລິດ 241.619 ໂຕນ, ໃນນີ້ ພືດສະບຽງອາຫານ ມີເນື້ອທີ່ 4.092 ເຮັກຕາ, ຄາດຄະເນຜົນຜະລິດ 39.979 ໂຕນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...