ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 2 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງຈໍາປາສັກ ຮັບຊ່ວຍເຫລືອອຸປະກອນການແພດຈາກແຂວງພະວິຫານ ຣາຊະອານາຈັກກໍາປູເຈຍ



ເພື່ອຮັບໃຊ້ເຂົ້າ ໃນວຽກງານ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ລວມມູນຄ່າ 2.000 ໂດລາສະຫະລັດ

ເຄື່ອງທີ່ ແຂວງພະວິຫານ ຣາຊະອານາຈັກກໍາປູເຈຍ ໄດ້ນຳມາມອບ ໃຫ້ແຂວງຈໍາປາສັກປະກອບມີ: ຜ້າອັດປາກ-ດັງ ຈໍານວນ 300 ກັບ, ALCOHOL-75% ຈໍານວນ 150 ລິດ, ນໍ້າຢາລ້າງມື ຈໍານວນ 04 ແກັດ, ເຄື່ອງວັດແທກອຸນຫາພູມ ຈໍານວນ 30 ເຄື່ອງ…ອ່ານຕໍ່

ຊົມເຊິຍ! ແຂວງເຊກອງ ມີຜູ້ໄດ້ຮັບວັກຊິນແລ້ວເກືອບ 100%



ທ່ານ ດຣ ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ໃຫ້ຮູ້ວ່າ ປະຈຸບັນ ປະຊາຊົນແຂວງເຊກອງ ສັກເຂັມທີ1 ໄດ້ 5.704 ໂດສ໌ ເທົ່າກັບ 95,1% ເຂັມທີ2 ສັກໄດ້ 3.078 ໂດສ໌ ເທົ່າກັບ 37,2%

ແຂວງເຊກອງ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຊີໂນຟາມ( Sino pharm ) ຄັ້ງທີ1 ຈໍານວນ 4.000 ໂດສ໌, ຄັ້ງທີ2 ຈໍານວນ 8.000 ໂດສ໌ ລວມທັງໝົດ 12.000 ໂດສ໌…ອ່ານຕໍ່

ຮອງເຈົ້າແຂວງຄຳມ່ວນ ລົງຊຸກຍູ້ ຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນບ້ານນາວາງໃຫຍ່



​ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳ ຈາກພະແນກ ການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້, ຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບ ສະຖານທີ່ທ່ອງທ່ຽວ ພຣະທາດຕູມພະວັງ ບ້ານນາວາງໃຫຍ່ ເມືອງໜອງບົກ

ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍ່ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດການກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນ ວັດພຣະທາດຕູມພະວັງ ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງໃນຕົ້ນເດືອນ ເມສາ ມາຮອດປະຈຸບັນການກໍ່ສ້າງ ແມ່ນປະຕິບັດໄດ້ແລ້ວ 85% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນ ມິຖຸນາ 2021…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...