Monday, June 23, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 24 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ໂຄງການພັດທະນາທ້ອງຖີ່ນລາວ 030 ມອບເຄື່ອງຊ່ວຍເຫຼືອໃຫ້ 15 ບ້ານເປົ້າໝາຍຢູ່ເມືອງປາກທາ

ທ່ານ ບຸນມີ ຈັນທະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທືນເມືອງປາກທາ ພ້ອມດ້ວຍທີມງານ ໄດ້ລົງມອບເຄື່ອງບັນເທົາທຸກໃຫ້ກັບຄອບຄົວທຸກຍາກ ແລະ ນ້ອງນັກຮຽນ ໃນ 15 ບ້ານເປົ້າໝາຍຂອງແຜນພັດທະນາທ້ອງຖີ່ນລາວ 030 ຂອງເມືອງປາກທາ ແຂວງບໍ່ແກ້ວ

ສຳລັບເຄື່ອງທີນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານ 2,250 ກິໂລກຼາມ, ຜ້າຫົ່ມໂຕໂຕ່ 166 ຜືນ, ຖັງຢາງດຳ 100 ລີດ 75 ຖັງ, ຜ້າເຊື່ອປູນອນ 48 ຜືນ, ມຸ້ງ 3 ຟຸດ 166 ດາງ, ໜອນ 166 ໜ່ວຍ, ແນວພັນສາລີ 450 ກິໂລກຼາມ, ຢາສີແຂ້ວຄອນເກດ ( ຂະໜາດກາງ ) 1,438 ຫຼອດ, ແປງສີຟັນ ຄອນເກດ (ໃຫຍ່) 1,438 ອັນ, ສະບູລັກ 1,438 ກ້ອນ, ເຈວລ້າງມື 350 ມລ 238 ກ້ອງ, ເຄື່ອງວັດແທກອຸນຫະພູມ 34 ເຄື່ອງ, ຜ້າອັດປາກ 102 ກັບ, ກ່ອງປະຖົມພະຍາບານ 34 ກ່ອງ,ສຳລັບສະບູ, ຢາສີຟັນ ແລະ ແປງສີຟັນ ແມ່ນມອບໃຫ້ນ້ອງນ້ອຍນັກຮຽນແຕ່ ປ 1 ຫາ ປ 5…ອ່ານຕໍ່

ເມືອງທຸລະຄົມຝຶກອົບຮົມສ້າງຄວາມເຂັ້ມແຂງການຄຸ້ມຄອງໂຄງການລົງທຶນຂອງລັດ

ທີ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ, ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການຈັດຝຶກອົບຮົມນີ້ຂຶ້ນ ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ໃຫ້ບັນດາຫ້ອງການຢູ່ພາຍໃນເມືອງ ທີ່ຕິດພັນກັບເປົ້າໝາຍມີໂຄງການລົງທຶນ

ພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ຮ່ວມກັບເມືອງທຸລະຄົມ ກໍໄດ້ຈັດກອງປະຊຸມເພື່ອປັບປຸງແຜນພັດທະນາເສດຖະກິດສັງຄົມ 5 ປີຂອງເມືອງ ຂຶ້ນ ເພື່ອດັດແກ້, ປັບປຸງຕົວເລກຂອງບັນດາໂຄງການ, ຕົວເລກແຜນການທີ່ໄດ້ຮັບຮອງຢູ່ຂັ້ນເມືອງໃນປີຜ່ານມາ ກ່ອນມີການລະບາດຂອງພະຍາດໂຄວິດ 19 ແລະ ຄັດຈ້ອນໂຄງການລົງທຶນຂອງລັດໃຫ້ສົມຄູ່ກັບສະພາບຕົວຈິງ…ອ່ານຕໍ່

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 3,45%

ທ່ານ ແສງອາທິດ ພັນທຸວົງ ກຳມະການພັກ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງລະມາມ ແຂວງເຊກອງ ໄດ້ໃຫ້ຮູ້ວ່າໃນ 6 ເດືອນຕົ້ນປີ 2021 ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ແມ່ນພົບຄວາມຫຍຸ້ງຍາກສົມຄວນ ເນື່ອງຈາກບັນຫາການແຜ່ລະບາດຂອງພະຍາດໂຄວິດ-19

ເຮັດໃຫ້ຈັງຫວະການເຕີບໂຕຂອງເສດຖະກິດພາຍໃນເມືອງ ຂະຫຍາຍຕົວຢູ່ໃນລະດັບ 3,45%, ລວມຍອດຜົນຜະລິດພາຍໃນປະຕິບັດໄດ້ 612,01 ຕື້ກີບ ທຽບໃສ່ປະຊາກອນ ບັນລຸໄດ້ 17,03 ລ້ານກີບ/ຄົນ…ອ່ານຕໍ່

ພິທີປາຖະກະຖາປະຫວັດວັນແພດລາວ ຄົບຮອບ 56 ປີ ທີ່ໂຮງໝໍ ແຂວງໄຊສົມບູນ

ໂດຍການປະຖະກະຖາ ຂອງ ທ່ານ ດຣ ຢ່າງຮື ຊາວາ ຜູ້ອໍາ ນວຍການໂຮງໝໍ ແຂວງໄຊສົມບູນ ພະແນກສາທາລະນະສຸກສູນກາງ ໄດ້ພ້ອມກັນເຫັນດີກໍານົດ ແນວທາງ ດ້ານສາທາ ລະນະສຸກ ອອກເປັນ 5 ວຽກງານໃຫຍ່ຄື: ເອົາວຽກງານກັນພະຍາດເປັນຕົ້ນຕໍ, ກໍານົດຫຼັກການອານາໄມ ສາມສະອາດຄື: ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ

ຮັບເອົາວຽກງານປິ່ນປົວເປັນສໍາຄັນໃນການໝູນໃຫ້ການກັນພະຍາດ, ສົມທົບແພດທັນສະໄໝ ແລະ ແພດ ພຶ້ນເມືອງ, ສົມທົບການປິ່ນປົວດ້ວຍຢາຫຼວງ ແລະ ຢາພຶ້ນເມືອງ ແລະ ຫັນເອົາວຽກງານສາທາລະນະສຸກ ໃຫ້ເປັນຂອງທົ່ວປວງຊົນ…ອ່ານຕໍ່

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.