Thursday, March 20, 2025

ເບຍລາວ ມອບ 300 ລ້ານໃຫ້ແຂວງພາກໃຕ້ ເຂົ້າຊ່ວຍການຈັດຫາຕຽງນອນ ແລະ ອຸປະກອນການແພດ

ບໍລິສັດ ເບຍລາວ ຈໍາກັດ ມອບເງິນທຶນຊ່ວຍເຫຼືອ ມູນຄ່າ 300 ລ້ານກີບໃຫ້ແກ່ບັນດາແຂວງພາກໃຕ້ ຜ່ານກະຊວງສາທາລານະສຸກ ເພື່ອນໍາໄປຈັດຫາຕຽງນອນ ແລະອຸປະກອນການແພດຈໍານວນໜຶ່ງ ໃຫ້ສູນຈໍາກັດບໍລິເວນ ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ພິທີມອບ-ຮັບທຶນຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ທີ່ ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ

ເປັນກຽດມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດພ້ອມດ້ວຍຄະນະ ແລະ ຮັບໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ

ບໍລິສັດ ເບຍລາວ ຈໍາກັດ ໄດ້ກາຍເປັນບໍລິສັດໜຶ່ງທີ່ຢູ່ຄຽງຂ້າງໃນການປະຕິບັດວຽກງານຊ່ວຍເຫຼືອດ້ານການສະກັດກັ້ນພະຍາດໂຄວິດ-19 ແລະ ຜ່ານມາ ໄດ້ປະກອບສ່ວນ ເຖີງ 2.5 ຕື້ກີບ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່