Wednesday, March 26, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 22 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຜົນຜະລິດກະສິກຳຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນສິນຄ້າສົ່ງອອກໃຫ້ກັບຫຼາຍປະເທດ

ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສວນປູກພືດຜັກໄຮໂດຣ ໂປນິກ, ຂອງ ບໍລິສັດ ອາໂກຣເຕັກ ໂປຣລາວ ຈຳກັດ ປະເທດ ມາເລເຊຍ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳທີ່ດີລາວ ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ຂອງ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້

ເຊິ່ງສິນຄ້າທີ່ຜະລິດນີ້ແມ່ນຂາຍຢູ່ພາຍໃນປະເທດ, ຮ້ານຊັບພະສິນຄ້າໃຫຍ່ຕ່າງໆ 70%, ສົ່ງຂາຍ ນະຄອນຫລວງວຽງຈັນ ແມ່ນ 2 ຄັ້ງ ຕໍ່ອາທິດ, ພາຍໃນແຂວງຈຳປາສັກ ແຕ່ລະມື້ແມ່ນສະເລ່ຍ 1000 ກິໂລ ຕໍ່ມື້ ແລະ ອີກ 30% ແມ່ນສົ່ງອອກຕ່າງປະເທດ ເຊັ່ນ: ສິງກະໂປ, ຫົງກົງ, ໄທ, ຫວຽດນາມ, ກຳປູເຈຍ, ຈີນ…ອ່ານຕໍ່

ສສ.ຫວຽດນາມ ຊຸກຍູ້ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແຂວງຈໍາປາສັກ 1 ຮ້ອຍລ້ານດົງ

ກົງສູນໃຫຍ່ ສສ.ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງແຂວງກອນຕູມ ນຳເອົາເງິນຈຳນວນ  1 ຮ້ອຍລ້ານດົງ ຫລືປະມານ 46 ກວ່າລ້ານກີບ ມອບໃຫ້ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19

ພ້ອມກັນນັ້ນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກົງສູນໃຫຍ່ ແລະ ຕີລາຄາສູງຕໍ່ຜົນງານໃນການເປັນໃຈກາງ ການປະສານງານຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ບັນດາ ແຂວງພາກກາງ ແລະພາກໃຕ້ ຂອງ ສສ ຫວຽດນາມ…ອ່ານຕໍ່

ຮອງເຈົ້າຄະນະສົງແຂວງ ມອບອຸປະກອນການແພດ ໃຫ້ໂຮງໝໍນ້ອຍຈອມທອງ

ຍາທ່ານ ຄຳພອນ ທາອີນໄຊຍະວົງ ຮອງເຈົ້າຄະນະແຂວງບໍລິຄຳໄຊ, ເຈົ້າຄະນະສົງເມືອງວຽງທອງ ໄດ້ມອບອຸປະກອນການແພດ ໃຫ້ໂຮງໝໍນ້ອຍຈອມທອງເພື່ອນຳໃຊ້ເຂົ້າໃນວຽກງານປີ່ນປົວຄົນເຈັບໃນຍາມສຸກເສີນ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ ບັ້ງອົກຊີ່ 1 ບັ້ງ, ຫົວອົກຊີ່ 2 ຫົວ, ອົກຊີ່ແມັດ 1 ອັນ, ເຄື່ອງຟັງຫົວໃຈເດັກ 1 ຊຸດ ແລະ ເຄື່ອງວັດແທກຕັ່ງຊົ່ງອີເລັກໂທນິກ 1 ເຄື່ອງ ລວມມູນຄ່າຫຼາຍກວ່າ 5 ລ້ານກີບ…ອ່ານຕໍ່

ປກສ ເມືອງທ່າພະບາດ ມ້າງແກ້ງຄ້າຢາ ພ້ອມຂອງກາງ ເກືອບ 7 ພັນເມັດ

ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຮັບແຈ້ງຄວາມວ່າ ມີຄົນຮ້າຍມາງັດປະຕູປ່ອງຢ້ຽມ ແລະ ປະຕູເຮືອນ ເຂົ້າມາງັດລີ້ນຊັກຕູ້ໃສ່ເຄື່ອງເອົາເງີນ ພ້ອມວັດຖຸຄ້າຍຄືຄຳຈຳນວນໜື່ງ ຂອງປະຊາຊົນບ້ານສາມະຄີໄຊ ແລະ ຍັງໄດ້ຮັບຂໍ້ມູນຫາງສຽງສັງຄົມ ວ່າມີການມົ້ວສຸມເສບ ແລະ ຄ້າ-ຂາຍຢາເສບຕິດ

ຈຶ່ງນໍາໃຊ້ກໍາລັງວິຊາສະເພາະລົງກວດກາແຫຼ່ງຂ່າວ ເຫັນວ່າມີມູນຄວາມຈີງ, ຈຶ່ງໄດ້ວາງແຜນເຂົ້າກັກຕົວຜູ້ຖືກຫາໄດ້ຈໍານວນ 5 ຄົນພ້ອມຂອງກາງຢາບ້າຈໍານວນ 6,937 ເມັດ ມາດໍາເນີນການສືບສວນ-ສອບສວນ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ