ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 21 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ປກສ ແຂວງສະຫວັນນະເຂດ ລົງຊຸກຍູ້ແລະຕິດຕາມການສະກັດກັ້ນພະຍາດໂຄວິດ-19

ປກສ ແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ຈຸດກວດກາຄົນເຂົ້າ-ອອກ ເມືອງດ່ານສາກົນ ຂົວມິດຕະພາບລາວ-ໄທແຫ່ງທີ II ສະຫວັນນະເຂດ-ມຸກດາຫານ

ເຊິ່ງການຜ່ານດ່ານກໍ່ໄດ້ກວດກາວັດແທກອຸນະພູມ, ຮັກສາໄລຍະຫ່າງຕາມຂັ້ນຕອນຂອງເຈົ້າໜ້າທີ່ວິຊາສະເພາະຢ່າງຖືກຕ້ອງ ນຳໄປກັກໂຕ 14 ວັນຢູ່ສູນກັກຕົວທີ່ໄດ້ກໍານົດໄວ້ອ່ານຕໍ່ ແລະກວດກາລາດຕະເວນຂອບເຂດຊາຍແດນ ສະກັດກັ້ນການລັກລອບ ເຂົ້າ-ອອກເມືອງ ແບບບໍ່ຖືກຕ້ອງ…ອ່ານຕໍ່

ເປີດນໍາໃຊ້ປ້ຳນ້ຳມັນເຊື້ອໄຟແຫ່ງໃຫມ່ ທີ່ກອງພົນທະຫານຮາບທີ 4

ພິທີເປີດການນຳໃຊ້ປ້ຳນ້ຳມັນເຊື້ອໄຟກອງພົນທະຫານຮາບທີ 4 ຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຄະນະປະຈໍາພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທະຫານຮາບທີ 4 ,ມີຄະນະພັກຫ້ອງອົງການ 5 ຫ້ອງ,ພະແນກການທີ່ກ່ຽວຂ້ອງ ພະນັກງານວິຊາສະເພາະເຂົ້າຮ່ວມ

ການກໍ່ສ້າງປ້ຳນ້ຳມັນເຊື້ອໄຟກອງພົນທະຫານຮາບທີ 4 ແມ່ນໄດ້ລົງມືກໍ່ສ້າງຕັ້ງແຕ່ ເດືອນ ມີຖຸນາ 2021 ຫາ ເດືອນ ກໍລະກົດ 2021 ແມ່ນສໍາເລັດ 100% ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກກົມນ້ໍາມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບມູນຄ່າ 125 ລ້ານກີບ…ອ່ານຕໍ່

ບ້ານນໍ້າອ້ອນ ແຂວງບໍລິຄຳໄຊ  ສາມັກຄີສ້າງຂົວໄມ້ຂ້າມໄປຫາໂຮງໝໍຊຸມຊົນ

ອົງການປົກຄອງບ້ານນໍ້າອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ນໍາພາປະຊາຊົນອອກແຮງງານສ້າງຂົວໄມ້ຂ້າມນໍ້າອ້ອນ ໄປຫາໂຮງໝໍຊຸມຊົນຂອງເມືອງ ເຊີ່ງມີຄວາມຍາວ 35 ແມັດ ເປັນຂົວທີ່ນໍາໃຊ້ໄມ້ຈີງ ແລະ ໄມ້ປ່ອງມາສ້າງ

ເຊິ່ງຂົວດັ່ງກ່າວແມ່ນພຽງແກ້ໄຂການທຽວລົດຈັກ ແລະ ຄົນຍ່າງໃນໄລຍະລະດູຝົນ ທຶນທີ່ນຳມາໃຊ້ໃນການສ້າງຂົວນີ້ແມ່ນໄດ້ມາຈາກການສົມທົບຂອງບັນດາພາກສ່ວນທຸລະກິດ ແລະ ບຸກຄົນ, ສ່ວນໄມ້ແມ່ນການປະກອບສ່ວນຂອງປະຊາຊົນບ້ານນໍ້າອ້ອນ…ອ່ານຕໍ່

ເຈົ້າອະທິການວັດບ້ານວຽງຄຳ ມອບຕຽງນອນໃຫ້ຄະນະສະເພາະກິດ ເພື່ອເຂົ້າຊ່ວຍວຽກງານປ້ອງກັນໂຄວິດ-19

ຢູ່ທີ່ສະໂມສອນດອກປີກໄກ່ ເມືອງປາກກະດິງ ແຂວງບໍລິຄຳໄຊ ຍາພໍ່ເກສີ ປະລິສຸດໂທ ເຈົ້າອະທິການວັດບ້ານວຽງຄຳ ມອບໃຫ້ຄະນະສະເພາະກິດ ເມືອງປາກກະດິງ ມອບ ຕຽງນອນ 30 ໜ່ວຍເພື່ອກຽມຄວາມພ້ອມຮອງຮັບການນຳໃຊ້ ເຂົ້າໃນວຽກງານກັກກັນບຸກຄົນທີ່ສູນ

ເປັນກຽດມອບໂດຍ ທ່ານ ມັງ ສີບຸນເຮືອງ ຮອງນາຍບ້ານວຽງຄຳ ແລະ ເປັນກຽດຮັບໂດຍທ່ານ ຄຳພັນ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຕາງໜ້າໃຫ້ຄະນະສະເພາະກິດຂັ້ນເມືອງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...