Sunday, April 5, 2026
Kbank Laos โอน รับ จ่าย
-->

ກາບປູ່ສອນຫຼານ ກາບກອນທີ່ເກົ່າແກ່ຂອງລາວ ເອົາໄວ້ກ່າວເຕືອນສອນລູກຫຼານມາຫຼາຍສະໄໝ

ອີງຕາມຂໍ້ມູນຢູ່ໃນປຶ້ມວັນນະຄະດີລາວ (1987) ໄດ້ໃຫ້ຮູ້ວ່າ: ກາບປູ່ສອນຫຼານສະບັບເດີມ ແມ່ນພະພຸດທະໂຄສາຈານແຫ່ງເມືອງລ້ານຊ້າງເປັນຜູ້ແຕ່ງ, ແຕ່ບໍ່ຮູ້ວັນ, ເດືອນ ແລະ ປີແຕ່ງລະອຽດ; ແຕ່ອາດຈະແມ່ນແຕ່ງຂຶ້ນມາໃນສະໄໝອານາ ຈັກລາວລ້ານຊ້າງໃນລະຫວ່າງສະຕະວັດທີ XVII ໃນລັດຊະການຂອງເຈົ້າສຸລິຍະວົງສາ ເຊິ່ງເປັນສະໄໝ ລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງສູງສຸດ

ກາບປູ່ສອນຫຼານເປັນວັນນະຄະດີຂຽນປະເພດກາບກອນທີ່ເກົ່າແກ່ຂອງລາວ ທີ່ມີເນື້ອໃນສິດສອນແບບເຜີຍແຜ່ຫຼັກສິນທຳ-ທຳມະຈະລິຍາ. ເພື່ອບອກສອນ, ກ່າວເຕືອນຜູ້ເປັນລູກໆຫຼານໆທຸກຄົນໃຫ້ມີຄວາມຊື່ສັດບໍລິສຸດ, ປອດໃສຂາວສະອາດໃນການ ດຳລົງຊີວິດ, ມີການຄອງເຮືອນທີ່ດີ, ຮູ້ຈັກວາງຕົວ, ຮູ້ຈັກເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຮູ້ຈັກບ່ອນຕໍ່າ ບ່ອນສູງ, ທຳແຕ່ຄວາມດີມີປະໂຫຍດແກ່ຕົນ ສັງຄົມ ແລະ ປະເທດຊາດ, ຫຼີກເວັ້ນຄວາມຊົ່ວ

ຕົວຢ່າງ ກາບປູ່ສອນຫຼານ

ໜັງສືກາບປູ່ສອນຫຼານ, ຜູ້ແຕ່ງໄດ້ອີງໃສ່ແນວຄິດຄຸນສົມບັດຕົວຈິງຂອງການດຳລົງຊີວິດຢູ່ໃນລະບອບສັງຄົມສັກດິນາ ແລະ ໜັງສືພີມທາງສາສະໜາພຸດອັນເປັນຫຼັກທຳຄໍາສອນມຸ່ງປະສົງເພື່ອປູພື້ນ ໃຫ້ແກ່ການປະຕິບັດຕົນ ແລະ ສຶກສາອົບຮົມໃຫ້ຄົນເຮົາເປັນຄົນດີຮອບດ້ານ

ເຖິງວ່າກາບປູ່ສອນຫຼານເປັນບົດວັນນະຄະດີຄຳສອນທີ່ເກົ່າແກ່ ທີ່ອີງຕາມຫຼັກທຳມະຈະລິຍາ ຂອງພະພຸດສາສະໜາ ແລະ ອີງຕາມຫຼັກຄຳສອນໃນຊີວິດຕົວຈິງຂອງລະບອບສັກດີນາຜ່ານມາໄດ້ຫຼາຍ ຮ້ອຍປີແລ້ວກໍຕາມ, ແຕ່ບໍ່ໄດ້ໝາຍຄວາມວ່າ ເນື້ອໃນຄຳສອນນັ້ນຈະເປັນສິ່ງເກົ່າແກ່ຫຼ້າຫຼັງທັງໝົດ

ເມື່ອມາຮອດສັງຄົມປັດຈຸບັນ, ປະເທດຊາດມີຄວາມຈະເລີນກ້າວໜ້າທາງດ້ານເຕັກໂນໂລຊີ ກໍຕາມ ແຕ່ເຫັນວ່າເນື້ອໃນຄຳສອນກາບປູ່ສອນຫຼານຍັງມີຄວາມສຳຄັນຢ່າງຫຼວງຫຼາຍ, ຄົນຮຸ່ນໃໝ່ໃຫຍ່ລຸນກໍ່ຄວນຈະສຶກສາຮຽນຮູ້ເນື້ອໃນຄຸນຄ່າຂອງກາບຢ່າງເລິກເຊິ່ງ, ມີຄວາມເຂົ້າໃຈ ແລະ ສາມາດໄປໝູນໃຊ້ຢູ່ໃນການດໍາລົງຊີວິດຕົວຈິງໄດ້ຢ່າງຖືກຕ້ອງ

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.

75 ປີ ​ໄທ-ລາວ: “​ນ້ຳ​ຂອງ​ເຊື່ອມ​​ໃຈ, ສ້າງສາຍໃຍ​ສາຍຜູກພັນ”

ເດືອນທັນວາ ເປັນເດືອນທີ່ສຳຄັນຂອງຊາວໄທ ແລະ ລາວ ເພາະເປັນວັນສະເຫຼີມສະຫຼອງວັນຊາດຂອງທັງສອງປະເທດ ໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ). ແຕ່ເດືອນທັນວາ 2025 ມີຄວາມພິເສດກວ່າທຸກປີ ຍ້ອນເປັນວັນຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ...