Monday, February 10, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 28 ສິງຫາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ແຂວງສາລະວັນ ປຶກສາຫາລືວຽກຄຸ້ມຄອງທີ່ດິນປ່າໄມ້ ແລະແກ້ໄຂການບຸກລຸກທີ່ດິນປ່າໄມ້

ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ປຶກສາຫາລືການຄຸ້ມຄອງທີ່ດິນປ່າໄມ້, ການແກ້ໄຂການບຸກລຸກທີ່ດິນປ່າໄມ້, ການຈັບຈອງເນື້ອທີ່ດິນປ່າຜະລິດດແຫ່ງຊາດ ປະກອບມີເຂດສະຫງວນ 3 ແຫ່ງ (ປ່າສະຫງວນ ເຊບັ້ງນວນ, ພູຊຽງທອງ, ເຊຊັບ)

ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນບົດບັນທຶກ ກອງປະຊຸມສະບັບເລກທີ 1725/ກປຂ ມາດຕະການແກ້ໄຂ, ການກວດກາຄືນເນື້ອທີ່ໆຖືກ ບຸກລູກ ແລະຈັດສັນເນື້ອທີ່ປ່າໄມ້, ທີ່ດິນປ່າໄມ້ 3 ປະເພດປ່າ ຜູ້ທີ່ເຂົ້າບຸກລຸກທີ່ດິນປ່າໄມ້ຕ້ອງປະຕິບັດມາດຕະການປັບໃຫມ, ປູກໄມ້ທົດແທນ…ອ່ານຕໍ່

ອົງການສຸພານິມິດ ຊ່ວຍເຫຼືອກໍ່ສ້າງລະບົບນໍ້າປະປາຊຸມຊົນ ໃຫ້ແກ່ບ້ານທ່າຫາດ ເມືອງເຊບັ້ງໄຟ

ໂຄງການກໍ່ສ້າງລະບົບນໍ້າປະປາຊຸມຊົນ ກໍ່ແມ່ນໜຶ່ງທີ່ນອນຢູ່ໃນແຜນດຳເນີນງານຂອງໂຄງການດັ່ງກ່າວ ທີ່ອົງການສຸພານິມິດໃຫ້ການຊ່ວຍເຫຼືອແກ່ເມືອງເຊບັ້ງໄຟ ໃນຈຳນວນ 07 ບ້ານເປົ້າໝາຍ ການຊ່ວຍເຫຼືອດັ່ງກ່າວກໍ່ເພື່ອແນໃສ່ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ພໍ່ແມ່ປະຊາຊົນ

ຄະນະຮັບຜິດຊອບໂຄງການ ກໍ່ໄດ້ນຳພາພໍ່ແມ່ປະຊາຊົນລົງມືການກໍ່ສ້າງຕິດຕັ້ງ ເປັນຕົ້ນແມ່ນການຂຸດຄອງເພື່ອວາງທໍ່ສົ່ງນໍ້າ, ການຕໍ່ທໍ່ສົ່ງນໍ້າໄປຕາມທາງຊອຍບ້ານ ເພື່ອຕໍ່ເຂົ້າຫາເຮືອນຂອງປະຊາຊົນໃນແຕ່ລະຄອບຄົວ…ອ່ານຕໍ່

ທ່ານເຈົ້ານະຄອນ ໄກສອນ ພົມວິຫານ ລົງກວດກາຊີ້ນຳ ເຂດບ້ານພື້ນທີ່ສີແດງ ທີ່ມີຜູ້ຕິດເຊື້ອໃນຊຸມຊົນ

ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະທິມງານ, ປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ 19 ຂັ້ນນະຄອນ, ລົງກວດກາເບິ່ງໜ່ວຍກວດກາ ພາຍໃນບ້ານເຂດພື້ນທີ່ສີແດງ ທີ່ມີຜູ້ຕິດເຊື້ອໃນຊຸມຊົນ

ເຊີ່ງມີ 5 ບ້ານຄື ບ້ານລັດຕະນະລັງສີໃຕ້, ບ້ານຫົວເມືອງໃຕ້,ບ້ານໂພໄຊ,ບ້ານນາແກ ແລະບ້ານສະໜາມໄຊ ທ່ານຍັງໄດ້ເນັ້ນໃຫ້ຄະນະບ້ານໃຫ້ເອົາໃຈໃສ່ໃນການປິດເປັນບ້ານ,ເປັນໜ່ວຍ ,ເປັນຄອບຄົວເພື່ອບໍ່ໃຫ້ມີການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນບ້ານແລະບ້ານອ້ອມຂ້າງໃນທົ່ວນະຄອນ ແລະຫ້າມບຸກຄົນເດີນທາງເຂົ້າ-ອອກບ້ານເຂດທີ່ມີການຕິດເຊື້ອ…ອ່ານຕໍ່

ຢູ່ສາມແຈປະເທດ ລາວ-ຈີນ -ຫວຽດນາມ ຈະໄດ້ສຶກສາ-ສຳຫຼວດ, ເກັບກຳຂໍ້ມູນຄວາມເປັນໄປໄດ້ ໃນການພັດທະນາ ແລະ ກໍ່ສ້າງ

ທ່ານ ນາງ ຄຳມະລາ ສຸວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ກໍ່ໄດ້ຂື້ນສະເໜີກ່ຽວ ກັບບາງເນື້ອໃນໃນບົດບັນທືກ MOU ຕະຫຼອດໄລຍະອາຍຸຂອງ MOU ບໍລິສັດຈະຕ້ອງປະຕິບັດໜ້າວຽກເປັນຕົ້ນແມ່ນ ສຶກສາ-ສໍາຫລວດ, ລົງເກັບ ກໍາຂໍ້ມູນ ເພື່ອພັດທະນາ ແລະ ກໍ່ ສ້າງເຂດເສດຖະກິດພິເສດ ຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີ

ໂດຍຈະເລັ່ງໃສ່ສຶກສາ-ສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນໃນປັດຈຸບັນ ແລະ ອາດມີການປ່ຽນແປງ ລວມມີປະເພດທີ່ດິນ, ສະຖານທີ່, ເນື້ອທີ່ທຳການຜະລິດຂອງປະຊາຊົນ ແລະ ອື່ນໆ; ສຶກສາ- ສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງແຕ່ບ້ານໃຫຍ່ອູເໜືອ ຫາ ຊາຍແດນສາມແຈປະເທດ; ສຶກສາ-ສໍາຫຼວດພື້ນທີ່ ປະມານ 250 ກິໂລຕາແມັດ…ອ່ານຕໍ່

ເຈົ້າເມືອງໆປາກທາມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ຜູ້ທີ່ກັກບໍລິເວນຢູ່ສູນຂອງເມືອງ

ທ່ານ ນາງ ຈັນສຸກ ວັນນະວົງ ຮອງເຈົ້າເມືອງປາກທາ ຫົວໜ້າຄະນະສະເພາະກິດຂັ້ນເມືອງ ແລະ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຂັ້ນເມືອງ, ໄດ້ນໍາເອົາບໍລິໂພກ ແລະ ເຄື່ອງໃຊ້ໃນຄົວເຮືອນໄປມອບໃຫ້ກັບ ແຮງງານທີ່ເດີນທາງມາຈາກພື້ນທີ່ໆມີຄວາມສ່ຽງ ທີ່ຈຳກັດບໍລິເວນຢູ່ສູນຂອງເມືອງ

ແຮງງານເຫຼົ່ານີ້ແມ່ນເດີນທາງມາຈາກເຂດພິເສດສາມຫຼ່ຽມຄຳ, ການມອບເຄື່ອງດັ່ງໃຫ້ສູນກັກກັນໃນຄັ້ງນີ້, ເພື່ອອຳນວຍຄວາມສະດວກໃຫ້ກັບແຮງງານທີ່ໄດ້ມາບ້ານ ເພື່ອປະຕິບັດຕາມມາດຕະການປ້ອງກັນຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ...ອ່ານຕໍ່

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: