Saturday, November 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 30 ຕຸລາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ເຂດສາມຫຼ່ຽມເສດຖະກິດກຳປູເຈຍ-ລາວ-ຫວຽດນາມ ຈະກາຍເປັນຕົວເມືອງທັນສະໄໝ

ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປືອາດຈະກາຍເປັນຕົວເມືອງທັນສະໄໝໃນອະນາຄົດເພາະກະຊວງແຜນການ ແລະ ການລົງທຶນໄດ້ເລີ່ມສໍາຫຼວດສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພັດທະນາເຂດດັ່ງກ່າວແລ້ວ

ເຊິ່ງພາຍຫຼັງທີ່ມີການເຊັນສັນຍາ, ບໍລິສັດພັດທະນາຈະເລີ່ມດໍາເນີນການສຶກສາ, ສໍາຫຼວດອອກແບບ ກໍ່ສ້າງພັດທະນາເຂດດັ່ງກ່າວ ຊຶ່ງການພັດທະນາຈະເນັ້ນໃສ່ດ້ານການທ່ອງທ່ຽວ ແລະ ລະບົບການບໍລິການດ່ານ…ອ່ານຕໍ່

ຮສສ ມອບລະເບີດຕົກຄ້າງໃຫ້ກະຊວງປ້ອງກັນ ເພື່ອໄວ້ວາງສະແເດງ

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ສປປ ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ມອບລູກລະເບີດທີ່ຕົກຄ້າງ ແລະ ສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການວາງສະແດງຢູ່ຫໍພິິພິທະພັນກອງທັບປະຊາຊົນລາວ, ຊຶ່ງປະກອບມີລູກບົມໃຫ່ຍ, ບົ່ມບີ, ລູກປືນຄົກ, ລູກປືນໃຫຍ່, ລູກຈະຫຼວດ, ສໍາພາວຸດອື່ນໆອີກຈໍານວນ 14 ລາຍການ

ພ້ອມກັບໄດ້ມອບຂໍ້ມູນທີ່ສຳຄັນ ແລະຈໍາເປັນຈໍານວນໜຶ່ງເຊັ່ນ: ແຜນທີ່ການຖິ້ມລະເບີດຂອງ ສ. ອາເມລິກາ, ແຜ່ນປ້າຍໂຄສະນາກ່ຽວກັບລະເບີດລູກຫວ່ານ, ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາລູກລະເບີດບໍ່ທັນແຕກ…ອ່ານຕໍ່

ຂົງຈື້ ໄດ້ຄັດເອົານັກສຶກສາໃຫມ່ແຕ່ 90 ຄົນ ແລະຈະເປີດສອນທ້າຍເດືອນພະຈິກ

ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດ ເປັນສະຖາບັນແຫ່ງທໍາອິດຂອງໂລກທີ່ເປີດຫຼັກສູດຄູພາສາຈີນໂດຍປະກາດຮັບ, ຈັດຕັ້ງການສອບເສັງ ແລະ ຈັດການຮຽນການສອນດ້ວຍຕົນເອງເຊິ່ງພາຍໃຕ້ການຊີ້ນໍານໍາພາຂອງມະຫາວິທະຍາໄລແຫ່ງຊາດ ແລະ ການຮ່ວມມືຊ່ວຍເຫຼືອຂອງຄະນະສຶກສາສາດ ແລະ ອັກສອນສາດ

ສະຖາບັນຂົງຈືໃນທົ່ວໂລກມີທັງໝົດ 500 ກວ່າແຫ່ງ ເຊິ່ງການເປີດຫຼັກສູດຄັ້ງນີ້ຖືໄດ້ວ່າເປັນບາດກ້າວໃໝ່ໃນປະຫວັດສາດສະຖາບັນຂົງຈື ແລະ ກໍຖືໄດ້ວ່າເປັນປະຫວັດສາດຂອງວົງການສຶກສາສາຍຄູພາສາຈີນຂອງລາວ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.