Monday, November 17, 2025
Kbank Laos โอน รับ จ่าย

ບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈຳກັດ ເປິດໂຕແອັບພຣີເຄຊັນເທິງມືຖື ເພື່ອສ້າງປະສົບການໃໝ່ໃຫ້ກັບລູກຄ້າໃນການຕິດຕາມຂ່າວສານ ແລະ ກວດສອບຂໍ້ມູນສິນເຊື່ອໄດ້ໄວຍິ່ງຂຶ້ນ

ໃນປະຈຸບັນ, ເຕັກໂນໂລຊີໄດ້ເຂົ້າມາມີບົດບາດ ເພື່ອຊ່ວຍອຳນວຍຄວາມສະດວກໃນການດຳລົງຊີວິດປະຈຳວັນ. ບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈຳກັດ ກໍ່ໄດ້ມີແນວທາງໃນການຫັນປ່ຽນໄປສູ່ ລະບົບດີຈີຕອນ ແລະ ຕ້ອງການເພີ່ມຊ່ອງທາງໃນການບໍລິການໃຫ້ແກ່ລູກຄ້າ ໂດຍມີຄວາມມຸ່ງໝັ້ນໃນການສ້າງຜະລິດຕະພັນ ແລະ ການບໍລິການແບບໃໝ່ໆ ເພື່ອສ້າງຄວາມສະດວກສະບາຍໃນການຕິດຕາມຂໍ້ມູນຈາກທາງບໍລິສັດ.

ສະນັ້ນ, ທາງບໍລິສັດຈຶ່ງໄດ້ສ້າງແອັບພຣີເຄຊັນ AEON LAO ເພື່ອເພີ່ມປະສົບການໃໝ່ໃນການນໍາໃຊ້ ແລະ ອໍານວຍຄວາມສະດວກໃນການກວດສອບຂໍ້ມູນສິນເຊື່ອໃຫ້ກັບລູກຄ້າ ເຊັ່ນ: ການຊອກຫາຂໍ້ມູນການໃຫ້ບໍລິການ, ຂໍ້ມູນຊ່ອງທາງການຊຳລະ, ການກວດສອບຂໍ້ມູນສິນເຊື່ອ ແລະ ປະຫວັດການຊໍາລະເງິນໄດ້ດ້ວຍຕົນເອງຜ່ານທາງມືຖືໄດ້ທຸກທີ່ທຸກເວລາ. ນອກຈາກນີ້, ຍັງຈະມີສິດທິພິເສດຮູບແບບຕ່າງໆເທີງແອັບພຣີເຄຊັນໃນອະນາຄົດອັນໃກ້ນີ້ອີກດ້ວຍ.

ສຳລັບແອັບພຣີເຄຊັນ AEON LAO ເເມ່ນພ້ອມໃຫ້ດາວໂຫຼດໄດ້ແລ້ວ ຜ່ານທາງ Play store ສຳລັບລະບົບ Android ແລະ App store ສຳລັບລະບົບ IOS. ສຳລັບລູກຄ້າທີ່ມີສັນຍາຜ່ອນກັບທາງບໍລິສັດ ສາມາດລົງທະບຽນດ້ວຍເບີໂທລະສັບທີ່ລະບຸໃນສັນຍາ ເພື່ອກວດສອບຂໍ້ມູນສິນເຊື່ອດ້ວຍຕົນເອງ. ສຳລັບບຸກຄົນທົ່ວໄປທີ່ຕ້ອງການຕິດຕາມຂໍ້ມູນຂ່າວສານແມ່ນສາມາດດາວໂຫຼດແອັບພຣີເຄຊັນ ແລະ ເບິ່ງຂໍ້ມູນໄດ້ທັນທີໂດຍບໍ່ຈໍາເປັນຕ້ອງລົງທະບຽນ.

ທ່ານສາມາດຕິດຕາມການເຄື່ອນໄຫວຂອງບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈໍາກັດ ໄດ້ທີ່ Facebook Page: AEON Lao ຫຼື ເວັບໄຊ www.aeonlao.com ແລະ ສອບຖາມຂໍ້ມູນເພີ່ມເຕີມ ໂທ: 1433.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.