ໂທລະສັບ Android ເສຍ! ຊອກຫາງ່າຍໆດ້ວຍຟີເຈີທີ່ມີໃນ Google

ຫຼາຍຄົນອາດບໍ່ຮູ້ ຫຼືຄິດວ່າຟີເຈີການຄົ້ນຫາໂທລະສັບ Smart Phone ມີແຕ່ໃນສະເພາະ iOS ເທົ່ານັ້ນ, ເຊິ່ງ Android ກໍ່ມີຄືກັນເດີ້ ແຖມໃຊ້ງານກໍ່່ງ່າຍອີກດ້ວຍ

ກ່ອນທີ່ຈະໄປຮູ້ຈັກວິທີໃຊ້ງານ ເຮົາມາເບິ່ງຂໍ້ຄວນຮູ້ໄວ້ບາງຢ່າງກ່ອນທີ່ຈະໃຊ້ງານຄື

  • ເຮົາສາມາດຄົ້ນຫາໂທລະສັບ ທີ່ບໍ່ເຫັນ ໄດ້ດ້ວຍອຸປະກ່ອນໃດກໍ່ໄດ້ເຊັ່ນ: PC, Notebook ແລະໂທລະສັບເຄື່ອງອື່ນ
  • ອຸປະກອນທີ່ໃຊ້ໃນການຄົ້ນຫາ ຕ້ອງລົງຊື່ເຂົ້າໃຊ້ງານບັນຊີ Google ດຽວກັບອຸປະກອນທີ່ເສີຍ ຫຼືອຸປະກອນທີ່ຕ້ອງຊອກ
  • ຄົ້ນຫານຕໍາແໜ່ງໄດ້ສະເພາະຕອນເປີດເຄື່ອງ ຫາກມີຄົນລັກ ຫຼືປິດໂທລະສັບ ຈະສະແດງພຽງແຕ່ຕໍ່າແໜ່ງລ້າສຸດເທົ່ານັ້ນ

ສຳລັບວິທີການໃຊ້ງານແມ່ນງ່າຍໆຕາມຂັ້ນຕອນນີ້ເລີຍ

  1. ຫາອຸປະກອນທີ່ຕ້ອງການໃຊ້ໃນການຄົ້ນຫາ, ຈາກນັ້ນລ໋ອກອິນເຂົ້າບັນຊີ Google ດຽວກັນກັບໂທລະສັບທີ່ຈະຄົ້ນຫາ
  2. ໄປທີ່ລິ້ງ Find my device ຂອງ Google
  3. ລະບົບຈະສະແດງອຸປະກອນທີ່ລົງຊື່ເຂົ້າໃຊ້ບັນຊີ Google ດັ່ງກ່າວໄວ້ ພ້ອມທັງສະຖານະແບັດ ແລະສະຖານທີ່ເທິງ Google Map (ກໍລະນີບໍ່ໃສ່ຊິມ ແຕ່ເຊື່ອມຕໍ່ Wifi ຈະບໍ່ເຫັນ Location ເຊິ່ງຖ້າຫາກຢາກເຫັນ Location ຈຳເປັນຕ້ອງໄດ້ໃສ່ຊິມ)

ລະບົບມີຟີເຈິໃຫ້ເລືອກໃຊ້ 3 ຢ່າງຄື: ຫຼິ້ນສຽງ (Play Sound) ຈະເຮັດໃຫ້ໂທລະສັບສຽງດັງຂຶ້ນ, ຄວາມປອດໄພຂອງອຸປະກອນ (Secure Device) ສາມາດປ່ຽນ ຫຼືຕັ້ງລະຫັດໃຫມ່ໄດ້, ລ້າງອຸປະກອນ (Erase Device)

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...