Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 30 ຕຸລາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຫຼາຍອົງກອນ ໄດ້ຮ່ວມມືສ້າງລາຍການໂທລະພາບການພັດທະນາເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ“

ທີ່ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼ​ງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ, ແລະ ອົງການຢູນີເຊັບ, ພ້ອມດ້ວຍ​​ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ສະຫະພາບເອີຣົບ (EU) ແລະ ອົງການ USAID ໄດ້ເປີດ​ໂຕພາກ​​ 2 ​ຂອງຊຸດໂທລະພາບ​ການພັດທະນາເດັກກ່ອນໄວຮຽນ​ (ECD) “ເຮືອນຂອງ​ຂ້ອຍ”

​ສ້າງຂຶ້ນເພື່ອສົ່ງເສີມການພັດທະນາດ້ານ​ຮ່າງກາຍ, ສະຕິປັນຍາ, ສັງຄົມ ແລະ ຈິດ​ໃຈ ຂອງເດັກ​ນ້ອຍກ່ອນໄວຮຽນ​, ພ້ອມທັງສົ່ງເສີມການຮຽນຮູ້ຂອງເຂົາເຈົ້າໃນ​ຊ່ວງການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ປກສ ແຂວງບໍ່ແກ້ວ ຍຶດຢາເສບຕິດປະເພດຢາບ້າຈຳນວນ 262 ເປົ່າ, ຢາໄອ 65ເປົ່າ

ມີພົນລະເມືອງດີ ໄດ້ລາຍງານຕໍ່ກັບແຈົ້າໜ້າທີ ພະນັກງານ ບ້ານໂພນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈະມີລົດຕ່າງສິນຄ້າ ປະເພດໄມ້ ຈາກບ້ານຫ້ວຍຊາຍນ້ອຍ ເຊິ່ງທາງເຈົ້າໜ້າທີ່ວິຊາສະເພາະຈຳບ້ານໂພນທອງ ສົມທົບກັບພາກສ່ວນ ເຈົ້າໜ້າທີ່ພາສີ, ອາກອນ, ຊັບສິນ, ກະສິກຳ, ໄດ້ຂໍເຂົ້າກວດຄົ້ນ ລົດຄັນດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະໄດ່ສອບຖາມໂຊເວີລົດວ່າແມ່ນສິນຄ້າຫຍັງ ທ່າງໂຊເວີໄດ້ຕອບກັບເຈົ້າໜ້າທີ່ຂອງພວກເຮົາວ່າ ຕ່າງລາງເບຍເປົ່າ ຜົນຂອງການກວດພົບໃນເບື້ອງຕົ້ນແມ່ນລາງເບຍເປົ່າແທ້

 ສະນັ້ນທາງເຈົ້າໜ້າທີ່ ຈຶ່ງປະສານເອົາລົດຄັນດັ່ງກ່າວ ມາກວດກາຄືນໃໝ່ທີ່ເປັນໜ້າສົງໄສ ຢ້ານມີສິນຄ້າ ສິ່ງທີ່ຜິດກົດໝາຍປະປົນມານຳ ຜ່ານການກວດຄົ້ນ ພົບເຫັນຢາເສບຕິດ ປະເພດຢາບ້າຈຳນວນ 262 ເປົ່າເທົ່າກັບ 27.832ມັດ ເທົ່າກັບ 55.664.000ເມັດ ມີນ້ຳໜັກ 5.566,4 kg , ຢາໄອສ ຈຳນວນ 65 ເປົ້າ ເທົ່າກັບ1.537 ຫໍ່…ອ່ານຕໍ່

ອົງການຢູນີເຊັບສະໜອງອຸປະກອນ PPE ແລະ IT ໃຫ້ແກ່ສູນກາງຊາວໜຸ່ມລາວ

ເພື່ອຊ່ວຍໃຫ້ຮັບປະກັນວ່າ​ການບໍລິການປົກປ້ອງເດັກຍັງຄົງສືບຕໍ່ດຳເນີນໄປໄດ້ ​ໂດຍເນັ້ນໃສ່ການໃຫ້ຄຳປຶກສາຜ່ານສາຍດ່ວນ​ເເລະ ໃຫ້ການຊ່ວຍເຫຼືອ​ແກ່ສູນກັກຕົວຊ່ວງ​​ການ​ແຜ່​ລະ​ບາດ​ຂອງພະຍາດ

ອຸປະກອນຕ່າງໆ​ທີ່ໄດ້ນຳມາມອບໃຫ້ປະກອບມີ ເຈວລ້າງມືໜ້າກາກອະນາໄມຖົງມືອະນາໄມເຄື່ອງວັດແທກອຸນຫະພູມອິນຟຣາເຣດຄອມພິວເຕີໂນດບຸກໂທລະສັບມືຖືກ້ອງຖ່າຍຮູບ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງກັບການຜະລິດສື່ອອນໄລນ໌​...ອ່ານຕໍ່

ເມືອງໂຂງແຂວງຈຳປາສັກ ໄດ້ຮັບເຄື່ອງຊ່ວຍເຫຼືອຊຸກຍູ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

ທ່ານ ສົມພອນ ພັນທະວົງ ຜູ້ບໍລິຫານໂຄງການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກການຕິດເຊື້ອການລະບາດພະຍາດໂຄວິດ-19 ແບບມີສ່ວນຮ່ວມຂອງຊຸມຊົນ ພ້ອມດ້ວຍພະນັກງານໂຄງການຂອງຕົນ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ  ເພື່ອນຳໄປໃຊ້ເຂົ້າໃນສູນກັກໂຕຂອງເມືອງທີ່ຍັງຂາດເຂີນ

ພະຍາດໂຄວິດ -19 ທີ່ສົ່ງຜົນກະທົບເປັນວົງກວ້າງ ແລະ ໂດຍສະເພາະເມືອງໂຂງ ເຫັນໄດ້ວ່າຢູ່ສູນຈຳກັດບໍລິເວນ ກໍຄືສູນກັກໂຕຫຼາຍແຫ່ງຂອງເມືອງຍັງຂາດເຂີນວັດຖຸເຄື່ອງໃຊ້ໃນຊີວິດປະຈຳວັນຫຼາຍຢ່າງ…ອ່ານຕໍ່

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງ 38 ແລະ 39

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນ ເຊິ່ງໄດ້ຮັບໝາກຜົນທີ່ສຳຄັນໃນຫຼາຍດ້ານໃນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19

ເປັນຕົ້ນແມ່ນການສໍາເລັດການກະກຽມໃນເບື້ອງຕົ້ນ ເພື່ອເລີ່ມຂະບວນການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການສ້າງຕັ້ງບັນດາສູນສາທາລະນະສຸກ ແລະ ກອງທຶນຕອບໂຕ້ພະຍາດໂຄວິດ-19 ກໍຄືພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຕ່າງໆ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້