Friday, November 7, 2025
Kbank Laos โอน รับ จ่าย

ມາສ່ອງເບິ່ງ! ຜະລິດຕະພັນໃຫມ່ຂອງ HUAWEI

ວັນທີ 28 ຕຸລາ 2021 ທີ່ຜ່ານມາ ທາງ huawei ໄດ້ເປີດໂຕຜະລິດຕະພັນພັນໃຫມ່ໃນງານ  HUAWEI APAC AUTUMN LAUNCH ເຊິ່ງມີ: HUAWEI nova 9, HUAWEI MateBook 14s, HUAWEI WATCH GT 3 Series ແລະ HUAWEI Vision S ມາກັນຄົບເຄື່ອງກັນໄປເລີຍທັງໂທລະສັບ, ຄອມພິວເຕີ, ໂມງ ແລະ ໂທລະພາບ

Huawei nova 9

ເອົາໃຈກຸ່ມຄົນໄວລຸ້ນ ຕອບໂຈດການຖ່າຍຮູບພາບບໍ່ວ່າຈະເປັນ Portrait ຫຼືເຊວຟີ້ ດ້ວຍເຕັກໂນໂລຍີການຖ່າຍພາບແບບ Super Sensing ກ້ອງຫຼັກເປັນ Ultra Vision Camera ມີຄວາມລະອຽດເຖິງ 50 MP ໃຊ້ເຊັນເຊີແບບ RYYB ແລະລະບົບ Huawei XD Fusion Engine ທີ່ຈະຊ່ວຍໃຫ້ພາບມລສຍລະອຽດທີ່ຄົມຊັດ ແລະ Noise ຕໍ່າເຖິງຈະຢູ່ໃນທີ່ແສງໜ້ອຍ, ສ່ວນກ້ອງໜ້າມີຄວາມລະອຽດຢູ່ທີ່ 30 MP ສາມາດຮອງຮັບການຖ່າຍວີດີໂອແບບ 4K ອີກດ້ວຍ

Huawei nova 9 ມີຂະໜາດໜ້າຈໍ 6,57 ນິ້ວ ຂອບໂຄ້ງລະດັບ 3D Curved ທີ່ສະແດງຜົນໄດ້ເຖິງ 1,07 ພັນລ້ານສີ ແລະມີອັດຕາ Refresh Rate 120 Hz ຍົກລະດັບໃນການຕອບສະໜອງໃນການສຳຜັດ ແລະທີ່ສຳຄັນຍັງມີ SuperCharge ສູງເຖິງ 66 W

HUAWEI MateBook 14s

ຮູບຮ່າງລັກສະນະບາງ ເປີດໂຕມາພ້ອມກັນ 2 ສີເຊິ່ງມີ ສີຂຽວ Spruce Green และສີເທົາ Space Gray ມີໜ້າຈໍສຳຜັດແບບ HUAWEI FullView Display ເຊິ່ງມີຄວາມຄົມຊັດສູງເຖິງ 2.5K ແລະຂະໜາດຂອງໜ້າຈໍ 3:2 ເຊິ່ງຈະເຮັດໃຫ້ມີພື້ນທີ່ໃນການເຮັດວຽກຫຼາຍຂຶ້ນ ເພາະໜ້າຈໍແບບ 3:2 ສູງກວ່າແບບທົ່ວໄປ, ສຳລັບສະເປັກຂອງເຄື່ອງຈະມີກາດຈໍເປັນ Iris® Xe ແລະໜ່ວຍປະມວນຜົນ CPU ຈະເປັນ 11th Gen Intel® Core™ H-Series Processor ເຊິ່ງຈະເປັນ i5 ຫຼື i7 ນັ້ນກໍ່ຂຶ້ນກັບລາຄາຂອງເຄື່ອງ

HUAWEI MateBook 14s ຍັງມີຟັງຊັ້ນພິເສດທີ່ສຸດຄື ສາມາດໃຊ້ງານແອັບພິເຄຊັນມືຖືໄດ້ ໂດຍຜ່ານການໃຊ້ງານ HUAWEI Mobile App Engine ເຊິ່ງສາມາດດາວໂຫລດແອັບຈາກມືຖືຈາກ HUAWEI AppGallery ທີ່ຕິດຕັ້ງໃຫ້ມາໃນເຄື່ອງ (ການໃຊ້ງານນີ້ບໍ່ແມ່ນການຕໍ່ຈາກມືຖື ຫຼືການໃຊ້ງານຜ່ານ Emulator ເປັນການໃຊ້ງານຜ່ານ HUAWEI MateBook 14s ໂດຍຕົງເລີຍ) ແຕ່ທີ່ແນ່ນອນຄືໃນອະນາຄົດທຸກເຄື່ອງກໍ່ອາດຈະໃຊ້ງານໄດ້ຄືກັນກັບເຄື່ອງນີ້ ເພາະທາງ Microsoft ກໍ່ໄດ້ເປີດຟັງຊັນນີ້ໃຫ້ທົດລອງລຸ້ນ BETA ໃນ Windows 11 ແລ້ວ

HUAWEI WATCH GT 3 Series

ໂມງເຄື່ອງນີ້ໃຊ້ເຕັກໂນໂລຍີ TruSeen 5.0+ ໃນການກວດວັດອັດຕາການເຕັ້ນຂອງຫົວໃຈລະຫວ່າງອອກກຳລັງກາຍ ແລະຍັງກວດວັດອັດຕາຄວາມອິ່ມຕົວຂອງອອກຊີເຈນໃນເລືອດອີກດ້ວຍ, ສຳລັບຄວາມທົນທານໃນການໃຊ້ງານແມ່ນສູງເຖິງ 14 ວັນຕໍ່ການຊາກແບັດ 1 ຄັ້ງ

ມີທັງລະບົບ AI Running Coach ແລະໂຫມດອອກກຳລັງກາຍເຖິງ 100 ໂໝດ ທີ່ຈະຊ່ວຍໃນການເບິ່ງແຍງເປົ້າໝາຍແລະຕິດຕາມເສັ້ນທາງການອອກກຳລັງກາຍຢ່າງຖືກຕ້ອງທີ່ສຸດດ້ວຍການຮອງຮັບເຖິງ 5 ສັນຍານດາວທຽມ GPS, Beidou, GLONASS, GALILEO ແລະ QZSS

HUAWEI Vision S

ໂທລະພາບໜ້າຈໍຄວາມຄົມຊັດ 4K ພ້ອມກັບອັດຕາ Refresh Rate 120 Hz ທີ່ໄດ້ຮັບການຮອງຮອງຈາກ TÜV Rheinland ວ່າຊ່ວຍປົກປ້ອງດວງຕາດ້ວຍການຫຼຸດແສງສີຟ້າແລະການກະພິບຂອງໜ້າຈໍ, ມີລະບົບສຽງ HUAWEI SOUND ມີສຽງທີ່ເກັບລາຍລະອຽດແລະສົມຈິງ ປະກອບມາພ້ອມກັບລຳໂພງ 10W ຈຳນວນ 4 ໂຕໃນເຄື່ອງ

HUAWEI Vision S ຍັງມີກ້ອງ Magnetic Camera ຄວາມລະອຽດ 13 MP ເຊິ່ງສາມາດໝູນໄດ້ 180 ອົງສາ ແລະສາມາດຖອດອອກໄດ້ງ່າຍໆ ແລະຍັງສາມາດສະລັບການວີດີໂອຄໍ HUAWEI MeeTime ເທິງມືຖື ໄປໃຊ້ໃນ HUAWEI Vision S ໄດ້ງ່າຍໆ ໂດຍຮອງຮັບຄວາມລະອຽດເຖິງ 1920 x 1080

ຂໍ້ມູນຈາກ: HUAWEI

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.