ການແຕ່ງຮູບເປັນອີກໜຶ່ງສີສັນທີ່ທຸກຄົນຕ້ອງມີ ຫຼື ເປັນໜຶ່ງໃນທັກສະເລີຍກໍວ່າໄດ້, ບາງຄົນກໍແຕ່ງຮູບບໍ່ເປັນ ແຕ່ງຮູບມັນຍາກ ແຕ່ຮູ້ບໍ່ວ່າການແຕ່ງຮູບສາມາດເຮັດໄດ້ງ່າຍໆໃນແບບມືອາຊີບດ້ວຍແອັບພິເຄຊັນເຫຼົ່ານີ້
Foodie

ແອັບນີ້ເໝາະສຳລັບສາຍແຕ່ງຮູບອາຫານ ເປັນແອັບທີ່ສ້າງຂຶ້ນມາເພື່ອແຕ່ງຮູບພາບອາຫານໂດຍສະເພາະ ເຊິ່ງໃນແອັບຍັງມີຟິວເຕີຫຼາກຫຼາຍຮູບແບບມາໃຫ້ເຮົາໃຊ້ງານໃຫ້ເໝາະສົມສຳລັບອາຫານແຕ່ລະປະເພດອີກດ້ວຍ ແອັບນີ້ສາມາດໃຊ້ໄດ້ທັງ iOS ແລະ Android
Adobe Photoshop Lightroom

ແອັບພິເຄຊັນຈາກຄ້າຍຍັກໃຫຍ່ຢ່າງ Adobe ເປັນແອັບແຕ່ງຮູບພາບແບບມືອາຊີບ, ຖ້າເຈົ້າເປັນຄົນທີ່ມັກແຕ່ງຮູບໃຫ້ຄຸມໂທນ ເຊື່ອວ່າຖ້າມີແອັບນີ້ຈະບໍ່ຜິດຫວັງ ເພາະແອັບນີ້ສາມາດເຮັດຫຍັງໄດ້ຫຼາຍຢ່າງ ຄືກັບວ່າເປັນໂປແກຣມຫຍໍ້ຂະໜາດຂອງ Adobe Lightroom (PC) ມາໄວ້ໃນໂທລະສັບເລີຍ
ຈຸດເດັ່ນຄື ໃຜຢາກໃຫ້ຮູບງາມໂດຍທີ່ບໍ່ຕ້ອງຄິດໂທນເອງ ກໍພຽງແຕ່ໂຫລດ Preset ມາໃຊ້ໄດ້ເລີຍ ແລະໃນເຄື່ອງກໍຍັງມີມາໃຫ້ລອງໃຊ້ງານຫຼາກຫຼາຍໂທນອີກດ້ວຍ ແອັບນີ້ສາມາດໃຊ້ໄດ້ທັງ iOS ແລະ Android
Snapseed

ຖືວ່າເປັນແອັບແຕ່ງຮູບທີ່ບໍ່ມີໃຜບໍ່ຮູ້ຈັກແນ່ນອນ ເພາະແອັບນີ້ເປີດໃຂ້ງານມາດົນແລ້ວ ແລະຍັງໄດ້ຮັບຄວາມນິຍົມເຖິງປັດຈຸບັນ ຄຸນສົມບັດຂອງແອັບນີ້ຄືແຕ່ງຮູບແບບມີດຽວບໍ່ຊັບຊ້ອນ ເໝາະສຳລັບຜູ້ທີ່ມັກແຕ່ງຮູບພາບໃນເວລານັ້ນໆທັນທີເລີຍ
ມີຟັງຊັນຈຳເປັນທີ່ຫຼາກຫຼາຍ ທັງການປ່ຽນໂທນສີ, ປັບຄວາມສະຫວ່າງ, ປັບຈຸດໂຟກັດ ແລະການໃສ່ຟິວເຕີເພື່ອໃຫ້ຮູບພາບເບິ່ງຄາດສິກ ແອັບນີ້ສາມາດໃຊ້ໄດ້ທັງ iOS ແລະ Android
VSCO

ເປັນຕົວເລືອກທີ່ແນະນຳໃຫ້ທຸກຄົນຄວນມີຕິດເຄື່ອງໄວ້ ເພາະມີຟິວເຕີໃຫ້ເລືອກແຕ່ງຮູບພາບຫຼາຍຫຼາຍ ມີໂຕທີ່ປ່ອຍໃຫ້ດາວໂຫລດຟີ ແລະ ຍັງສາມາດປັບແຕ່ງຮູບພາບເຊັ່ນເພີ່ມຄວາມຄົມຊັດ, ປັບແສງ, ປັບໂທນຮູບພາບ ແລະຫາກບໍ່ພໍໃຈກັບຟິວເຕີທີ່ເຮົາສ້າງຂຶ້ນມາ ກໍຍັງສາມາດຫາຊື້ຟິວເຕີໃຫມ່ໆໄດ້ໃນ Store ທີ່ສຳຄັນຄືສາມາດໃຊ້ງານງ່າຍສາມາດເລືອກໂທນ ແລະ ເລືອກຟິວເຕີໃສ່ຕາມໃຈມັກໄດ້ເລີຍ ແອັບນີ້ສາມາດໃຊ້ໄດ້ທັງ iOS ແລະ Android
ລອງພາກັນໂຫລດມາໃຊ້ເບິ່ງເດີ້ ເພື່ອທີ່ຈະເພີ່ມທັກສະໃນການແຕ່ງຮູບຂອງເຮົາໃຫ້ຫຼາຍຂຶ້ນ