Sunday, February 16, 2025

ກະຊວງສາທາແນະນຳ ມາດຕະການ! ປ້ອງກັນໃນຊ່ວງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃຫມ່

ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ໃນປະເທດ ແລະຊຸມຊົມ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ຈຶ່ງໄດ້ອອກຄຳແນະນໍາສຳລັບມາດຕະການປ້ອງກັນຕົນເອງ ໃນຊ່ວງສົ່ງທ້າຍປີເກົ່າ ຕ້ອນຮັບປີໃຫມ່ນີ້ ເຊິ່ງມີ:

  1. ໃຫ້ຮີບຮ້ອນໄປສັກວັກຊີນ ຖ້າທ່ານບໍ່ທັນໄດ້ສັກ ຫລື ຕາມການປະກາດຂອງຄະນະສະເພາະກິດໃຫ້ໄປສັກເຂັມ 3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫລຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດໄດ້
  2. ໃສ່ຜ້າປິດປາກ-ດັງຄືໄດ້ແນະນໍາທຸກຄັ້ງ ແລະ ໃສ່ໃຫ້ຖືກຕ້ອງ, ລ້າງມືໃຫ້ສະອາດກ່ອນ ແລະ ຫລັງທີ່ຮູ້ສຶກໄດ້ສຳພັດມັນ, ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກ ແລະ ຫຸ້ມຄາງ
  3. ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ແລະ ວິທີນີ້ພວກເຮົາຮູ້ແລ້ວວ່າລະອອງທີ່ຕິດເຊື້ອບໍ່ສາມາດກະ ຈາຍເກີນໄລຍະນີ້ໄດ້
  4. ໃຊ້ຜ້າແພມົນ ຫລື ເຈ້ຍອະນາໄມອັດປາກ-ດັງ ປິດເວລາໄອ-ຈາມ ເພື່ອບໍ່ໃຫ້ລະອອງຟົ້ງໄໄປໄກໃສ່ຄົນອ້ອມຂ້າງ
  5. ການໝັ່ນລ້າງມືບໍ່ວ່າດ້ວຍສະບູ ແລະ ຫລືດ້ວຍເຈວທີ່ມີທາດເຫຼົ້າຍັງໄດ້ຜົນດີທີ່ສຸດ
  6. ຫລີກການຢູ່ ຫລື ພົບຄົນໃນສະຖານທີ່ປິດເຊັ່ນ: ຫ້ອງເປີດແອ ຄວນພົບກັນຂ້າງນອກ ຫລື ເປີດປະຕູປ່ອງຢ້ຽມ ແລະ ເດັດຂາດໃຫ້ຫລີກເວັ້ນສະຖານທີ່ໆບໍ່ສາມາດຮັກສາໄລຍະຫ່າງໄດ້ ຫລື ມີຄົນຢູ່ແອອັດຫລາຍ

ທ່ານຣັດຕະນະໄຊ ເພັດສຸວັນ ຍັງໄດ້ກ່າວອີກວ່າ: “ຖ້າພວກເຮົາມີສະຕິປ້ອງກັນຕົນເອງຕະຫລອດເວລາ ເຊື່ອວ່າພວກເຮົາຈະຜ່ານວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫລື ເທສະການທາງສາສະໜາໄດ້ຢ່າງປອດໄພ ແລະ ຈະບໍ່ເຫັນໂຕເລກຫລັງປີໃໝ່ພຸ່ງຂຶ້ນຈົນໜ້າຕົກໃຈ”

ດັ່ງນັ້ນ, ເມື່ອທ່ານຮູ້ສຶກບໍ່ສະບາຍຄວນໄປພົບແພດທັນທີ ແລະ ກັກໂຕກ່ອນ 14 ວັນ

ຂໍ້

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.