ຜາຊົມນາງ ເມືອງງອຍ ມາຍາມນີ້ ຄັກສຸດ!!!

ພາບຈາກ NongKhiaw View ຜາຊົມນາງ

ເມືອງງອຍ, ແຂວງ ຫຼວງພະບາງ ເປັນອີກເມືອງໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ ເປັນຕົ້ນແມ່ນຖ້ຳ ແລະ ຈຸດຊົມວິວເທິງພູ ທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຢ່າງດີ.

ຜາຊົມນາງ ກໍເປັນອີກສະຖານທີ່ທ່ອງທ່ຽວຂອງ ເມືອງງອຍ ແລະ ກໍເປັນອີກໜຶ່ງຈຸດຊົມວິວ ໜອງຂຽວ ທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ໃນປັດຈຸບັນ ໂດຍສະຖານທີ່ດັ່ງກ່າວແມ່ນຢູ່ຫ່າງຈາກ ນະຄອນ ຫຼວງພະບາງ ປະມານ 140 ກິໂລແມັດ.

ພາບຈາກ NongKhiaw View ຜາຊົມນາງ

ອາກາດທີ່ແສນບໍລິສຸດ ບວກກັບວິວງາມໆທີ່ ຜາຊົມນາງ ແຫ່ງນີ້ ຖືວ່າເປັນຈຸດເດັ່ນສຳຄັນທີ່ເຮັດໃຫ້ນັກທ່ອງທ່ຽວໃຫ້ຄວາມສົນໃຈຢາກຂຶ້ນສຳພັດກັບບັນຍາກາດດັ່ງກ່າວແບບຟິນໆ ອີກຢ່າງຜາແຫ່ງນີ້ກໍບໍ່ສູງຫຼາຍ ໃຊ້ເວລາພຽງແຕ່ 10 ກວ່ານາທີກໍຮອດຈຸດຊົມວິວແລ້ວ ແລະ ຜາຊົມນາງ ແຫ່ງນີ້ກໍຢູ່ກ້ອງ ຜາແດງ ທີ່ເປັນຈຸດຊົມວິວສູງສຸດຂອງ  ເມືອງງອຍ.

ພາບຈາກ NongKhiaw View ຜາຊົມນາງ

ຜາຊົມນາງ ຖືວ່າເປັນສະຖານທີ່ ທີ່ຫາກໍບຸກເບີກໃໝ່ ແລະ ໄດ້ເປີດໃຫ້ບໍລິການໃຫ້ກັບນັກທ່ອງທ່ຽວເມື່ອບໍ່ດົນມານີ້ ເຊິ່ງເປັນບ່ອນສຳລັບນັກທ່ອງທ່ຽວທີ່ມັກຮັກໃນການທ່ອງທ່ຽວແບບພະຈົນໄພທຳມະຊາດ. ໂດຍສະເພາະແມ່ນໄລຍະລະດູໜາວນີ້ ແມ່ນຈະມີທະເລໝອກໃຫ້ເຫັນໃນຕອນເຊົ້າເຊິ່ງຈະເຮັດໃຫ້ທ່ານອົດໃຈບໍ່ໄດ້ທີ່ຈະເກັບພາບງາມໆໄວ້ເບິ່ງ ແລະ ຊົມຕາເວັນຕົກດິນໃນຕອນຄ້ອຍຄ່ຳຍາມແລງກໍງາມໄປອີກແບບໜຶ່ງ. ໂດຍທາງສະຖານທີ່ຈະມີບໍລິການໃຫ້ເຊົ່າເຕັ້ນສຳລັບນັກທ່ອງທ່ຽວຜູ້ທີ່ຕ້ອງການຢາກສຳພັດກັບບັນຍາກາດຕອນກາງຄືນຢູ່ເທິງ ຜາຊົມນາງ.

ທ່ານໃດສົນໃຈຢາກໄປສຳພັດກັບບັນຍາກາດຢູ່ທີ່ສະຖານທີ່ຊົມວິວ ຜາຊົມນາງ ກໍເຂົ້າໄປເບິ່ງໄດ້ທີ່ Facebook page: NongKhiaw View ຜາຊົມນາງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...