Friday, April 26, 2024
Lenovo

ສີວັນ ຊາຍພິການແຂນ ທີ່ບໍ່ຍອມແພ້ຕໍ່ໂຊກຊະຕາ

ຄົນເຮົາເກີດມາ ບໍ່ມີໃຜທີ່ຢາກຈະພົບພໍ້ກັບສິ່ງທີ່ບໍ່ດີ, ແຕ່ເມື່ອມັນເກີດຂຶ້ນແລ້ວ ເຮົາຈະເຮັດແນວໃດ ເພື່ອເຮັດໃຫ້ເຮົາສາມາດດຳເນີນຊີວິດ ແລະ ຢູ່ຮ່ວມກັບສັງຄົມແບບຄົນທົ່ວໄປໄດ້.

ເລື່ອງລາວຕໍ່ໄປນີ້ ເກີດຂຶ້ນກັບ ທ້າວ ສີວັນ ສີບຸນເຮືອງ (ວັນ), ອາຍຸ 25 ປີ, ຢູ່ບ້ານ ຕານມີໄຊ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ, ທີ່ໄດ້ເກີດອຸບັດເຫດ ໄຟຟ້າຊ໊ອດ ຂະນະທີ່ກຳລັງເຮັດວຽກຊ່ວຍພໍ່, ເຮັດໃຫ້ເຂົາສູນເສຍແຂນທັງສອງເບື້ອງ ໃນປີ 2012, ແຕ່ການສູນເສຍແຂນຂອງເຂົາ ບໍ່ແມ່ນອຸປະສັກໃນການໃຊ້ຊີວິດ ແລະ ການທຳມາຫາກິນຂອງເຂົາເລີຍ ໂດຍເຂົາໄດ້ສູ້ຊົນຫາລ້ຽງຊີບດ້ວຍການແຕ້ມຮູບ, ເພັ້ນເກີບ, ແຕ້ມຮູບເໝືອນ, ຮູບເອ້ປະດັບເຮືອນ ແລະ ອື່ນໆ ຈາກຄວາມຮູ້ ຄວາມສາມາດຂອງເຂົາທີ່ໄດ້ຮຽນຮູ້ມາ.

ສີວັນ ເລົ່າໃຫ້ຟັງວ່າ: ຕອນທີ່ໂຕເອງເກີດອຸບັດເຫດ ໄຟຟ້າຊ໊ອດທຳອິດ ແລະ ຮູ້ວ່າໄດ້ສູນເສຍແຂນທັງສອງຂ້າງແລ້ວ ກໍຮູ້ສຶກຢາກຈົບຊີວິດຂອງໂຕເອງທັນທີ, ແຕ່ຄວາມຄິດນີ້ກໍໝົດໄປເມື່ອໄດ້ຮັບຄວາມອົບອຸ່ນ ແລະ ກຳລັງໃຈທີ່ດີຈາກຄອບຄົວ, ພໍ່ແມ່ ແລະ ໝູ່ເພື່ອນຍາດຕິພີ່ນ້ອງ ທີ່ເຮັດໃຫ້ມີກຳລັງໃຈສູ້ຕໍ່ໄປ.

ເຊິ່ງຄຳເວົ້າທີ່ເຮັດໃຫ້ເຂົາມີກຳລັງໃຈທີ່ສຸດແມ່ນຄຳເວົ້າຈາກພໍ່ແມ່ທີ່ເວົ້າໃຫ້ກຳລັງໃຈວ່າ ຖ້າພໍ່ແມ່ຢາກໃຫ້ລູກຕາຍ ຄົງຈະບໍ່ໄປຢືມເງິນເປັນໜີ້ ເປັນສິນ ເພື່ອເອົາເງິນມາປົວລູກ, ເປັນຫຍັງລູກຈຶ່ງຄິດຂ້າໂຕຕາຍ ເປັນຫຍັງບໍ່ຄິດໃສ່ພໍ່ໃສ່ແມ່ແດ່  ໂດຍຄໍາເວົ້າດັ່ງກ່າວໄດ້ເຮັດໃຫ້  ສີວັນ ເຊົາຄິດເລື່ອງຂ້າໂຕຕາຍອີກເລີຍ.

ແຕ່ໃນໄລຍະທຳອິດ ຂອງການສູນເສຍແຂນ ສີວັນ ຍັງມີແນວຄິດວ່າ ເປັນພາລະໃຫ້ກັບຄອບຄົວຢູ່ ເຂົາຈຶ່ງພະຍາຍາມຝຶກຊ່ວຍເຫຼືອໂຕເອງ ເຊັ່ນ ການຝຶກກິນເຂົ້າເອງ, ຖູແຂ້ວເອງ, ອາບນ້ຳເອງ ຝຶກຈົນກວ່າໂຕເອງຈະເຮັດໄດ້.

ຕໍ່ມາກໍມີແນວຄວາມຄິດຢາກແຕ້ມຮູບເພື່ອບໍ່ໃຫ້ໂຕເອງຄິດຫຼາຍ ຫຼື ຄິດລົບໃສ່ກັບໂຕເອງ ໂດຍເຫດຜົນທີ່ ສີວັນ ເລືອກການແຕ້ມຮູບ ເພາະວ່າເວລາທີ່ເຮົາແຕ້ມຮູບຢູ່ນັ້ນ ເຮົາຈະບໍ່ມີເວລາທີ່ຈະໄປຄິດເລື່ອງອື່ນ, ເຊິ່ງການແຕ້ມຮູບນີ້ ເຂົາໃຊ້ເວລາຝຶກຢູ່ປະມານ 4-5 ປີ ແລະ ໄດ້ເຂົ້າຮ່ວມໂຄງການໜຶ່ງ ທີ່ໄດ້ເປີດໂອກາດໃຫ້ຜູ້ທີ່ຢາກສ້າງທຸລະກິດ ເຂົາຈຶ່ງຕັດສິນໃຈນຳເອົາຄວາມຮູ້ຈາກປະສົບການແຕ້ມຮູບນັ້ນ ມາຕໍ່ຍອດໃນການສ້າງລາຍໄດ້, ແຕ່ການແຕ້ມຮູບເໝືອນ ຫຼື ຮູບທຳມະດາໃນຕອນນັ້ນ ແມ່ນບໍ່ຄ່ອຍໄດ້ຮັບຄວາມນິຍົມພໍປານໃດ ຈຶ່ງມີແນວຄວາມຄິດຢາກລອງແຕ້ມໃສ່ເກີບ ຫຼັງຈາກທີ່ແຕ້ມອອກມາແລ້ວມີຄົນຊື້ ຈຶ່ງໄດ້ແຕ້ມໃສ່ເກີບມາເລື້ອຍໆ ໂດຍໄດ້ເລີ່ມເຮັດເປັນຈິງເປັນຈັງມາແຕ່ປີ 2018.

ຂ້ອຍພູມໃຈຫຼາຍ ທີ່ສາມາດສ້າງລາຍໄດ້ຈາກການແຕ້ມຮູບໃສ່ເກີບ ແລະ ມີລາຍຮັບເພື່ອຊ່ວຍແບ່ງເບົາພາລະໃຫ້ກັບຄອບຄົວ ເຊິ່ງເປັນອີ່ຫຍັງທີ່ພູມໃຈທີ່ສຸດ ສີວັນ ກ່າວດ້ວຍຄວາມພູມໃຈ. 

ສຳລັບງານແຕ້ມຮູບທີ່ ສີວັນ ໄດ້ຮັບມາສ່ວນໃຫຍ່ ແມ່ນມາຈາກທາງສື່ສັງຄົມອອນລາຍທີ່ຄອຍໃຫ້ການສະໜັບສະໜຸນ ແລະ ສົ່ງເສີມຜົນງານຂອງເຂົາ ຈົນເຮັດໃຫ້ເຂົາມີລາຍໄດ້ເຂົ້າມາບໍ່ຂາດ ເຊິ່ງກໍເປັນອີກແຮງກຳລັງໃຈໜຶ່ງໃຫ້ເຂົາສາມາດສູ້ຊີວິດຕໍ່ໄປໄດ້ ແລະ ເຮັດໃຫ້ເຂົາມີກຳລັງໃຈພັດທະນາສີມືການແຕ້ມຮູບຂຶ້ນໄປເລື້ອຍໆ.

ແນວໃດກໍດີ ສີວັນ ເອງກໍຢາກຝາກຂອບໃຈສັງຄົມ, ພໍ່ແມ່, ອ້າຍເອື້ອຍນ້ອງໝູ່ຄູ່ທີ່ຄອຍຊ່ວຍເຫຼືອ, ຄອຍສົ່ງເສີມຊຸກຍູ້ເຂົາມາຕະຫຼອດຈົນມາເຖິງປັດຈຸບັນນີ້ ເຮັດໃຫ້ເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນຈາກເມື່ອກ່ອນ ແລະ ກໍຢາກໃຫ້ກຳລັງໃຈທຸກຄົນທີ່ກຳລັງມີຄວາມຄິດທໍ້ຖອຍໃນຕອນນີ້ໃຫ້ສູ້ໆຕໍ່ໄປ, ຖ້າເຮົາຍັງມີຊີວິດເຮົາກໍຕ້ອງຫາທາງອອກທີ່ດີໃຫ້ກັບຕົນເອງໃຫ້ໄດ້ ເຖິງອຸປະສັກ ຈະຍາກພຽງໃດ ແຕ່ຖ້າໃຈເຮົາສູ້ແລ້ວເຊື່ອວ່າທຸກຄົນຕ້ອງຜ່ານມັນໄປໄດ້.

ຖ້າທ່ານໃດຢາກໃຫ້ ສີວັນ ສ້າງຜົນງານການແຕ້ມຮູບຕ່າງໆໃຫ້ ກໍສາມາດຕິດຕໍ່ໄປໄດ້ທີ່ເບີ

ໂທ: 020 5529 5360 ຫຼື ເຂົ້າໄປເບິ່ງຜົນງານຂອງເຂົາໄດ້ທີ່ Facebook: Vanh LikeDrawing

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກ ຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) - Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.

ຮ້ອນກະທົບເຢັນ ພາໃຫ້ປ່ວຍໄດ້! ຖ້າປັບອຸນຫະພູມຮ່າງກາຍບໍ່ທັນ

ສະພາບອາກາດຊ່ວງນີ້ ຖືວ່າເປັນຊ່ວງທີ່ຮ້ອນທີ່ສຸດ ຄົນສ່ວນຫຼາຍຈະພັກຜ່ອນ ແລະ ເຮັດວຽກຢູ່ໃນຫ້ອງແອ ເມື່ອອອກໄປພາຍນອກອາຄານກໍຈະຮູ້ສຶກຮ້ອນ ແລະ ມີເຫື່ອອອກງ່າຍ ເຊິ່ງເປັນສາເຫດໃຫ້ຄົນສ່ວນຫຼາຍເຈັບປ່ວຍໄດ້ງ່າຍຂຶ້ນ.