ມາເບິ່ງວິທີ! ຕັດພາບພື້ນຫຼັງງ່າຍໆ ໂດຍທີ່ບໍ່ຕ້ອງໃຊ້ໂປແກຼມຊ່ວຍ

ຕໍ່ໄປນີ້ ທ່ານບໍ່ຈຳເປັນຕ້ອງໃຊ້ Photoshop ຫຼື ໂປແກຣມ ຕ່າງໆ ໃນການລຶບພື້ນຫຼັງອີກຕໍ່ໄປ ອິນໃຊ້ລາວ ຂໍແນະນຳ Remove.bg ເວັບໄຊ ທີ່ຈະຊ່ວຍຕັດພື້ນຫຼັງສຳລັບໄຟຣ໌ບຸກຄົນ ດ້ວຍ AI ສາມາດລຶບພື້ນຫຼັງອອກແບບນຽນໆໄດ້ງ່າຍໆ.

ໃຜທີ່ເຮັດວຽກ ຫຼື ກຳລັງເຮັດວຽກທີ່ກ່ຽວກັບງານອອກແບບ ເຊື່ອວ່າທຸກຄົນເຄີຍເສີຍເວລາໄປກັບການຕັດຕໍ່ຮູບພາບບຸກຄົນອອກຈາກພື້ນຫຼັງ, ນັ່ງໃຊ້ໂປແກຣມຄລິກໄປຄລິກມາ ເພື່ອເລືອກເອົາສ່ວນທີ່ຕ້ອງການອອກ ເຊິ່ງບາງຄັ້ງອາດໃຊ້ເວລາດົນກວ່າທີ່ຄິດ, ແຕ່ຈະດີກວ່າບໍ່ ຖ້າຫາກເຮົາໃຫ້ Ai ເຂົ້າຊ່ວຍ, ຈະດີບໍ່ຫາກມີເຄື່ອງມືທີ່ສາມາດຕັດຮູບພາບເອົາພື້ນຫຼັງອອກໄດ້ແບບງ່າຍໆ ໃຊ້ເວລາບໍ່ດົນ ຄລິກສອງສາມບາດກໍສຳເລັດ, ສະນັ້ນ ເຮົາເລິຍຈະມາແນະນຳໃຫ້ຮູ້ຈັກກັບ Remove.bg ເວັບໄຊ ລຶບພື້ນຫຼັງແບບງ່າຍໆ.

Remove.bg ເປັນ ເວັບໄຊ ບໍລິການຟີ ເປີດໃຫ້ຜູ້ໃຊ້ທຸກຄົນສາມາດນຳຮູບພາບບຸກຄົນ ໄປຕັດຕໍ່ເອົາພື້ນຫຼັງອອກໄດ້ງ່າຍໆ ໃນເວລາບໍ່ດົນ ໂດຍຕົວຂອງ ເວັບໄຊ ຈະໃຊ້ Ai ແລະ Machine Learning ເປັນເຄື່ອງມີຊ່ວຍຕັດຕໍ່ຮູບພາບ ເຊິ່ງມັນຈະວິເຄາະເອງເລີຍວ່າ ສ່ວນໃດຄືຮູບບຸກຄົນ ຫຼື ສ່ວນໃດແມ່ນພື້ນຫຼັງທີ່ຄວນຕັດອອກ.

ສຳລັບວິທີການໃຊ້ງານແມ່ນພຽງແຕ່ ເລືອກ “Upload Image” ແລ້ວເລືອກຮູບພາບທີ່ຕ້ອງການຈະຕັດພື້ນຫຼັງອອກ ຈາກນັ້ນ ເວັບໄຊ ຈະປະມວນຜົນ ແລະ ຕັດພື້ນຫຼັງອອກໃຫ້ເຮົາ ແລ້ວເຮົາກໍບັນທຶກເອົາຮູບພາບທີ່ຕັດພື້ນຫຼັງແລ້ວມາໃຊ້ງານໄດ້ເລີຍ.

ເຖິງຢ່າງໃດກໍຕາມ ເວັບໄຊ ນີ້ມີທັງຂໍ້ດີ ແລະ ຂໍ້ເສຍ ຄືມັນຈະຈັດການທຸກຢ່າງໃຫ້ເອງ ແຕ່ບາງຄັ້ງກໍບໍ່ສົມບູນຕະຫຼອດ, ດັ່ງນັ້ນ ຫາກຕ້ອງການໃຫ້ໄດ້ພາບບຸກຄົນທີ່ສົມບູນ ກໍຕ້ອງເລືອກຮູບພາບບຸກຄົນທີ່ເຫັນຊັດເຈນ ຫຼື ຮູບພາບທີ່ບໍ່ກົມກືນກັບພື້ນຫຼັງເກີນໄປ.

ຫາກເປັນຮູບພາບສັດ ຫຼື ສິ່ງຂອງ ກໍໃຊ້ຕັດພື້ນຫຼັງໄດ້ເດີ້! ສຸດທ້າຍນີ້ ຫາກໃຜຢາກລອງໃຊ້ງານກໍສາມາດລອງໃຊ້ງານໄດ້ທີ່ ເວັບໄຊ ນີ້ເລີຍເດີ້ www.remove.bg

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...