Friday, March 21, 2025

ໄມເຄິ້ນ ໄວສ໌ ຖືກແຕ່ງຕັ້ງເປັນຄູຝຶກ ທີມຊາດລາວ ຄົນໃໝ່!



ໄມເຄິ້ນ ໄວສ໌ (Michael Weiss) ຊາວເຢຍລະມັນ ອາຍຸ 56 ປີ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ໃນວັນທີ 7 ມັງກອນ 2022, ໂດຍ ສະຫະພັນບານເຕະ ແຫ່ງຊາດລາວ.

ເຊິ່ງ ໄມເຄິ້ນ ໄວສ໌ ຈະເປັນຜູ້ນໍາພາຝຶກສອນ ທີມຊາດລາວຊຸດໃຫຍ່ ແລະ ລຸ້ນອາຍຸບໍ່ເກີນ 23 ປີ, ໂດຍມີໃບປະກາດ UEFA Pro License, ເຊິ່ງໄດ້ເຊັນສັນຍາ ກັບ ສະຫະພັນບານເຕະ ແຫ່ງຊາດລາວ ຈົນເຖິງປີ 2024 (2021-2024).

ພາບຈາກ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation


ປະຫວັດຫຍໍ້ ຂອງ ທ່ານ ໄມເຄິ້ນ ໄວສ໌

ຜົນງານການຄຸມທີມ ທີ່ເປັນໜ້າປະທັບໃຈກໍຄື ຕອນທີ່ເພິ່ນໄດ້ຮັບຜິດຊອບ ທີມຊາດ ຟີລິປິນ ຈົນກ້າວຂຶ້ນໄປເຖິງຕໍາແໜ່ງສູງສຸດໃນການຈັດອັນດັບ FIFA ໃນປີ 2012 ແລະ ເປັນທີມອັນດັບທີ 1 ໃນອາຊຽນ ໃນປີ 2013. ໃນຖານະທີ່ເຄີຍເປັນຄູຝຶກໃຫ້ ທີມຊາດມົງໂກລີ ເພິ່ນໄດ້ປັບປຸງເກມການຫຼິ້ນໃຫ້ທຽບກັບລະດັບນາໆຊາດ, ຫັນປ່ຽນປະເທດນ້ອຍທີ່ບໍ່ມີການຫຼິ້ນກິລາບານເຕະຫຼາຍໃຫ້ກ້າວເຂົ້າໄປສູ່ AFC “ປະເທດທີີ່ີມີຄວາມໄຝ່ຝັນຂອງປີ” ໃນທ້າຍປີ 2018.

ພາບຈາກ Happy World

ຫຼັງຈາກ 3 ປີຜ່ານໄປ, ເພິ່ນໄດ້ລາອອກຈາກການເປັນຄູຝຶກຂອງ ມົງໂກລີ, ເຊິ່ງເປັນບ່ອນທີ່ເພິ່ນໄດ້ຮັບຄວາມເຄົາລົບ ແລະ ໄດ້ໃຫ້ການສະໜັບໜູນ ໃນການພັດທະນາກິລາບານເຕະຂອງ ມົງໂກລີ.

ໄມເຄິ້ນ ໄວສ ໄດ້ສະແດງຄວາມກະຕືລືລົ້ນຢ່າງສູງ ສໍາລັບຄວາມທ້າທາຍໃໝ່. ເຊິ່ງເພິ່ນໄດ້ເວົ້າວ່າ “ກ່ອນອື່ນຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ປະທານ ແລະ ສະຫະພັນບານເຕະ ແຫ່ງຊາດລາວ ທີ່ໄວ້ວາງໃຈຂ້າພະເຈົ້າ. ພວກເຮົາໄດ້ມີການສົນທະນາກັນ ແລະ ໄດ້ມີການແລກປ່ຽນທາງດ້ານວິໃສທັດ ເພື່ອທີ່ຈະນໍາພາ ບານເຕະລາວ ໃຫ້ກ້າວລະດັບຂຶ້ນໄປອີກ. ຂ້າພະເຈົ້າ ລໍຄອຍເວລາທີ່ຈະນໍາເອົາປະສົບການຂອງຂ້າພະເຈົ້າໄປສູ່ຜູ້ຫຼິ້ນໄວໜຸ່ມ, ໃນຄວາມຄິດຂອງຂ້າພະເຈົ້າ ການເປັນຄູຝຶກທີມຊາດ ຄືຕໍາ     ແໜ່ງສໍາຄັນໃນການນໍາພາກິລາບານເຕະຂອງພວກເຮົາ ໃຫ້ກ້າວໄປຂ້າງໜ້າ. ຍິ່ງໄປກ່ວານັ້ນ ຂ້າພະເຈົ້າ ກໍຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນຄູຝຶກ ທີມຊາດລາວ ແລະ ລໍຄອຍເວລາທີ່ຈະຮຽນຮູ້ ຮັບເອົາວັດທະນະທໍາຂອງປະເທດ. ເຖິງແມ່ນວ່າອັນດັບ ຟີຟາ ຂອງທີມຊາດລາວ ຈະຕໍ່າ, ແຕ່ກໍຈະພະຍາຍາມຊ່ວຍໃຫ້ບານເຕະລາວ ກ້າວໜ້າໄປເທື່ອລະກ້າວ ແລະ ຂ້າພະເຈົ້າ ຈະສ້າງທີມໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສູງ.”

ພາບຈາກ Happy World


ທ່ານ ວີເພັດ ສີຫາຈັກ, ປະທານ ສະຫະພັນບານເຕະ ແຫ່ງຊາດລາວ ກ່າວວ່າ “ການໂອ້ລົມກັບທ່ານ ໄມເຄິ້ນ ໄວສ໌ ເປັນການໂອ້ລົມທີ່ມີຄວາມຮ່ວມມື ແລະ ສ້າງສັນຫຼາຍ. ເຂົາຈະນໍາເອົາຄວາມຄິດ ແລະ ປະສົບການໃໝ່ໆມານໍາດ້ວຍ; ພວກເຮົາຫວັງວ່າເພິ່ນຈະສາມາດເຮັດໃຫ້ ທີມຊາດລາວ ປະສົບຜົນສໍາເລັດເຊັ່ນດຽວກັນ. ການແຕ່ງຕັ້ງ ໄມເຄິ້ນ ໄວສ໌ ເປັນຄູຝຶກ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຄວາມມຸ້ງໝັ້ນຂອງ ສະຫະພັນບານເຕະ ແຫ່ງຊາດລາວ ເພື່ອໃຫ້ໂອກາດທີ່ດີທີ່ສຸດຕໍ່ນັກກິລາຂອງພວກເຮົາໃນຂັ້ນຕໍ່ໄປ.”

ໄມເຄິ້ນ ໄວສ໌ ສໍາເລັດການສຶກສາລະດັບປະລິນຍາຕີ ດ້ານການບໍລິຫານ ແລະ ວິທະຍາສາດການກິລາ ທີ່ ມະຫາວິທະຍາໄລ Mainz. ເພິ່ນໄດ້ແຕ່ງງານກັບ ຍິງຊາວຍີ່ປຸ່ນ ແລະ ມີລູກສາວນໍາກັນສອງຄົນ.

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່