ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 8 ມັງກອນ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ເທດສະການອາຫານລາວປະຈຳປີ 2022 ໃນຮູບແບບວິຖີຊີວິດປົກກະຕິແບບໃໝ່

ເຊິ່ງໃນໃນປີ 2022 ນີ້ ຈະຈັດງານພາຍໃຕ້ຄໍາຂວັນ ຕາມວິຖີຊີວິດປົກກະຕິແບບໃໝ່ ກຽມຈັດຂຶ້ນໃນລະຫວ່າງ ວັນທີ 25-29 ມັງກອນ 2022 ນີ້ ຢູ່ເດີ່ນສວນເຈົ້າອານຸວົງນະຄອນຫຼວງວຽງຈັນ.

ສໍາລັບ ເທດສະການອາຫານລາວ ປິນີ້ ຄາດວ່າ ຈະມີຮ້ານມາວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆປະມານ 120 ຮ້ານ ຊຶ່ງຈະມີອາຫານທີ່ເປັນເອກະລັກພື້ນເມືອງລາວ ຈາກທົ່ວປະເທດ…ອ່ານຕໍ່

ມວສ ກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ ວັນທີ 15 ມັງກອນ 2022 ນີ້

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ກຽມສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃໝ່ ໃນສົກສຶກສາ 2021-2022 ຊຶ່ງຈະໄດ້ຈັດຂຶ້ນວັນເສົາວັນທີ 15 ມັງກອນ 2022 ນີ້

ພາຍຫຼັງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຖືກເລື່ອນມາຈາກວັນທີ 8 ສິງຫາ 2021 ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆໃນທົ່ວປະເທດລາວ…ອ່ານຕໍ່

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.